spot_img
Homeຂ່າວທ້ອງຖິ່ນບໍລິຄຳໄຊ ທຳລາຍສິນຄ້າປະເພດຕ້ອງຫ້າມ

ບໍລິຄຳໄຊ ທຳລາຍສິນຄ້າປະເພດຕ້ອງຫ້າມ

Published on

ທຳລາຍສິນຄ້າປະເພດຕ້ອງຫ້າມ 100 ກວ່າກິໂລ ມີສານປົນເປື້ອນ ແລະ ສານກັນບູດຫຼາຍ

ອີງຕາມການລາຍງານຂອງ ຄວາມສະຫງົບ ໃຫ້ຮູ້ວ່າ: ໃນວັນທີ 29 ພະຈິກ 2023, ເຈົ້າໜ້າທີ່ກວດກາການຄ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ນຳໂດຍທ່ານ ກິ່ງເພັດ ຈັນທິສອນ ຫົວໜ້າຂະແໜງການຄ້າພາຍໃນ, ລົງເຄື່ອນໄຫວເພື່ອສະກັດກັ້ນ ການຄ້ານອກລະບົບຕາມຄຳສັ່ງເລກທີ 2012 ຂອງກະຊວງອຸດສາຫະກຳ ແລະ ການຄ້າ.

ຜ່ານການລົງກວດກາຕົວຈິງ ໄດ້ພົບເຫັນການນຳເຂົ້າສິນຄ້າປະເພດຕ້ອງຫ້າມຕາມແຈ້ງການຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 3811/ກປ. ໃນນັ້ນ, ມີ ໄສ້ຕັນ 11 ກິໂລ, ຢໍ່ຂາວ 25 ກິໂລ, ເອັນງົວ 69 ກິໂລ ແລະ ຊີ້ນໝູ 21 ກິໂລ ລວມມູນຄ່າ 4.885.000 ກີບ.

ຈາກນັ້ນ, ພາກສ່ວນກ່ຽວຂ້ອງຈຶ່ງໄດ້ນຳເອົາສິນຄ້າປະເພດດັ່ງກ່າວມາທຳລາຍ ເນື່ອງຈາກສິນຄ້າດັ່ງກ່າວແມ່ນມີສານປົນເປື້ອນ ແລະ ສານກັນບູດຫຼາຍ, ເຊິ່ງເປັນອັນ ຕະລາຍຕໍ່ຜູ້ບໍລິໂພກ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...