spot_img
Homeຂ່າວພາຍ​ໃນແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຜົ້ງສາລີ

ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຜົ້ງສາລີ

Published on

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ແລະ ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມປະຈໍາລາວ ສຳລັບໂຄງການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍແບບເຊື່ອມສານ ແລະ ສົ່ງເສີມຄວາມປອດໄພຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຜົ້ງສາລີ ຈັດຂຶ້ນໃນວັນທີ 19 ທັນວາ 2023 ຢູ່ນະຄອນຫຼວງວຽງຈັນ ຝ່າຍລາວ ນໍາໂດຍ ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ, ຝ່າຍຜູ້ໃຫ້ທຶນ ນໍາໂດຍ ທ່ານ ເຣເນຍ ຄາຣາໄບ ຫົວໜ້າອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມປະຈໍາລາວ, ມີຜູ້ຕາງໜ້າຈາກກົມນະໂຍບາຍຜູ້ມີຜົນງານ, ຜູ້ຕາງໜ້າຈາກຫ້ອງວ່າການແຂວງຜົ້ງສາລີ, ຮອງເຈົ້າເມືອງຂວາ ແລະ ເມືອງໃໝ່ແຂວງຜົ້ງສາລີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ກໍເພື່ອສົ່ງເສີມປະສິດທິພາບວຽກງານແກ້ໄຂບັນຫາລະເບີດບໍທັນແຕກ ຜ່ານການຈັດຕັ້ງປະຕິບັດແບບເຊື່ອມສານ ຢູ່ແຂວງຜົ້ງສາລີ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງສົ່ງເສີມເສດຖະກິດແບບມີສ່ວນຮ່ວມ ແລະ ສົ່ງເສີມການດໍາລົງຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ.

ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໃຫ້ຮູ້ວ່າ: ລາວ ເປັນປະເທດໜື່ງທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກໜັກກວ່າປະເທດອື່ນໆ ຖ້າທຽບໃສ່ຈໍານວນປະຊາກອນເນື່ອງຈາກໃນລະຫວ່າງສົງຄາມອິນດູຈີນ ແຕ່ປີ 1964-1973 ໄດ້ມີເຮືອບິນ ນໍາເອົາລະເບີດ ມາຖິ້ມໃສ່ດິນແດນຂອງລາວຈໍານວນ 580.000 ຖ້ຽວ, ຕະຫຼອດ ເວລາ 9 ປີ ແລະ ມີລະເບີດຖິ້ມໃສ່270 ລ້ານໜ່ວຍ. ໃນນັ້ນ, ບົມໃຫຍ່ປະມານ 4 ລ້ານໜ່ວຍ, ຄາດວ່າ 30% ຍັງເປັນລະເບີດຕົກຄ້າງເຊິ່ງເປັນໄພອັນຕະລາຍ ແລະ ສົ່ງຜົນກະທົບຢ່າງໜັກຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການສ້າງສາພັດທະນາປະເທດຊາດ. ໃນນັ້ນ ແຂວງຜົ້ງສາລີ ກໍແມ່ນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດນີ້.

ນັບແຕ່ປີ 1975 ມາຮອດປັດຈຸບັນ, ປະຊາຊົນລາວ ໄດ້ຮັບເຄາຮ້າຍຈາກລູກລະເບີດເຫຼົ່ານີ້ ປະມານ 19.250 ຄົນ, ມີຜູ້ໄດ້ຮັບບາດເຈັບ 9.347 ຄົນ, ເສຍຊີວິດ 9.797 ຄົນ, ນັບແຕ່ປີ 2008 ມາຮອດປັດຈຸບັນ, ແຂວງຜົ້ງສາລີ ມີອຸບັດເຫດເກີດຂຶ້ນຍ້ອນລະເບີດຕົກຄ້າງ 25 ກໍລະນີ, ມີຜູ້ຖືກເຄາະຮ້າຍທັງໝົດ 31 ຄົນ, ໄດ້ຮັບບາດເຈັບ 15 ຄົນ ແລະ ເສຍຊີວິດ 16 ຄົນ.

ໂຄງການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍແບບເຊື່ອມສານ ແລະ ສົ່ງເສີມຄວາມປອດໄພຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຜົ້ງສາລີ ໄດ້ຮັບທຶນສະໜັບສະໜູນ ຈາກກະຊວງການຕ່າງປະເທດນອກແວ ໃນມູນຄ່າ 618.750 ເອິໂຣ, ໄລຍະເວລາຈັດຕັ້ງປະຕິບັດນັບແຕ່ນີ້ ໄປຈົນຮອດວັນທີ 31 ທັນວາ 2024.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...