spot_img
Homeຂ່າວຕ່າງປະເທດຈີນສາມາດປ່ຽນນ້ຳມັນທີ່ເຫຼືອຈາກນ້ຳຊຸບເສສວນ ໃຫ້ກາຍເປັນເຊື້ອໄຟເຮືອບິນໄດ້.

ຈີນສາມາດປ່ຽນນ້ຳມັນທີ່ເຫຼືອຈາກນ້ຳຊຸບເສສວນ ໃຫ້ກາຍເປັນເຊື້ອໄຟເຮືອບິນໄດ້.

Published on

ຈີນສາມາດນຳເອົານ້ຳມັນທີ່ເຫຼືອຖິ້ມຈາກນ້ຳຊຸບເສສວນ ມາເຮັດເປັນນ້ຳມັນຍເຊື້ອໄຟເຮືອບິນໄດ້ ໂດຍບໍລິສັດ ເສສວນ ຈິນຊາງ ເອນໄວຣອນເມນທໍ ໂພເທັກຊັ່ນ ເຊິ່ງເປັນທຸລະກິດທ້ອງຖິ່ນ ຄົນພົບວິທີແປຮູບຈາກນ້ຳມັນທີ່ເຫຼືອຈາກນ້ຳຊຸບເສສວນ ແລະ ສາມາດສົ່ງອອກເພື່ອນຳໄປປ່ຽນເປັນເຊື້ອໄຟໃຫ້ເຮືອບິນ.

ທ່ານ ເຍ່ ປິ່ນ ຜູ້ຈັດການທົ່ວໄປຂອງບໍລິສັດກ່າວວ່າ: ບໍລິດສັດໄດ້ກໍ່ຕັ້ງໃນປີ 2017 ແລະ ດຳເນີນທຸລະກິດຜະລິດນ້ຳມັນເກດອຸດສາຫະກຳຫຼາຍເຖິງ 150,000 ໂຕນຕໍ່ປີ ຈາກຮ້ານມ່າລ່າ, ຮ້ານເຄເອັບຊີ ແລະ ຮ້ານອາຫານອື່ນໆ ທົ່ວເມືອງເຊິນຕູ ໂດຍໃນຊ່ວງເວລາກາງຄືນທີມງານຂອງບໍລິສັດຈະອອກເດີນທາງໄປຮ້ານອາຫານ ຫຼາຍຮ້ອຍຮ້ານໃນເມືອງ ແລະ ເລີ່ມເຮັດວຽກຫຼັງລູກຄ້າອອກຈາກຮ້ານໄປໝົດແລ້ວ ເຊິ່ງການເຮັດວຽກຂອງພະນັກງານກໍຄື ການເທນ້ຳຊຸບທີ່ເຫຼືອລົງໃສ່ແນວກອງພິເສດ ທີ່ສາມາດແຍກນ້ຳມັນອອກຈາກນ້ຳ, ຈາກນັ້ນຕະກອນດັ່ງກ່າວຈະຖືກສົ່ງໄປໂຮງງານຂອງບໍລິສັດ ກ່ອນທີ່ຈະຖືກຂົນຖ່າຍລົງໃນຖັງຂະນາດໃຫຍ່ ແລະດຳເນີນຂະບວນການກັ່ນຕອງ ເພື່ອຄັດເລືອກນ້ຳ ແລະ ສິ່ງສົກກະປົກທີ່ເຫຼືອຢູ່ ຈົນອອກມາເປັນນ້ຳມັນເກດຮອຸດສາຫະກຳທີ່ໃສ ແລະ ມີສີເຫຼືອງ.

ສຳລັບນ້ຳມັນທີ່ໄດ້ຈາກວິທີຂ້າງຕົ້ນຈະຖືກສົ່ງໄປໃຫ້ກັບລູກຄ້າໃນເອີຮົບ, ສະຫະລັດ ແລະ ສິງກະໂປເປັນຫຼັກ ເຊິ່ງພວກເຂົານຳໄປແປຮູບເພີ່ມເຕີມ ເພື່ອສ້າງສິ່ງທີ່ຄົນໃນວົງການອຸດສາຫະກຳເອີ້ນວ່າ: ນ້ຳມັນ​ເຊື້ອ​ໄຟ​ການບິນ​ແບບ​ຍືນ​ຍົງ ຫຼື ເອັສເອເອັບ.

ທັງນີ້ ຈິນຊາງ ມີແຜນທີ່ຈະຂະຫຍາຍໂຮງງານຜະລິດເອສເອເອັບຂອງຕົນໃນໄວໆນີ້ ໂດຍໃຊ້ອຸປະກອນຈາກບໍລິສັດ ຫັນນິວໍຊ ຂອງສະຫະລັດ ເພື່ອເພີ່ມກຳລັງຜະລິກນ້ຳມັນເປັນ 300,000 ໂຕນຕໍ່ປີ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...