Homeສຸຂະພາບ ແລະ ສີ່ງແວດລ້ອມໝາກເຂົ້າ ອຸດົມໄປດ້ວຍໄລໂຄປີນ

ໝາກເຂົ້າ ອຸດົມໄປດ້ວຍໄລໂຄປີນ

Published on

xoi-gac2

ໝາກເຂົ້າ ເປັນ​ຜັກ​ທີ່​ຊາວບ້ານ​ນິຍົມ​ນຳ​ໝາກອ່ອນ ຫລື​ ຍອດ​ອ່ອນ​ມາ​ລວກ ຫລື ​ຕົ້ມ​ເປັນ​ຜັກ​ກັບ ​ທີ່ກິນກັບແຈ່ວ​ ປົ່ນ ສັບ​ພະຄຸນ​ທາງ​ຢາ ຮາກ ​ແລະ ​ໃບ ໃຊ້​ຖອນ​ພິດ ຫລຸດ​ໄຂ້ ແກ່ນດິບ ມີ​ລິດ​ຢາ​ເບື່ອ​ຫ້າມ​ກິນ

ໜ່ວຍ​ຂອງ ໝາກເຂົ້າ ມີ​ສານ​ອາຫານ​ຫລາຍ​ຢ່າງ ເຊັ່ນ ເບ​ຕາ​ແຄ​ໂລ​ທີນ ໄລ​ໂຄ​ປີນ  ຊີ​ແຊນ​ທີນ ລູ​ທີນ ວິ​ຕາ​ມິນ​ອີ ກົດ​ໄຂ​ມັນ​ທີ່​ຈຳ​ເປັນ ເຊິ່ງ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ສ່ວນ​ໃຫຍ່ ມີ​ປະລິມານ​ຫລາຍ​ໃນ​ໝາກ​ເຂົ້າ ທີ່​ຍັງ​ບໍ່​ສຸກ (ໜ່ວຍສີ​ຂຽວ) ໄລ​ໂຄ​ປີນ ​ຂອງ​ເຍື່ອ​ຫຸ້ມ​ແກ່ນ​ໝາກ​ເຂົ້າ ມີ​ປະ​ມານ​ສູງ​ຫລາຍ ປະ​ມານ 10 ເທົ່າ​ຂອງ​ໜ່ວຍ ​ແລະ ​ຫມາກໄມ້​ຊະນິດ​ອື່ນໆ ທີ່​ ມີ​ໄລ​ໂຄ​ປີນ​ສູງ  ເຊັ່ນ ໝາກຮຸ່ງ ໝາກ​ໂມ ໝາກເລັ່ນ

ເຊິ່ງ​ໄລ​ໂຄ​ປີນ​ນີ້ ​ມີ​ການສຶກສາ​ພົບ​ວ່າ​ ໜ່ວຍ​ຊ່ວຍຫ​ລຸດ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ ຈາກ​ການ​ທີ່​ມີ​ຜົນຫ​ລຸດ​ລະ​ດັບ​ໄຂ​ມັນ​ໃນ​ເລືອດ ແລະ​ ຍັງ​ປ້ອງ​ກັນ​ເບົາ​ຫວານ ບາງ​ການສຶກສາ​ພົບ​ວ່າ ​ຊ່ວຍຫ​ລຸດ​ຄວາມ​ສ່ຽງ​ການ​ເກີດ​ມະ​ເຮັງ​ໄດ້​ຫລາຍ​ຊະນິດ ເຊັ່ນ ມະ​ເຮັງ​ອັນທະ ມະ​ເຮັງ​ປອດ ມະ​ເຮັງ​ຕັບ ມະ​ເຮັງ​ຜິວ​ໜັງ ມະ​ເຮັງ​ເຕົ້າ​ນົມ ມະ​ເຮັງ​ໃນ​ລະບົບ​ທາງເດີນ​ອາຫານ (ມະ​ເຮັງ​ລຳ​ໄສ້ ມະ​ເຮັງ​ກະເພາະ​ອາຫານ ມະ​ເຮັງ​ຕັບ​ອ່ອນ) ອີກ​ທັງ​ຍັງ​ຊ່ວຍຫ​ລຸດ​ຄ່າ prostate specific antigen (PSA) ເຊິ່ງ​ເປັນ​ຄ່າ​ບົ່ງ​ຊີ້​ສຸຂະພາບ​ຂອງ​ອັນທະ ທີ່​ອາດ​ເພີ່ມ​ຂຶ້ນ​ໃນ​ຄົົນທີ່​ເປັນ​ມະ​ເຮັງ​ອັນທະ (ບາງ​ຄົົນທີ່​ເປັນ​ມະ​ເຮັງ​ອັນທະ ກໍ​ອາດ​ບໍ່​ມີ​ການ​ເພີ່ມ​ຂຶ້ນ​ຂອງ​ຄ່າ PSA) ຫລື ​ໃນ​ຄົນທີ່​ມີ​ພາ​ວະ​ການ​ອັກ​ເສບ​ຂອງ​ອັນທະ ຕິດ​ເຊື້ອ​ໃນ​ທາງ​ຍ່ຽວ ກໍ​ອາດ​ສົ່ງ​ຜົນ​ໃນ​ຄ່າ PSA ເພີ່ມ​ຂຶ້ນ ໝາກ​ເຂົ້າ ຈຶ່ງ​ມີ​ປະໂຫຍດ​ຕໍ່​ຜູ້​ຊາຍ ເຊິ່ງ​ມັກ​ຈະ​ມີ​ບັນຫາ​ອັນທະ ​ເມື່ອ​ສູງ​ໄວ​ຂຶ້ນ

