Homeຂ່າວທ້ອງຖິ່ນກວດພົບສິນຄ້າໝົດອາຍຸ 25 ລາຍການ ໃນຂອບເຂດເມືອງລະມາມ ແຂວງເຊກອງ

ກວດພົບສິນຄ້າໝົດອາຍຸ 25 ລາຍການ ໃນຂອບເຂດເມືອງລະມາມ ແຂວງເຊກອງ

Published on

ແຫຼ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ສົມທົບກັບຫ້ອງການ ອຄ ເມືອງລະມາມ ແລະ ຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກແຂວງ ລົງຕິດຕາມ ກວດກາ ສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ ໃນຂອບເຂດເມືອງລະມາມ ແຂວງເຊກອງ ເມື່ອບໍ່ດົນມານີ້, ເຊິ່ງພົບສິນຄ້າໝົດອາຍຸ ລວມ 25 ລາຍການ ໂດຍການນໍາພາຂອງທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ.

ທ່ານ ໄຊປັນຍາ ເກດທອງພັນ ຮອງຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳແລະ ການຄ້າແຂວງ ໄດ້ລາຍງານວ່າ: ຈຸດປະສົງຂອງການລົງກວດກາໃນຄັ້ງນີ້ ເພື່ອຮັບປະກັນຜົນປະໂຫຍດ ແລະ ຄວາມຍຸດຕິທໍາ ໃຫ້ຜູ້ບໍລິໂພກ, ຜູ້ນໍາໃຊ້ສິນຄ້າ ກໍຄືນໍາໃຊ້ມາດຕະການ ເພື່ອຮັກສາຊີວິດ, ສຸຂະພາບ, ຊັບສິນ ແລະ ສິດທິຂອງປະຊາຊົນ ແລະ ເພື່ອຄວາມປອດໄພໃຫ້ແກ່ຜູ້ບໍລິໂພກ.

ຜ່ານການລົງຕິດຕາມກວດກາ ຕາມຫ້າງຮ້ານເປົ້າໝາຍ, ຕະຫລາດສົດ, ຮ້ານຂາຍເຄື່ອງສົ່ງ, ຮ້ານສັບພະສິນຄ້າ,ງານຕະຫລາດນັດ ແລະ ຮ້ານຂາຍເຄື່ອງຍ່ອຍທົ່ວໄປ ຈໍານວນ 30 ຮ້ານ, ສາມາດກວດພົບສິນຄ້າທີ່ໝົດອາຍຸ ເສື່ອມຄຸນນະພາບ ຈຳນວນ 18 ຮ້ານ, ພົບເຫັນສິນຄ້າທີ່ໝົດອາຍຸ ແລະ ສ້າງບົດບັນທຶກການກວດກາກັບເຈົ້າຂອງຮ້ານ ທັງໝົດ 25 ລາຍການ ລວມມູນຄ່າເກືອບ 6 ລ້ານກີບ ໃນນີ້, ມີຮ້ານທີ່ໄດ້ສ້າງບົດບັນທຶກສອງຄັ້ງຂຶ້ນໄປ ມີການປັບໃໝ ຈຳນວນ 50% ຂອງມູນຄ່າສິນຄ້າ ຕາມກົດໝາຍ ທັງໝົດ 10 ຮ້ານ ແລະ ຄັ້ງທໍາອິດ ຈໍານວນ 8 ຮ້ານ, ປັບໃໝເຈົ້າຂອງຮ້ານທີ່ບໍ່ເອົາໃຈໃສ່ໃນການກວດກາສິນຄ້າຂອງຕົນເອງພາຍໃນຮ້ານ ອັນຈະເກີດຜົນເສຍຫາຍ ທາງດ້ານສຸຂະພາບໃຫ້ຜູ້ບໍລິໂພກ ຈໍານວນ 10 ຮ້ານ ໃນມູນຄ່າ 1 ລ້ານກວ່າກີບ. ສຳລັບສິນຄ້າໝົດອາຍຸດັ່ງກ່າວ ແມ່ນໄດ້ນຳເຂົ້າມາເກັບມ້ຽນໃນສາງຂອງພະແແນກ ອຸດສາຫະກຳ ແລະ ການຄ້າແຂວງ ເພື່ອລໍຖ້າການຈັດພິທີທຳລາຍຢ່າງເປັນທາງການ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...