Homeຂ່າວພາຍ​ໃນພະຍາຍາມຄາຕະກຳເພື່ອປິດບັງຄວາມຜິດທີ່ຈະຂົ່ມຂືນ

ພະຍາຍາມຄາຕະກຳເພື່ອປິດບັງຄວາມຜິດທີ່ຈະຂົ່ມຂືນ

Published on

ໃນວັນທີ 19 ທັນວາ 2023 ເຈົ້າໜ້າທີ່ ພະແນກຕໍາຫຼວດປກສ ເມືອງທ່າແຂກ ແຂວງ ຄຳມ່ວນ ໄດ້ນຳ ທ້າວ ລໍາໄພ ໄຊຍະວົງສາ ອາຍຸ 31 ປີ ປະຊາຊົນ ບ້ານ ຕານ ເມືອງທ່າແຂກ ແຂວງຄຳມ່ວນ ໄປເຮັດແຜນປະກອບຄໍາສາລະພາບ ພາຍຫຼັງກໍ່ເຫດພະຍາຍາມຄາຕະກຳເພື່ອປິດບັງຄວາມຜິດ.

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ້າວ ລຳໄພ ໄຊຍະວົງສາ ໄດ້ສາລະພາບໃນເບື້ອງຕົ້ນວ່າ ໃນເວລາ 19 ໂມງຂອງວັນທີ 12 ພະຈິກ 2023 ຜູ້ກ່ຽວ ແໄດ້ໄປດື່ມເບຍຢູ່ເຮືອນຂອງໝູ່ທີ່ຢູ່ບ້ານດຽວກັນ ຫຼັງຈາກນັ້ນຈຶ່ງໄດ້ແຍກຍາຍກັນກັບເຮືອນ ແຕ່ພໍຜູ້ກ່ຽວຍ່າງມາຮອດເຮືອນຂອງ ນາງ ແພງ ຜູ້ເສຍຫາຍ ຈຶ່ງມີແນວຄິດຢາກຮ່ວມເພດສໍາພັນກັບນາງແພງ. ຈາກນັ້ນ ຈຶ່ງໄດ້ໄປໄຂປະຕູເຂົ້າໄປເຮືອນເຫັນ ນາງ ແພງ ແລະ ລູກສາວຂອງນາງ ແພງ ອາຍຸ 10 ປີ ນອນຢູ່ໃນຫ້ອງນອນ ແລ້ວແກ້ໂສ້ງເສື້ອຂອງຜູ້ກ່ຽວອອກຈົນໝົດ ເພື່ອຫວັງຈະຮ່ວມເພດສຳພັນກັບ ນາງ ແພງ ແຕ່ນາງ ແພງໄດ້ຕື່ນ ພໍດີ, ນາງ ແພງ ແລະ ລູກສາວ ຈຶ່ງໄດ້ແລ່ນອອກຈາກຫ້ອງນອນ, ສ່ວນທ້າວ ລຳໄພ ໄຊຍະວົງສາ ໄດ້ນຸ້ງໂສ້ງ ແລ້ວແລ່ນອອກຈາກເຮືອນໄປ.

ແຕ່ພາຍຫຼັງໄປຮອດເຮືອນແລ້ວ ທ້າວ ລຳໄພ ມີແນວຄິດຢ້ານ ນາງ ແພງ ຈະໄປແຈ້ງເຈົ້າໜ້າທີ່ຕຳຫຼວດ ມາຈັບ ຈິ່ງໄດ້ເອົາມີດປາຍແຫຼມ ຍາວ 30 ຊັງຕິແມ້ດຢູ່ເຮືອນຄົວ ຍ່າງກັບໄປເຮືອນຂອງນາງ ແພງ ເພື່ອຫວັງຈະຄາຕະກໍາປິດປາກ ພໍກັບໄປຮອດ ຜູ້ກ່ຽວໄດ້ໃຊ້ມີດງັດປະຕູທາງຫຼັງເຮືອນແລ້ວເຂົ້າໄປໃນເຮືອນ ກໍປະກົດເຫັນນາງ ແພງໄດ້ນັ່ງຢູ່ຕຽງແລ້ວທ້າວ ລຳໄພ ໄດ້ຍ່າງເຂົ້າໄປຫານາງ ແພງ ທາງດ້ານໜ້າ ແລ້ວໄດ້ໃຊ້ມືເບື້ອງຂວ່າປິດປາກ ນາງແພງ ໄວ້ໃຊ້ມືເບື້ອງຊ້າຍຈັບມີດ ເພື່ອປາດຄໍ 1 ຄັ້ງ ຈົນມີເລືອດອອກ ສ່ວນນາງ ແພງ ໄດ້ຕໍ່ສູ້ພ້ອມທັງໄດ້ຮ້ອງຂໍຄວາມຊ່ວຍເຫຼືອນໍາຄົນເຮືອນໃກ້ ທ້າວ ລຳໄພ ໄດ້ແລ່ນອອກຈາກເຮືອນ ແລະ ກັບມາເຮືອນຕົວເອງ ແລ້ວນໍເອົາມີດທີ່ທີ່ໃຊ້ກໍ່ເຫດມາລ້າງຄາບເລືອດອອກ ແລ້ວເຊື່ອງໄວ້ຢູ່ໃນເຮືອນ; ສ່ວນ ນາງແພງ ແມ່ນຖືກນຳສົ່ງໄປປິ່ນປົວຢູ່ໂຮງໝໍ.

ຕໍ່ມາໃນເວລາ 00 ໂມງ 10 ນາທີ ຂອງວັນທີ 13 ພະຈິກ 2023 ເຈົ້າໜ້າທີ່ ປກສ ກຸ່ມຈອມທອງ ແລະ ການຈັດຕັ້ງບ້ານຕານ ຈຶ່ງໄດ້ນຳກຳລັງເຈົ້າໜ້າທີ່ເຂົ້າໄປກັກຕົວ ທ້າວ ລຳໄພ ໄຊຍະວົງສາ ຢູ່ທີ່ເຮືອນຂອງຜູ້ກ່ຽວ.

ແຫຼ່ງຂ່າວ: ປກສ ແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...