spot_img
Homeຂ່າວພາຍ​ໃນນາຍົກອອກຄຳສັ່ງ ວ່າດ້ວຍການກວດກາ, ສະກັດກັ້ນ ແລະ ແກ້ໄຂການຂາຍຫວຍ ທີ່ບໍ່ຖືກຕ້ອງ (ຫວຍເຖື່ອນ)

ນາຍົກອອກຄຳສັ່ງ ວ່າດ້ວຍການກວດກາ, ສະກັດກັ້ນ ແລະ ແກ້ໄຂການຂາຍຫວຍ ທີ່ບໍ່ຖືກຕ້ອງ (ຫວຍເຖື່ອນ)

Published on

ນາຍົກລັດຖະມົນຕີ ອອກຄໍາສັ່ງ: ວ່າດ້ວຍການກວດກາ, ສະກັດກັ້ນ ແລະ ແກ້ໄຂການຂາຍຫວຍ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ (ຫວຍເຖື່ອນ)
1. ໃຫ້ກະຊວງການເງິນ ປະຕິບັດດັ່ງນີ້:

1.1 ເປັນເຈົ້າການປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງອຸດສາຫະກໍາ ແລະ ການຄ້າ, ພາກສ່ວນ ທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເພີ່ມທະວິການຕິດຕາມ ກວດກາ, ແກ້ໄຂ ກ່ຽວກັບການຕ້ານ ສະກັດກັ້ນ, ກໍາຈັດ ແລະ ປາບປາມການຂາຍຫວຍເຖື່ອນ ແລະ ການພະນັນທີ່ຜິດກົດຫມາຍທຸກປະເພດ; ໃຫ້ທ່ານ ລັດຖະມົນຕີ ກະຊວງການເງິນ ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະສະເພາະກິດ ຂັ້ນສູນກາງ, ໂດຍໃຫ້ ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ເປັນຫົວຫນ້າຄະນະສະເພາະກິດ ແລະ ປະກອບມີບັນດາຂະແຫນງ ການກ່ຽວຂ້ອງເປັນຄະນະ ເພື່ອແກ້ໄຂບັນຫາດັ່ງກ່າວ;

1.2 ເປັນເຈົ້າການໃນການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ກ່ຽວກັບ ການເຄື່ອນໄຫວກິດຈະການຫວຍ ລວມທັງ ການກໍານົດມາດຕະການຕໍ່ຜູ້ລະເມີດ ແລະ ນະໂຍບາຍຕໍ່ຜູ້ບອກຂ່າວ;

1.3 ຊີ້ນໍາບໍລິສັດລັດວິສາຫະກິດ ຫວຍພັດທະນາ ຂຶ້ນແລະຈີນໃນໄລະເບື້ອງຕົ້ນ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວ ວຽກງານຂອງຄະນະສະເພາະກິດດ້ານສະກັດກັ້ນປາບປາມຫວຍເຖື່ອນ ທັງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ.

2. ໃຫ້ກະຊວງປ້ອງກັນຄວາມສະຫງົບ ປະຕິບັດດັ່ງນີ້:

2.1 ເປັນເຈົ້າການປະສານສົມທົບກັບກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ກວດກາ, ສະກັດກັ້ນ ແລະ ປາບປາມ ການເຄື່ອນໄຫວກິດຈະການຫວຍເຖື່ອນ, ການລັກລອບຊື້-ຂາຍຫວຍເຖື່ອນ. ໃນກໍລະນີ ພົບເຫັນຜູ້ກະທໍາຜິດແມ່ນໃຫ້ເຈົ້າຫນ້າທີ່ຕໍາຫຼວດນໍາໃຊ້ມາດຕະການຢ່າງທັນທີ, ທັນການ ແລະ ດໍາເນີນ
ຄະດີຕາມກົດຫມາຍຢ່າງເຂັ້ມງວດ;
2.2 ກໍານົດລະບຽບການ ແລະ ກົນໄກ ການແຈ້ງຂ່າວ ແລະ ການບອກຂ່າວ ພ້ອມທັງກໍານົດເບີໂທລະສັບສາຍ ດ່ວນ ສໍາລັບການບອກຂ່າວ ກ່ຽວກັບການເຄື່ອນໄຫວຫວຍເຖື່ອນ;
2.3 ຈັດຕັ້ງປະຕິບັດການຕ້ານ, ສະກັດກັ້ນ ແລະ ແກ້ໄຂການດໍາເນີນທຸລະກິດຫວຍ ທີ່ບໍ່ຖືກຕ້ອງຕາມກົດຫມາຍ, ທຸລະກິດອື່ນທີ່ພົວພັນກິດຈະການຫວຍ ແລະ ການພະນັນທີ່ບໍ່ໄດ້ຮັບອະນຸຍາດ.

