spot_img
Homeຂ່າວການພັດທະນາສະໜາມບິນໜອງຄ້າງຊຳເໜືອ ຄາດຈະສຳເລັດທ້າຍປີໜ້າ

ສະໜາມບິນໜອງຄ້າງຊຳເໜືອ ຄາດຈະສຳເລັດທ້າຍປີໜ້າ

Published on

25bbf22bc615f19906afae945d947465

 

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ໜອງ​ຄ້າງ ເມືອງ​ຊຳ​ເໜືອ ແຂວງ​ຫົວ­ພັນ ທີ່​ມີ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ​ເກືອບ 6 ຮ້ອຍ

​ຕື້​ກີບ ພາຍ­ຫຼັງ​ລົງ­ມື​ກໍ່­ສ້າງ​ມາ​ແຕ່​ເດືອນ​ຕຸ­ລາ 2013 ຮອດ​ຂະ­ນະ​ນີ້​ມີ​ຄວາມ​ຄືບ​ໜ້າ 16% ຄາດ​ຈະ​ໃຫ້​ສຳ­ເລັດ​ທ້າຍ​ປີ­ໜ້າ.

 

ໃນ​ລະ­ຫວ່າງ​ວັນ​ທີ 6-7 ທັນ­ວາ 2014 ຜ່ານ​ມາ​ນີ້​ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ເຄື່ອນ​ໄຫວ​ຢ້ຽມ­ຢາມ

ແລະ ເຮັດ​ວຽກ​ຢູ່​ແຂວງ​ຫົວ­ພັນ​ຢ່າງ​ເປັນ​ທາງ​ການ ໂອ­ກາດ​ນີ້​ທ່ານ​ໄດ້​ລົງ​ກວດ­ກາ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ­ການ​ກໍ່­ສ້າງ​

ສະ­ໜາມ​ບິນ​ໜອງ​ຄ້າງ ເມືອງ​ຊຳ​ເໜືອ ໂດຍ​ທ່ານ ວັນ­ເພັງ ຈັນ­ທະ​ພອນ ຮອງ​ຫົວ­ໜ້າ​ກົມ​ການ­ບິນ​ພົນ​ລະ​ເຮືອນ​ໃນ​

ນາມ​ເຈົ້າ​ຂອງ​ໂຄງ­ການ ​ທັງ​ຕາງ­ໜ້າ​ໃຫ້​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ​ໄດ້​ລາຍ​ງານສະ­ພາບ​ໂດຍ​ຫຍໍ້​ ການ​ກໍ່­ສ້າງ​ໃຫ້​ທ່ານ​

ນາຍົກ​ໄດ້​ຮັບ​ຊາບ​ວ່າ: ໂຄງ­ການ​ໄດ້​ເລີ່ມ​ລົງມື​ກໍ່­ສ້າງ​ມາ​ແຕ່​ເດືອນ​ຕຸ­ລາ 2013 ໂດຍ​ແມ່ນ​ບໍ­ລິ­ສັດ​ຫຸ້ນ​ສ່ວນ​ຮວາງ​ແອັງ​

ຢາ​ລາຍ​ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ​ໃນ​ມູນ​ຄ່າ 74.006.320 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 592,05 ຕື້​ກວ່າ​ກີບ.

 

ໃນ​ນີ້ ຈະ​ໄດ້​ກໍ່­ສ້າງ​ສະ­ໜາມ​ບິນ (ທາງ​ແລ່ນ​ຂອງ​ຍົນ) ຍາວ 2,5 ພັນ​ແມັດ, ກວ້າງ 36 ແມັດ, ກໍ່­ສ້າງ​ເຮືອນ​ບໍ­ລິ­ການ 1

ຫຼັງ​ເປັນ​ອາ­ຄານ 2 ຊັ້ນ, ສ້າງ​ເຮືອນ​ລົດ 2 ຫຼັງ, ຫໍ­ຄອຍ 1 ຫຼັງ, ທາງ​ຊອຍ, ບ່ອນ​ຈອດ​ລົດ ແລະ ກິດ­ຈະ­ກຳ​ຍ່ອຍ​ອື່ນໆ​ອີກ​

