Homeຂ່າວພາຍ​ໃນກະຊວງການເງິນອອກແຈ້ງການ ປັບປຸງອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ

ກະຊວງການເງິນອອກແຈ້ງການ ປັບປຸງອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ

Published on

ກະຊວງການເງິນອອກແຈ້ງການເລື່ອງ: ການຈັດຕັ້ງ ລັດຖະບັນຍັດ ຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 09 ຕຸລາ 2023 ວ່າດ້ວຍ ການປັບປຸງອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ.
– ອີງຕາມ ກົດຫມາຍວ່າດ້ວຍ ສ່ວຍສາອາກອນ (ສະບັບປັບປຸງ) ເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
– ອີງຕາມ ກົດຫມາຍວ່າດ້ວຍ ອາກອນຊົມໃຊ້ ສະບັບເລກທີ 68/ສພຊ, ລົງວັນທີ 19 ມິຖຸນາ 2019;
– ອີງຕາມ ກົດຫມາຍວ່າດ້ວຍ ການປັບປຸງບາງມາດຕາ ຂອງກົດຫມາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງ ວັນທີ 07 ສິງຫາ 2021;
– ອີງຕາມ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການປັບປຸງອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ ສະບັບ ເລກທີ 003/ປປທ, ລົງວັນທີ 09 ຕຸລາ 2023;
– ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງການເງິນ ສະບັບເລກ ທີ 600/ນຍ, ລົງວັນທີ 14 ຕຸລາ 2021;
– ອີງຕາມ ຫນັງສືສະເຫນີຂອງກົມສ່ວຍສາອາກອນ ສະບັບເລກທີ 8386/ກສອ, ລົງວັນທີ 18 ທັນວາ 2023.

1. ຈຸດປະສົງ:
ເພື່ອ ຜັນຂະຫຍາຍ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 09 ຕຸລາ 2023 ວ່າດ້ວຍ ການປັບປຸງອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ ຕິດພັນກັບການປັບປຸງອັດຕາສິນຄ້າບາງປະເພດ ເພື່ອໃຫ້ຖືກຕ້ອງ, ສອດຄ່ອງຕາມເງື່ອນໄຂ ທີ່ກົດຫມາຍ ແລະ ນິຕິກໍາໃຕ້ກົດຫມາຍ ໄດ້ກໍານົດ.

2. ເປົ້າຫມາຍນໍາໃຊ້:
1) ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ດໍາເນີນທຸລະກິດ ຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ມີການນໍາເຂົ້າສິນຄ້າ ຈາກຕ່າງ ປະເທດ/ເຂດເສດຖະກິດພິເສດ ແລະ ການຜະລິດເປັນສິນຄ້າຢູ່ພາຍໃນປະເທດ;
2) ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ບໍ່ໄດ້ດໍາເນີນທຸລະກິດ ທີ່ມີການນໍາເຂົ້າສິນຄ້າ ຈາກ ຕ່າງປະເທດ/ເຂດເສດຖະກິດ ພິເສດ ແລະ ຊົມໃຊ້ສິນຄ້າຈາກຜູ້ຜະລິດ ຢູ່ພາຍໃນປະເທດ;
3) ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງດໍາເນີນທຸລະກິດ ແລະ ບໍ່ດໍາເນີນທຸລະກິດ ທີ່ມີການຊົມໃຊ້ສິນຄ້າຈາກຜູ້ບໍ່ ມີພູມລໍາເນົາ ແລະ ບໍ່ໄດ້ສ້າງຕັ້ງຢູ່ ສປປ ລາວ.

3. ປະເພດສິນຄ້າທີ່ມີການປັບປຸງອັດຕາອາກອນຊົມໃຊ້ ແລະ ອັດຕາອາກອນຊົມໃຊ້ ທີ່ມີການປັບປຸງ:
ສິນຄ້າທີ່ມີການປັບປຸງອັດຕາອາກອນຊົມໃຊ້ ແລະ ອັດຕາອາກອນຊົມໃຊ້ ທີ່ມີການປັບປຸງ ຕາມທີ່ໄດ້ກໍານົດໄວ້ໃນ ມາດ ຕາ 2 ແລະ ມາດຕາ 3 ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ, ລົງວັນທີ 09 ຕຸລາ 2023 ວ່າດ້ວຍ ການປັບປຸງອັດຕາອາກອນຊົມໃຊ້ຂອງບາງປະເພດສິນຄ້າ ມີດັ່ງນີ້:

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...