3.ໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ ເປັນເຈົ້າການ ຄຸ້ມຄອງ, ຕິດຕາມກວດກາການເຄື່ອນໄຫວຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ແລະ ການສະຫນອງຂໍ້ມູນກ່ຽວກັບ ຫວຍເຖື່ອນ ກໍຄືກິດຈະການຫວຍທີ່ບໍ່ຖືກຕ້ອງຕາມກົດຫມາຍ ໃຫ້ແກ່ເຈົ້າຫນ້າທີ່ຕໍາຫຼວດດໍາເນີນການຕາມກົດຫມາຍ.

4. ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນເຈົ້າການໂຄສະນາເຜີຍແຜ່ ທາງໂທລະພາບ ແຫ່ງຊາດ, ວິທະຍຸກະຈາຍສຽງແຫ່ງຊາດ, ສື່ທາງເອເລັກໂຕຣນິກ, ຫນັງສືພິມ ແລະ ວາລະສານຕ່າງໆ ເພື່ອໃຫ້ ສັງຄົມໄດ້ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ແລະ ທົ່ວເຖິງ ກ່ຽວກັບການຊື້-ຂາຍຫວຍເຖື່ອນ ການລະເມີດກົດ ຫມາຍ, ບໍ່ປະຕິບັດພັນທະຕໍ່ລັດ ແລະ ບໍ່ໄດ້ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.

5. ໃຫ້ທະນາຄານແຫ່ງ ສປປ ລາວ ເປັນເຈົ້າການສົມທົບກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ຕິດຕາມ ແລະ ກວດສອບທຸລະກໍາ ຜ່ານທະນາຄານຂອງກິດຈະການຫວຍເຖື່ອນ, ຖ້າພົບເຫັນມີການລະເມີດ ແມ່ນໃຫ້ອາຍັດການເຄື່ອນໄຫວຂອງບັນຊີດັ່ງກ່າວ ແລະ ດໍາເນີນຕາມລະບຽບກົດຫມາຍ.

6. ໃຫ້ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານ ເຈົ້າແຂວງ, ບັນດາທ່ານ ເຈົ້າເມືອງ ແລະ ເຈົ້ານະຄອນ ແຕ່ງຕັ້ງຄະນະສະເພາະກິດໃນການຕິດຕາມ ກວດກາ, ແກ້ໄຂກ່ຽວກັບການຕ້ານ ສະກັດກັ້ນ, ກໍາຈັດ, ປາບປາມ ການຂາຍຫວຍເຖື່ອນ ແລະ ການພະນັນ ທີ່ຜິດກົດຫມາຍທຸກປະເພດ ລວມທັງຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ເພື່ອຮັບໃຊ້ວຽກງານດັ່ງກ່າວ ໂດຍແມ່ນ ທ່ານ ຮອງເຈົ້າແຂວງ, ທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນໍາ ວຽກງານເສດຖະກິດ ເປັນຫົວຫນ້າຄະນະສະເພາະກິດຂັ້ນແຂວງ, ສໍາລັບ ຂັ້ນເມືອງແມ່ນ ຮອງເຈົ້າເມືອງ ຜູ້ຊີ້ນໍາ ວຽກງານເສດຖະກິດ ເປັນຫົວຫນ້າຄະນະສະເພາະກິດ.

7. ບັນດາທ່ານ ລັດຖະມົນຕີ, ຫົວຫນ້າອົງການຈັດຕັ້ງພັກ-ລັດ, ປະທານອົງການແນວລາວສ້າງຊາດ, ສະຫະພັນ ນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ປະສານສົມທົບກັບຄະນະສະເພາະກິດທຸກຂັ້ນ ເອົາໃຈໃສ່ ສຶກສາອົບຮົມ, ອະທິບາຍຊີ້ແຈງໃຫ້ ປະຊາຊົນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕໍາຫຼວດ, ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສັງຄົມ ຮັບຮູ້, ເຂົ້າໃຈ ແລະ ປູກຈິດສໍານຶກໃຫ້ເຂົາເຈົ້າ ຮູ້ເຖິງ ຜົນຮ້າຍຂອງຫວຍເຖື່ອນ ແລະ ການຫຼີ້ນການພະນັນທີ່ຕ້ອງຫ້າມ.

8. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນທີລົງລາຍເຊັນ ເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...