ຈຳ­ນວນ​ໜຶ່ງ, ມາ​ຮອດ​ປະ­ຈຸ​ບັນ​ກໍ່­ສ້າງ​ສຳ­ເລັດ​ແລ້ວ 16% ຂອງ​ໜ້າ​ວຽກ​ທັງ​ໝົດ​ເມື່ອ​ທຽບ­ໃສ່​ແຜນ­ການ​ທີ່​ວາງ​ໄວ້​

ຮອດ​ເດືອນ​ພະ­ຈິກ​ ປີ 2014 ໃຫ້​ປະ­ຕິ­ບັດ​ໄດ້ 33% ແຕ່​ພາກ​ປະ­ຕິ­ບັດ​ຕົວ​ຈິງ​ແມ່ນ​ຊ້າ​ກວ່າ​ແຜນ­ການ 17% ແລະ ຄາດ

​ວ່າ​ໃນ​ເດືອນ​ຕຸ­ລາ 2015 ຈະ​ໃຫ້​ສຳ­ເລັດ.

 

ໂດຍ​ທີ່​ຕັ້ງ​ໂຄງ­ການ​ ແມ່ນ​ຢູ່​ຫ່າງຈາກ​ເທ­ສະ​ບານ​ແຂວງ​ປະ­ມານ 32 ກິ­ໂລ­ແມັດ ຊຶ່ງ​ມີ​ເນື້ອ­ທີ່​ທັງ​ໝົດ 165 ເຮັກ­ຕາ ທີ່​

ກໍ່­ສ້າງ​ຕາມ​ມາດ­ຕະ­ຖານ​ສາ­ກົນ ICAO ລະ­ຫັດ​ສະ­ໜາມ​ບິນ 3C ຖ້າ​ຫາກ​ສຳ­ເລັດ​ຈະ​ສາ­ມາດ​ຮອງ​ຮັບ​ເຮືອ­ບິນ​ຂະ­ໜາດ

70-100 ບ່ອນ​ນັ່ງ​ເປັນ­ຕົ້ນ ແມ່ນ ATR 72, Fokker 70 ຫຼື ທຽບ​ເທົ່າ.

 

ແນວ­ໃດ​ກໍ​ດີ ແຫຼ່ງ​ຂ່າວ​ແຈ້ງ​ອີ​ກວ່າ: ການ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ​ຄະ

­ນະ ແລະ ຜູ້​ແທນ​ຂັ້ນ​ສູງ​ແຂວງ​ຫົວ­ພັນ ຍັງ​ໄດ້​ເດີນ­ທາງ​ລົງ​ກວດ­ກາ​ບັນ­ດາ​ໂຄງ­ການ​ພັດ­ທະ­ນາ​ບາງ​ໂຄງ­ການ​ຢູ່​ ເມືອງ​

ວຽງ​ໄຊ​ຄື: ໂຄງ­ການ​ກໍ່­ສ້າງ​ປ້ຳ­ນ້ຳ­ມັນ​ບ້ານ​ນາ​ແທ່ນ, ຫໍ​ພິ​ພິ​ທະ​ພັນ​ປະ­ຫວັດ­ສາດ, ໂຮງ­ຮຽນ​ພາ­ສາ​ຫວຽດ­ນາມ ແລະ

ໂຄງ­ການ​ກໍ່­ສ້າງ​ຖ້ຳ​ຜາ​ແດງ, ໂອ­ກາດ​ດຽວ​ກັນ​ນີ້​ທ່ານ​ຍັງ​ໄດ້​ເຂົ້າ​ຮ່ວມ​ວາງ​ພວງ­ມາ­ລາ​ຢູ່​ອາ​ນຸ​ສອນ​ສະ­ຖານ​ປະ­ທານ ໄກ­

ສອນ ພົມ­ວິ­ຫານ ຕື່ມ​ອີກ ແລະ ໄດ້​ເດີນທາງ​ກັບ​ໃນ​ຕອນ​ແລງ​ວັນ​ດຽວ​ກັນ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...