Homeສຸຂະພາບ ແລະ ສີ່ງແວດລ້ອມໜ້າຈໍໂທລະສັບ ເປື້ອນກວ່າຫ້ອງນ້ຳສາທາລະນະ

ໜ້າຈໍໂທລະສັບ ເປື້ອນກວ່າຫ້ອງນ້ຳສາທາລະນະ

Published on

yotaphone-lead-620-500x377

ໂທລະ​ສັບ​ສະມາດໂຟນ​ຖື​ເປັນ​ອຸປະກອນ​ອັນ​ໜຶ່ງ​ ທີ່​ເກືອບ​ຈະ​ກາຍ​ເປັນ​ອາໄວຍະວະ​ໜຶ່ງ​ຂອງ​ຮ່າງກາຍ​ໃຜ​ຫລາຍ​ຄົນ​ໄປ​ແລ້ວ ເພາະ​ບໍ່​ວ່າ​ຈະ​ໄປ​ບ່ອນ​ໃດ​ກໍ​ມັກ​ຈະ​ເອົາ​ມັນ​ໄປ​ນໍາ​​ທຸກ​ເທື່ອ ແຖມ​ບາງ​ຄົນ​ເວລາ​ຫລິ້ນ​ໂທລະ​ສັບ​ຕໍ່​ໃຫ້​ມື​ເປື້ອນພຽງ​ໃດ​ກໍ​ບໍ່​ຍອມ​ລ້າງ ຫລື ​ບາງ​ຄົນ​ກໍ​ມັກ​ຈະໃຫ້​ຄົນ​ອື່ນ​ມາ​ໃຊ້​ໂທລະ​ສັບ ໂດຍ​​ບໍ່​ຮູ້ວ່າ​ສິ່ງ​ທີ່​ເຮັດ​ໄປ ເຮັດໃຫ້​ເຊື້ອ​ພະຍາດ​ຕ່າງໆ ບໍ່​ວ່າ​ຈະ​ເປັນ ​ໄວ​ຣັສ​ໄຂ້​ຫວັດ ຫລື ​ເຊື້ອ​ແບກ​ທີ​ເຣຍ​ຕົ້ນ​ເຫດ​ຂອງ​ອາການ​ຖອກທ້ອງ​ ​ສະ​ສົມ​ຢູ່​ເທິງ​ໜ້າ​ຈໍ​ໂທລະ​ສັບ​ໄດ້ ເຊິ່ງ​ລ່າ​ສຸດ​ມີ​ການສຶກສາ​ທີ່​ໜ້າ​ຕົກ​ໃຈ​ອັນ​ໜຶ່ງ​ ກ່ຽວກັບ​ໂທລະ​ສັບ​ສະມາດ​ໂຟນ​ທີ່​ວ່າ ໂທລະສັບ​ສະມາດ​ໂຟນ​ທີ່​ຖື​ກັນ​ຢູ່​ທຸກ​ມື້​ນີ້​ ​ເປື້ອນຍິ່ງ​ກວ່າ​ຫ້ອງ​ນ້ຳ​ສາທາລະນະ​ຫລາຍ​ເທົ່າ​ ເຮົາ​ໄປ​ອ່ານ​ລາຍ​ລະອຽດ​ອັນ​ໜ້າ​ຕົກ​ໃຈ​ນີ້​ທີ່​ເວັບ​ໄຊ foxnews.com ຮັບຮອງ​ວ່າ​ອ່ານ​ຈົບ​ແລ້ວ​ຈະ​ຕ້ອງ​ຮີບ​ໄປ​ຈັບ​ໂທລະ​ສັບ​ມາ​ນັ່ງ​ເຊັດ​ເຮັດ​ຄວາມ​ສະ​ອາດ​ຢ່າງ​ແນ່ນ​ອນ

 

