Homeຂ່າວຕ່າງປະເທດໂອບາມາ ແຕ່ງຕັ້ງ ແອັດຕັນ ຄາເຕີ ນັ່ງຕັ່ງອີ້ລັດຖະມົນຕີປ້ອງກັນປະເທດ ຄົນໃໝ່

ໂອບາມາ ແຕ່ງຕັ້ງ ແອັດຕັນ ຄາເຕີ ນັ່ງຕັ່ງອີ້ລັດຖະມົນຕີປ້ອງກັນປະເທດ ຄົນໃໝ່

Published on

ashcarter

 

ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດ ແຕ່ງຕັ້ງທ່ານ ແອັດຕັນ ຄາເຕີ ນັ່ງຕັ່ງອີ້ລັດຖະມົນຕີປ້ອງກັນປະ

ເທດຄົນໃໝ່ ແທນທ່ານ ຊັກ ເຮເກນ ເຊິ່ງຖືກກົດດັນໃຫ້ລາອອກ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 6 ທັນວາຜ່ານມານີ້ວ່າ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດ

ອາເມຣິກາ ໄດ້ປະກາດແຕ່ງຕັ້ງ ທ່ານ ແອັດຕັນ ຄາເຕີ ອະດີດລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດສະ

ຫະລັດອາເມຣິກາ ຂຶ້ນເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດຄົນໃໝ່ ແທນທ່ານ ຊັກ ເຮເກນ ທີ່ຖືກກົດ

ດັນໃຫ້ລາອອກ, ແຕ່ຕຳແໜ່ງໃໝ່ນີ້ ຍັງຈະຕ້ອງໄດ້ຜ່ານການເຫັນດີຈາກວຸດທິສະພາໃນຕົ້ນປີໜ້າເສຍກ່ອນ ຈິ່ງ

ຈະມີຜົນສັກສິດຕາມກົດໝາຍຂອງອາເມຣິກາ.

 

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...