spot_img
Homeຂ່າວພາຍ​ໃນກໍລະນີປາໃນໜອງຕາຍ ຢູ່ບ້ານນາຍາງອາດເກີດຈາກເຕັກນິກບໍ່ຖືກຕ້ອງ

ກໍລະນີປາໃນໜອງຕາຍ ຢູ່ບ້ານນາຍາງອາດເກີດຈາກເຕັກນິກບໍ່ຖືກຕ້ອງ

Published on

ຈາກກໍລະນີ ທີ່ມີບາງສື່ອອນລາຍ (ເຟສບຸກ) ໄດ້ລາຍງານຂ່າວເມື່ອບໍ່ດົນມານີ້ວ່າ: ມີປາຢູ່ໜອງຂອງປະຊາຊົນ ບ້ານນາຍາງ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ຕາຍຟູນໍ້າເປັນຈໍານວນຫຼາຍ ໂດຍສັນນິຖານວ່າມີສາເຫດມາຈາກສານເຄມີ ທີ່ນໍາໃຊ້ຢູ່ສວນກ້ວຍຂອງນັກລົງທຶນຈີນ ທີ່ຢູ່ຫ່າງກັນປະມານ 400 ແມັດ ໄຫຼລົງມາໃສ່ໜອງ.

ຕໍ່ບັນຫານີ້, ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ໄດ້ອະທິບາຍຊີ້ແຈງຜ່ານລາຍການ ຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 15 ທັນວາ 2023 ນີ້ວ່າ: ຕໍ່ເຫດການທີ່ເກີດຂຶ້ນໜ່ວຍງານທີ່ກ່ຽວຂ້ອງ ໄດ້ໄປກວດກາແລ້ວເຫັນວ່າ: ສິ່ງແວດລ້ອມທໍາມະຊາດທີ່ຢູ່ໃກ້ຄຽງສວນກ້ວຍຂອງນັກລົງທຶນຈີນ ແລະ ຫ້ວຍທໍາມະຊາດ ທີ່ນໍ້າໄຫຼຜ່ານ ແມ່ນບໍ່ມີຜົນກະທົບ ຫລື ມີສະພາບປາ ແລະ ສັດນໍ້າຕາຍເກີດຂຶ້ນ, ທຸກຢ່າງແມ່ນຢູ່ໃນສະພາບປົກກະຕິ ແລະ ປະຊາຊົນຍັງໄປຫາຢູ່ຫາກິນຕາມປົກກະຕິ, ແຕ່ມີພຽງປາໃນໜອງຂອງປະຊາຊົນທີ່ລ້ຽງໄວ້ ໃນໜອງຢູ່ຫ່າງກັນປະມານ 400 ແມັດ ເທົ່ານັ້ນທີ່ຕາຍ.

ທ່ານ ຮອງເຈົ້າເມືອງ ກ່າວຕື່ມວ່າ: ຕໍ່ບັນຫານີ້ ພາກສ່ວນກ່ຽວຂ້ອງຂອງເມືອງຈະໄດ້ກວດກາຄືນຕື່ມວ່າປາໃນໜອງ ຂອງປະຊາຊົນ ທີ່ຕາຍເກີດຫຍັງແທ້, ບາງທີອາດເກີດຈາກເຕັກນິກໃນການປ່ອຍປາຂອງປະຊາຊົນບໍ່ຖືກຕ້ອງ ຈຶ່ງເຮັດໃຫ້ປາຕາຍ; ຕ້ອງໄດ້ສືບຕໍ່ກວດກາ ແລະ ເບິ່ງບັນຫາໃຫ້ຈະແຈ້ງ ແລະ ເຂົ້າໃຈນໍາກັນ ເພື່ອໃຫ້ຄວາມຍຸຕິທໍາຕໍ່ທຸກຝ່າຍ ໂດຍການເອົາປາທີ່ຕາຍ ແລະ ສະພາບນໍ້າໃນໜອງ ໄປວິເຄາະວິໄຈໃຫ້ລະອຽດ ເພື່ອຊອກຫາຄວາມຈິງ, ລວມເຖິງກວດກາເບິ່ງສະພາບຕົວຈິງ ກ່ອນການຂຸດໜອງຂອງປະຊາຊົນ ແລະ ແຫຼ່ງທີ່ມາຂອງປາ ທີ່ປະຊາຊົນເອົາມາປ່ອຍໃນໜອງ ເຊິ່ງພວມຢູ່ໃນຂັ້ນຕອນກວດກາໃຫ້ລະອຽດ.