ການສຶກສາ​ໃນ​ວາລະ​ສານ Applied Microbiology ພົບ​ວ່າ ໂທລະ​ສັບ​ສະມາດ​ໂຟນ ແລະ​ ແທັບ​ເລັດ ​ນັ້ນ​ມີ​ເຊື້ອ​ພະຍາດ​ຫລາຍກວ່າ​ຫ້ອງ​ນ້ຳ​ສາທາລະນະ​ເຖິງ 18 ເທົ່າ ແຖມ​ຍັງມີ​ໂອ​ກາດ​ທີ່​ເຊື້ອ​ພະຍາດ​ເຫລົ່າ​ນັ້ນ​ຈະ​ເຂົ້າ​ສູ່​ຮ່າງກາຍ​ເຮົາ​ໄດ້​ເຖິງ 30% ໂດຍ​ເຊື້ອ​ພະຍາດ​ເຫລົ່າ​ນັ້ນ​ຈະ​ຕິດ​ຢູ່​ຕາມ​ໂທລະ​ສັບ​ເມື່ອ​ເຮົາ​ນຳ​ໄປ​ໃສມາ​ໄສ​ນໍາ ບໍ່​ວ່າ​ຈະ​ເປັນ​ບໍລິເວນ​ທີ່​ເປື້ອນ ເຊັ່ນ​ຫ້ອງ​ນ້ຳ ຫລື ​ການ​ວາງ​ຖິ້ມ​ໄວ້​ບ່ອນໃດ​ທີ່​ໜຶ່ງ ນອກ​ຈາກ​ນີ້​ການ​ໃຫ້​ຜູ້​ອື່ນ​ໃຊ້​ໂທລະ​ສັບ​ສະມາດ​ໂຟນ​ຂອງ​ເຈົ້າ​ກໍ​ສາມາດ​ເຮັດໃຫ້​ເຊື້ອ​ພະຍາດ​ເຫລົ່າ​ນັ້ນ​ມາ​ອາໄສ​ຢູ່​ເທິງ​ໂທລະ​ສັບ​ຂອງ​ເຈົ້າ​ໄດ້ ເຊິ່ງ​ນັກ​ສຶກ​ສາ​ປິນ​ຍາ​ເອກ​ຈາກ​ມະຫາ​ວິທະຍາ​ໄລ​ ສະ​ແຕນ​ຟອ​ດ​ ເຊັ່ນ Timothy Julian ຜູ້​ຮ່ວມ​ການ​ວິ​ໄຈ​ໃນ​ເທື່ອ​ນີ້​ໄດ້​ຊີ້​ໃຫ້​ເຫັນ​ວ່າ ເຊື້ອ​ພະຍາດ​ທີ່​ຢູ່ໃນ​ມື​ຂອງ​ເຮົາ​ສາມາດ​ສົ່ງ​ຕໍ່ໄປ​ໃຫ້​ຜູ້​ອື່ນ​ໄດ້​​ພຽງແຕ່​​ສຳ​ຜັດ​ໂທລະ​ສັບ​ຂອງ​ຜູ້​ອື່ນ​ເທົ່າ​ນັ້ນ

ນອກ​ຈາກ​ນີ້​ຍັງມີ​ໂອ​ກາດ 30% ທີ່​ເຊື້ອ​ພະຍາດ​ທີ່​ຢູ່​ເທິງ​ໜ້າ​ຈໍ​ໂທລະ​ສັບ​ຈະ​ເຂົ້າ​ສູ່​ຮ່າງກາຍ​ຂອງ​ເຮົາ​ໄດ້​ກໍ​ເນື່ອງ​ມາ​ຈາກ​ເມື່ອ​ເຮົາ​ສຳ​ຜັດ​ຈໍ​ໂທລະ​ສັບ​ແລ້ວ ບັນດາ​ເຊື້ອ​ໄວ​ຣັດ ແລະ ​ເຊື້ອ​ພະຍາດ​ຕ່າງໆ ຈະ​ໄປ​ຝັງ​ຕົວ​ຢູ່​ຕາມ​ຮອຍ​ນິ້ວ​ມື​ຕ່າງໆ ແລະ ​ເມື່ອ​ເຮົາ​ນຳ​ມື​ມາ​ສຳ​ຜັດ ຕາ ປາກ ຫູ ດັງ ເຊື້ອ​ພະຍາດ​ເຫລົ່າ​ນັ້ນ​ກໍ​ຈະ​ເຂົ້າ​ສູ່​ຮ່າງກາຍ​ຂອງ​ເຮົາ​ໄດ້​ງ່າຍ ບໍ່​ຕ້ອງ​ສົງ​ໄສ​ເລີຍ​​ວ່າ ​ເປັນຫຍັງ​ ເຖິງແມ່ນວ່າ​ເຮົາ​ຈະ​ເຮັດ​ຄວາມ​ສະ​ອາດ​ສິ່ງ​ຕ່າງໆ ຮອບ​ໂຕ​ແລ້ວ​ແຕ່​ກໍ​ຍັງ​ປ່ວຍ​ຢູ່​ດີ ສະ​ນັ້ນ​ເຮົາ​ຄວນ​ໝັ່ນ​ເຮັດ​ຄວາມ​ສະ​ອາດ​ໂທລະ​ສັບ​ຂອງ​ເຮົາ​ດ້ວຍ​ການ​ນຳ​ແອວ​ກໍ​ຮໍ​ຈຸ່ມ​ສຳ​ລີ​ເຊັດ​ໜ້າ​ຈໍ​ໂທລະ​ສັບ ​ແລະ ​ຕົວ​ເຄື່ອງ​ເລື້ອຍໆ ເພື່ອ​ທີ່​ເຊື້ອ​ພະຍາດ​ທີ່​ຕິດ​ຢູ່​ເທິງ​ໂທລະສັບ​ຈະ​ໄດ້ຫ​ລຸດໜ້ອຍ​ລົງ ຈະ​ໄດ້​ບໍ່​ຕ້ອງ​ຮູ້ສຶກ​ຄື​ມີ​ຫ້ອງ​ນ້ຳ​ສາທາລະນະ​​ຕິດ​ໂຕ​ໄປ​ໃສ​ມາ​ໃສ​ຕະຫລອດ​ເວລາ​

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...