spot_img
Homeຂ່າວຕ່າງປະເທດພາຍຸໄຕ້ຝຸ່ນຮາກູປິດ ຖະຫລົ່ມເກາະຟິລິບປິນ ອົບພະຍົບນັບລ້ານ ເສຍຊີວິດແລ້ວ 3 ລາຍ

ພາຍຸໄຕ້ຝຸ່ນຮາກູປິດ ຖະຫລົ່ມເກາະຟິລິບປິນ ອົບພະຍົບນັບລ້ານ ເສຍຊີວິດແລ້ວ 3 ລາຍ

Published on

APTOPIX Philippines Typhoon

 

ພາຍຸໄຕ້ຝຸນຮາກູປິດ ຖະຫລົ່ມຟິລິບປິນໜັກ ສ້າງຄວາມເສຍຫາຍມະຫາສານ ທາງການອົບພະຍົບປະຊາຊົນລ້ານກ່ວາ

ຄົນ ພົບຜູ້ເສຍຊີວິດແລ້ວ 3 ລາຍ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 8 ທັນວານີ້ວ່າ ອິດທິພົນຂອງໄຕ້ຝຸ່ນຮາກູປິດ ເຊິ່ງເຄື່ອນຕົວຂຶ້ນຝັ່ງທີ່ເມືອງໂດ

ໂລເຣສ ເທິງເກາະຊາມາ ທາງພາກຕາເວັນອອກຂອງປະເທດຟິລິບປິນ ເມື່ອຕອນຄ່ຳຂອງວັນເສົາທີ 6 ທັນວາຜ່ານມາ ເຮັດ

ໃຫ້ເກີດຝົນຕົກໜັກທົ່ວພື້ນທີ່ ສ້າງຄວາມເສຍຫາຍແກ່ເຮືອນຊານຈຳນວນກວ້າງຂວາງ, ໄຕ້ຝຸ່ນຮາກູປິດ ມີຄວາມໄວລົມ

ສູງເຖິງ 210 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງກາຍເປັນພາຍຸທີ່ຮຸນແຮງທີ່ສຸດທີ່ຂຶ້ນຝັ່ງຟິລິບປິນໃນປີນີ້.

 

TOPSHOTS-PHILIPPINES-WEATHER-STORM

 

ດ້ານສະພາກາແດງຂອງຟິລິບປິນໄດ້ເປີດເຜີຍວ່າ ມີຜູ້ອົບພະຍົບແລ້ວກ່ວາ 1.2 ລ້ານຄົນ ໄປອາໄສຢູ່ຕາມໂຮງຮຽນ, ສະຖານ

ທີ່ລັດຖະການ, ສະໜາມກິລາ ແລະ ໂບດກ່ວາ 1,500​ ແຫ່ງ ທີ່ທາງການໄດ້ຈັດໄວ້ເປັນສູນຫລົບໄພຊົ່ວຄາວທົ່ວທັງພາກກາງ

ຂອງປະເທດ ແລະ ທາງເຈົ້າໜ້າທີ່ຍັງໄດ້ຢືນຢັນວ່າ ໄດ້ພົບຜູ້ເສຍຊີວິດຈາກພາຍຸລູກນີ້ແລ້ວ 3 ລາຍ.

 

ທັງນີ້, ຄາດວ່າໃນຕອນເຊົ້າຂອງວັນຈັນທີ 8 ທັນວານີ້ ໄຕ້ຝຸ່ນຮາກູປິດຈະຂຶ້ນຝັ່ງເປັນຄັ້ງທີ 3 ທີ່ເກາະຊິບູຍານ ກ່ອນທີ່ຈະພັດ

ຜ່ານພື້ນທີ່ໃກ້ເມືອງຫລວງນະຄອນມະນິລາ ໃນຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເຄື່ອນອອກສູ່ທະເລຈີນໃຕ້ ໃນ

ວັນອັງຄານທີ 9 ທັນວາຈະມາເຖິງນີ້.

 

Philippines Typhoon

NjpUs24nCQKx5e1DGn8Q4Td2WEIqjKL7EkOJk4aEVsj

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...