ສ່ວນ​ເບ​ຕ້າ​ແຄ​ໂລ​ທີນ ເປັນ​ສານ​ຕັ້ງ​ຕົ້ນ​ຂອງ​ວິ​ຕາ​ມິນ​ເອ ເຊິ່ງ​ມີ​ຄວາມ​ສຳຄັນ​ຕໍ່​ສຸຂະພາບ​ຂອງ​ເຍື່ອ​​ຈຸລັງ​ທົ່ວ​ຮ່າງ​ກາຍ ມີ​ປະໂຫຍດ​ຕໍ່​ສຸຂະພາບ​ຂອງ​ດວງ​ຕາ ແລະ ​  ຜິວ​ໜັງ ໂດຍ​ຊ່ວຍ​ປ້ອງ​ກັນ ​ແລະ ​ຍັບຍັ້ງຈໍ​ປະສາດ​ຕາ​ເສື່ອມ  ຊ່ວຍ​ປ້ອງ​ກັນ​ອາການ​ຕາບອດ​ກາງ​ຄືນ ແລະ ​ຖອກທ້ອງ​​ຈາກ​ການ​ຂາດ​ວິ​ຕາ​ມິນ​ເອ ປົກ​ປ້ອງ​ຜິວ​ຈາກ​ແສງ​ແດດ ປ້ອງ​ກັນ​ຜິວ​ໄໝ້​ແດດ ຫລຸດ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ມະ​ເຮັງ​ເຕົ້າ​ນົມ ມະ​ເຮັງ​ຮວຍໄຂ່ ແລະ ​ປ້ອງ​ກັນ​ຫອບ​ຫືດ​​ຈາກ​ການ​ອອກ​ກຳ​ລັງກາຍ ໃນ ໝາກເຂົ້າ ຍັງມີ​ຊີ​ແຊນ​ທີນ ແລະ ​ລູ​ທີນ ທີ່​ເປັນ​ສານ​ສຳຄັນ​ທີ່​ເປັນ​ປະໂຫຍດ​ຕໍ່​ສຸຂະພາບ​ຂອງ​ດວງ​ຕາ​ເຊັ່ນ​ກັນ

ນອກ​ຈາກນີ້ ໝາກເຂົ້າ ຍັງມີ​ລິດ​ຕ້ານ​ການ​ອັກ​ເສບ ຕ້າ​ນ​ອານຸ​ມູນ​ອິດສະຫລະ ປິ່ນປົວ​ແຜ​ໃນ​ກະເພາະ​ອາ​ຫານ (ໂດຍ​ມີ​ຜົນ​ເພີ່ມ​ການສ້າງ​ເສັ້ນ​ເລືອດ) ຫລຸດ​ລະ​ດັບ​ນ້ຳ​ຕ້ານ​ໃນ​ເລືອດ ເສີມ​ພູ​ມ​ຄຸ້ມ​ກັນ  ໂດຍ​ການ​ນຳ​ໄປ​ໃຊ້ ອາດ​ກິນ​ເປັນ​ຜັກ ນ້ຳ​ຫມາກໄມ້ ຫລື​ ໃນ​ປະເທດ​ຫວຽດ​ນາມ​ຈະ​ມີ​ການ​ໃຊ້​ນ້ຳ​ບີບ​ຈາກ ໝາກ​ເຂົ້າ ຫຸງ​ເຂົ້າ​ແທນ​ນ້ຳ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...