Homeຂ່າວເສົ້າປະຊາຊົນ ບ້ານກົກມ່ວງ ເມືອງຕຸ້ມລານ ເສຍຊີວິດຈາກລະເບີດແຕກໃສ່ ຈຳນວນ 1 ຄົນ.

ປະຊາຊົນ ບ້ານກົກມ່ວງ ເມືອງຕຸ້ມລານ ເສຍຊີວິດຈາກລະເບີດແຕກໃສ່ ຈຳນວນ 1 ຄົນ.

Published on

ອີງຕາມຫ້ອງການ ຖວທ ເມືອງຕຸ້ມລາມ ແຂວງສາລະວັນລາຍງານໃນ ເວລາປະມານ 2:30 ນາທີ ຂອງວັນທີ 2 ທັນວາ 2023 ຜ່ານມາ, ໄດ້ເກີດເຫດລະເບີດແຕກໃສ່ປະຊາຊົນ ຈຳນວນ 1 ຄົນເສຍຊີວິດຄາທີ່ ຢູ່ບ້ານກົກມ່ວງ ເມືອງຕຸ້ມລານ ແຂວງສາລະວັນ.

ຜ່ານການລົງເກັບກຳຂໍ້ມູນເບື້ອງຕົ້ນຜູ້ເສຍຊີວິດຊື່ວ່າ: ນ. ຈ່ອຍ ແສນຄຳ, ອາຍຸ 30 ປີ, ເຊິ່ງເປັນເມຍ ຂອງ ທ. ພິມ ລືຄຳຫານ ຢູ່ບ້ານກົກມ່ວງ ເມືອງຕຸ້ມລານ, ສ້າງຄອບຄົວ ແລະ ໄດ້ມີລູກຮ່ວມກັນ ຈຳນວນ 5 ຄົນ, ຍິງ 2 ຄົນ. ສ່ວນສາເຫດ ແມ່ນ: ນ. ຈ່ອຍ ແສນຄຳ (ຜູ້ເສຍຊີວິດ) ໄດ້ໄປຂຸດໜານຜັກ ຢູ່ແຄ້ມໜອງຊະ ໃກ້ກັບທົ່ງນາຂອງເພີ່ນເອງ, ບັງເອີ້ນໄປຂຸດຖືກລະເບີດ, ເຮັດໃຫ້ລະເບີດແຕ່ກໃສ່ຈົນເສຍຊີວິດຄາທີ່ ປະເພດລູກລະເບີດທີແຕກໃສ່ແມ່ນ: “ລູກລະເບີດໂບມບີ”.

ປັດຈຸບັນເຖິງແມ່ນວ່າມີພາກສ່ວນກ່ຽວຂ້ອງລົງກວດກາ ແລະ ເກັບກູ້ລະເບີດທີຕົກຄ້າງໃນສະໄໝສົງຄາມກໍ່ຕາມ, ແຕ່ຍັງເຫັນວ່າ: ລະເບີດຕາມຮົ້ວໄຮ່ປາຍນາຂອງປະຊາຊົນ ຍັງພົບເຫັນຫຼາຍ, ເຮັດໃຫ້ການທຳການຜະລິດຂອງປະຊາຊົນພົບຄວາມຫຍຸ້ງຍາກ ແລະ ເປັນການກົດໜ່ວງທ້ວງດຶງຕໍ່ການສ້າງສາພັດທະນາ ຄອບຄົວ, ບ້ານເມືອງ ກໍ່ຄືປະເທດຊາດ.
ຂ່າວ ໂດຍ: ວຽງສະຫວັນ ແສນຄຳ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...