spot_img
Homeຂ່າວຕ່າງປະເທດEU ໃຫ້ທຶນຊ່ວຍເຫລືອລ້າແກ່ຫວຽດນາມ 514 ລ້ານເອີໂຣ ພັດທະນາພະລັງງານ - ສາທາລະນະສຸກ

EU ໃຫ້ທຶນຊ່ວຍເຫລືອລ້າແກ່ຫວຽດນາມ 514 ລ້ານເອີໂຣ ພັດທະນາພະລັງງານ – ສາທາລະນະສຸກ

Published on

EU Commission President Barroso poses with Vietnam's PM Dung in Brussels

 

ສະຫະພາບເອີລົບ ຈັດມອບທຶນຊ່ວຍເຫລືອລ້າ 2 ຊຸດໃຫ້ແກ່ຫວຽດນາມ ລວມມູນຄ່າ 514 ລ້ານເອີໂຣ ເພື່ອໃຊ້ໃນການ

ພັດທະນາສາທາລະນະສຸກ ແລະ ພະລັງງານ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ທັນວາຜ່ານມານີ້ວ່າ ສະຫະພາບເອີລົບ ໄດ້ໃຫ້ຄວາມຊ່ວຍເຫລືອຢ່າງເປັນ

ທາງການໃຫ້ແກ່ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງ ແລະ ເສດຖະກິດ – ສັງຄົມ ໂດຍໄດ້ແບ່ງອອກຈຳນວນ

400 ລ້ານເອີໂຣ ສຳລັບການພັດທະນາພະລັງງານທີ່ຍືນຍົງ ແລະ ປັບປຸງລະບົບການປົກຄອງຂອງປະເທດ ແຕ່ນ້ີຈົນຮອດ

ປີ 2020 ແລະ ອີກສ່ວນໜຶ່ງ ແມ່ນເປັນທຶນຊ່ວຍເຫລືອພາກສາທາລະນະສຸກຂອງປະເທດ ໃນໄລຍະເວລາ 3 ປີ ເປັນມູນ

ຄ່າ 114 ລ້ານເອີໂຣ ເຊິ່ງຈະມອບໃຫ້ໃນປີໜ້າ.

 

ຫວຽດນາມຄາດວ່າ ການລົງນາມຂໍ້ຕົກລົງເຂດການຄ້າເສລີກັບສະຫະພາບເອີລົບ ໃນຕົ້ນປີ 2015 ນີ້ ຈະເຮັດໃຫ້ສະຫະ

ພາບເອີລົບ ກາຍເປັນຄູ່ຄ້າລາຍໃຫຍ່ອັນດັບ 2 ຂອງຫວຽດນາມ ໂດຍມີມູນຄ່າຂອງທັງ 2​ ຝ່າຍຢູ່ທີ່ 30,16 ຕື້ໂດລາ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...