spot_img
Home​ຂ່າວທ່ອງທ່ຽວ(ADB) ອະນຸມັດເງິນກູ້ 35 ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນ ຫຼວງພະບາງ

(ADB) ອະນຸມັດເງິນກູ້ 35 ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນ ຫຼວງພະບາງ

Published on

ທະນາຄານພັດທະນາອາຊີ (ADB) ອະນຸມັດເງິນກູ້ 35 ລ້ານໂດລາສະຫະລັດ ແລະ ທຶນຊ່ວຍເຫຼືອລ້າ 10 ລ້ານໂດລາສະຫະລັດ ສຳລັບໂຄງການປັບປຸງສິ່ງແວດລ້ອມນະຄອນ ຫຼວງພະບາງ ສປປ ລາວ ເພື່ອຊ່ວຍສະ ໜັບສະໜູນວຽກພັດທະນາຕົວເມືອງຂອງນະຄອນດັ່ງກ່າວ ການອະນຸມັດດັ່ງກ່າວມີຂຶ້ນເມື່ອບໍ່ດົນມານີ້ ຢູ່ນະ ຄອນຫຼວງມະນີລາ ປະເທດຟີລິບປິນ.

ທ່ານ ນາງ ໂຊໂນມິ ທະນາກະ ຫົວໜ້າສຳນັກງານ ADB ປະຈຳ ສປປ ລາວ ກ່າວວ່າ: ມໍລະດົກອັນລ້ຳຄ່າຂອງນະຄອນຫຼວງພະບາງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບຜົນກະທົບຈາກການພັດທະນາຕົວເມືອງທີ່ບໍ່ໄດ້ຮັບການວາງແຜນຢ່າງເປັນລະບົບ ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດ ສືບຕໍ່ສ້າງຜົນກະທົບຕໍ່ແມ່ຍິງ ແລະ ກຸ່ມຜູ້ດ້ອຍໂອກາດ ຄວາມສຳຄັນຂອງການພັດທະນາໂຄງລ່າງພື້ນຖານໃນຕົວເມືອງ ການຄຸ້ມຄອງສິ່ງແວດລ້ອມ ແລະ ການບໍລິການດ້ານການທ່ອງທ່ຽວ ຄວນໄດ້ຮັບການປັບປຸງໃຫ້ດີຂຶ້ນຄຽງຄູ່ກັບການວາງແຜນ ແລະ ການຄຸ້ມຄອງຕົວເມືອງຢ່າງເປັນລະບົບ ໂດຍໃຫ້ຄວາມສຳຄັນຕໍ່ວຽກງານບົດບາດຍິງ-ຊາຍ ເພື່ອຍົກສູງຄຸນນະພາບຊີວິດຂອງປະຊາຊົົນ ເພື່ອສ້າງຄວາມພ້ອມໃນການຮັບມືກັບສິ່ງທີ່ເກີດຂຶ້ນຢ່າງກະ ທັນຫັນ.

ອົງປະກອບຫຼັກຂອງໂຄງການ ປະກອບມີການທົດລອງສ້າງສູນເບິ່ງແຍງເດັກນ້ອຍສຳລັບຜູ້ຍິງທີ່ໄດ້ຮັບທຶນການສຶກສາຊັ້ນສູງ ແລະ ທຶນເຝິກອົບຮົມວິຊາຊີບໃນຂະ ແໜງນໍ້າປະປາ ສຸຂະພິບານ ໂຍທາ ແລະ ທ່ອງທ່ຽວ ໂຄງ ການດັ່ງກ່າວມີເປົ້າໝາຍສ້າງເຄືອຂ່າຍພັດທະນາທຸລະກິດທີ່ນຳພາໂດຍແມ່ຍິງ ເພື່ອຄວາມພ້ອມໃຫ້ ສປປ ລາວ ໃນການກະກຽມສ້າງຍຸດທະສາດ ແລະ ແຜນປະຕິບັດງານຕົວເມືອງແບບສ້າງ ສັນ ເຊິ່ງເປັນຄັ້ງທຳອິດໃນປະ ເທດ ນອກນີ້ແມ່ຍິງຍັງຈະໄດ້ຮັບການເຝິກອົບຮົມການນຳໃຊ້ ແລະ ຄຸ້ມຄອງກິດຈະກຳດ້ວຍເຄື່ອງ ມືທີ່ທັນສະ ໄໝ ໂດຍອີງໃສ່ແຜນຍຸດທະສາດຕົວເມືອງຫຼວງພະບາງແບບປະສົມປະສານ ແລະ ອັດສະລິຍະ ເຊິ່ງໄດ້ຮັບການຊ່ວຍເຫຼືອພາຍໃຕ້ກອງທຶນ ASEAN-Australia Smart Cities Trust Fund ທີ່ບໍລິຫານໂດຍ ADB ນອກນີ້ການປັບປຸງລາຄາບໍລິການ ການຄຸ້ມຄອງດ້ານການເງິນ ອຳນວຍຄວາມສະດວກໃຫ້ການລົງທຶນຂອງພາກເອກະຊົນ ແລະ ສ້າງຄວາມພ້ອມໃນການຮັບມືກັບໄພພິບັດ ກໍເປັນສ່ວນໜຶ່ງໃນອົງປະກອບຂອງໂຄງການ ຄາດວ່າປະຊາຊົນຜູ້ຢູ່ອາໄສ 104.500 ຄົນ ແລະ ນັກທ່ອງທ່ຽວ 1,3 ລ້ານຄົນ ຈະໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ ພາຍໃນປີ 20

ທີ່ມາ:ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...