ຢ່າງໃດກໍຕາມ, ກ່ອນໜ້ານີ້ ຄື: ໃນວັນທີ 14 ທັນວາ 2023 ນີ້, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບການ ກ່ຽວກັບ ປາຕາຍຢູ່ເຂດບ້ານນາຍາງ ເມືອງນາຊາຍທອງ ທີ່ໄດ້ເຜີຍແຜ່ຜ່ານສື່ສັງຄົມອອນລາຍ (ເຟສບຸກ) ໃນວັນທີ 9 ທັນວາ 2023 ຜ່ານມາ ແມ່ນບໍ່ມີມູນຄວາມຈິງ. ຂະນະທີ່ການຈັດຕັ້ງບ້ານນາຍາງ ໄດ້ລາຍງານຕໍ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ເມືອງນາຊາຍທອງ ວ່າ: ເບື້ອງຕົ້ນ ທ່ານ ບຸນສະຫວາດ ພັນທະວົງ ໄດ້ມາຊື້ດິນຈັດສັນຢູ່ເຂດຫ້ວຍຊຳປາເຕີຍ. ຈາກນັ້ນ, ກໍຕັນຫ້ວຍດັ່ງກ່າວ ເພື່ອເຮັດເປັນໜອງປາຂະໜາດ 10×10 ເທົ່າກັບ 100 ຕາແມັດ, ມີນໍ້າໄຫຼຜ່ານ, ມາຮອດວັນທີ 2-3 ທັນວາ 2023 ເຈົ້າຂອງໜອງປາດັ່ງກ່າວ ກໍອ້າງວ່າປາຢູ່ໜອງຂອງຜູ້ກ່ຽວຕາຍ ຍ້ອນສານເຄມີໄຫຼມາຈາກສວນກ້ວຍຈີນ, ແຕ່ວ່າການຈັດຕັ້ງບ້ານນາຍາງ ແລະ ບໍລິສັດສວນກ້ວຍຈີນ ກໍບໍ່ໄດ້ຮັບຮູ້ນໍາ ເຊິ່ງໄລຍະຫາງຈາກໜອງປາຂອງຜູ້ກ່ຽວ ຫາສວນກ້ວຍ ແລະ ເຮືອນພັກ(ແຄ້ມ)ກຳມະກອນຈີນ ປະມານ 400 ແມັດ, ສາຍຫ້ວຍຊຳປາເຕີຍ ປັດຈຸບັນນໍ້າຍັງໄຫຼຜ່ານໜອງປາຂອງຜູ້ກ່ຽວ ແລ້ວໄຫຼລົງມາໃສ່ໜອງອຸ່ມ ແລະ ໄຫຼລົງສູ່ສາຍຫ້ວຍຊົ້ວ(ຝາຍນໍ້າລົ້ນຫ້ວຍຊົ້ວ), ຖ້າມີສານເຄມີແທ້ ນ້ຳໄຫຼເຂົ້າສູ່ອ່າງເກັບນໍ້າຫ້ວຍຊົ້ວ, ປາຈໍານວນຫຼາຍທີ່ອາໄສຢູ່ເຂດນັ້ນກໍຈະຕາຍໝົດຄືກັນ.

ຕາມການພິສູດຫລັກຖານຕົວຈິງ ຂອງຄະນະກຳມະການ ເມືອງນາຊາຍທອງ ເຫັນວ່າການຕາຍຂອງປາຢູ່ໜອງຂອງຜູ້ກ່ຽວນັ້ນ ຍ້ອນວ່າ: ຜູ້ກ່ຽວເອົາປາມາປ່ອຍໃໝ່, ປາມີການຕື່ນນໍ້າ, ຊັອກນໍ້າ ແລະ ປາບໍ່ແຂງແຮງ ຈຶ່ງເຮັດໃຫ້ປາຕາຍ ຊຶ່ງບໍ່ກ່ຽວກັບ ສານເຄມີຈາກສວນກ້ວຍແຕ່ຢ່າງໃດ. ສະນັ້ນ, ຫ້ອງ ການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາຊາຍທອງ ຈຶ່ງໄດ້ແຈ້ງມາຍັງ ທຸກພາກ ສ່ວນ ແລະ ສັງຄົມ ເພື່ອຮັບຊາບ, ພ້ອມທັງຮຽກຮ້ອງມາຍັງສັງຄົມ ຜູ້ບໍລິໂພກຂໍ້ມູນຂ່າວສານ ຈົ່ງໃຊ້ວິຈາ ລະນະຍານ, ມີສະຕິໃນການບໍລິໂພກສື່ ແລະ ຫລີກລ່ຽງການເຜີຍແຜ່ຂໍ້ມູນຂ່າວສານ ທີ່ບໍ່ໄດ້ຮັບການຢັ້ງ ຢືນຈາກເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອບໍ່ໃຫ້ສັງຄົມເກີດຄວາມສັບສົນ ວຸ້ນວາຍ ແລະ ແຕກຕື່ນ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...