Homeຂ່າວພາຍ​ໃນລັດຖະບານ ເລັ່ງແກ້ໄຂ ແຮງງານລາວ ຫລັ່ງໄຫລໄປເຮັດວຽກຢູ່ຕ່າງປະເທດ

ລັດຖະບານ ເລັ່ງແກ້ໄຂ ແຮງງານລາວ ຫລັ່ງໄຫລໄປເຮັດວຽກຢູ່ຕ່າງປະເທດ

Published on

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ສະໄໝທີ IX ໃນວັນທີ 3 ພະຈິກ 2023 ນີ້, ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງຄຳຊັກຖາມຂອງສະພາແຫ່ງຊາດ ແລະ ຄຳຖາມເຈາະຈີ້ມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບວິທີການ ແລະ ມາດຕະການແກ້ໄຂ ສະພາບແຮງງານລາວ ຫລັ່ງໄຫລໄປເຮັດວຽກຢູ່ປະເທດໃກ້ຄຽງ ແບບຜິດກົດໝາຍ, ການຂາດແຄນແຮງງານພາຍໃນປະເທດ, ການສົ່ງເສີມໃຫ້ຊາວໜຸ່ມໄດ້ຝຶກວິຊາຊີບ ແລະ ມີວຽກເຮັດງານທຳ ແລະ ອື່ນໆ.

ທ່ານ ປະເດີມພອນ ສົນທະນີ ໄດ້ເຜີຍໃຫ້ຮູ້ວ່າ: ລັດຖະບານ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ເກັບກໍາຂໍ້ມູນຄວາມຕ້ອງການແຮງງານທີ່ລະອຽດ ແລະ ຊັດເຈນ ເພື່ອເປັນຂໍ້ມູນໃນການວາງແຜນ ຈັດຫາວຽກເຮັດງານທໍາ ແລະ ພັດທະນາສີມືແຮງງານ ໃຫ້ສອດຄ່ອງ ແລະ ພຽງພໍກັບ ການສະໜອງ ແລະ ຄວາມຕ້ອງການພາຍໃນປະເທດ; ຈັດງານຕະຫລາດນັດແຮງງານ, ຕັ້ງຫ້ອງຮັບສະມັກແຮງງານ ແລະ ສົມທົບກັບຫົວໜ່ວຍແຮງງານ ລົງຂົນຂວາຍແຮງງານ ຢູ່ບັນດາແຂວງ ແລະ ເມືອງເປົ້າໝາຍ; ຮ່ວມມືກັບພາກທຸລະກິດ ເພື່ອສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ດີ ໃນສະຖານທີ່ເຮັດວຽກ ໂດຍສະເພາະແມ່ນການກຳນົດຄ່າແຮງງານທີ່ເໝາະສົມ, ມີສະຫວັດດີການ ຫລື ປະກັນສັງຄົມທີ່ດີ, ອອກໃບຢັ້ງຢືນລະດັບສີມືແຮງງານ ພ້ອມທັງ, ໃຫ້ຄ່າຕອບແທນຕາມແຕ່ລະລະດັບສີມືແຮງງານ ແລະ ມີປັດໄຈການດຳລົງຊີວິດ ທີ່ມີມີຄວາມໝັ້ນຄົງສູງຂື້ນ. ກະ ຊວງ ຮສສ ໄດ້ສືບຕໍ່ສ້າງສື່ໂຄສະນາ ແລະ ເຜີຍແຜ່ ກ່ຽວກັບຄວາມສ່ຽງຂອງການໄປເຮັດວຽກ ຢູ່ຕ່າງປະເທດ ແບບຜິດກົດໝາຍ ເພື່ອເປັນການປູກຈິດສໍານຶກ ໃຫ້ແກ່ແຮງງານລາວ ມີຄວາມຕ້ອງການເຮັດວຽກຢູ່ພາຍໃນປະເທດ ເພີ່ມຂື້້ນ ໂດຍສົມທົບກັບ ບັນດາພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງ ທົ່ວສັງຄົມ ໃນການວາງແຜນ ແລະ ຈັດຕັ້ງປະຕິບັດ ທັງນີ້ເພື່ອເປັນການດຶງດູດ ແລະ ສົ່ງເສີມໃຫ້ແຮງງານລາວ ເຮັດວຽກຢູ່ພາຍໃນປະເທດໃຫ້ຫລາຍຂື້ນ.

ສຳລັບການພັດທະນາສີມືແຮງງານ ປັດຈຸບັນ ລັດຖະບານ ໄດ້ເລັ່ງໃສ່ການຍົກລະດັບສີມື ໃຫ້ແກ່ກຳລັງແຮງງານໃຫ້ມີຂີດຄວາມສາມາດ ໃນການເຮັດວຽກສູງຂຶ້ນ ຮອງຮັບໄດ້ຕໍ່ການປ່ຽນແປງທາງດ້ານວິທີການ, ເທັກນິກ ແລະ ເທັກໂນໂລຊີ ທີ່ນຳໃຊ້ເຂົ້າໃນການເຮັດວຽກໃນແຕ່ລະໄລຍະ. ເປົ້າໝາຍຂອງການພັດທະນາສີມືແຮງງານ ລວມມີ ຜູ້ທີ່ມີວິຊາຊີບແລ້ວ, ມີວຽກເຮັດງານທຳແລ້ວ ຫລື ຜູ້ທີ່ມີປະສົບການໃນການເຮັດວຽກ, ປະກອບອາຊີບໃດໜຶ່ງ ແຕ່ຍັງບໍ່ມີວຸດທິວິຊາຊີບ ຍັງບໍ່ໄດ້ຮັບການທົດສອບ ແລະ ຢັ້ງຢືນລະດັບສີມືໃນການເຮັດວຽກ. ໄລຍະຜ່ານມາກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໄດ້ເຮັດໜ້າທີ່ດ້ວຍຄວາມເອົາໃຈໃສ່ ດ້ວຍການແນະນໍາອາຊີບໃຫ້ກຸ່ມຊາວໜຸ່ມ ເພື່ອຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ສ້າງແຮງຈູງໃຈໃຫ້ກຳລັງແຮງງານໜຸ່ມ ໄດ້ສົນໃຈໃນການຝຶກສີມືແຮງງານ ເພື່ອໃຫ້ມີວິຊາຊີບ.

ເຖິງຢ່າງໃດກໍຕາມ ສປປ ລາວ ຍັງພົບກັບການຂາດແຄນແຮງງານ ເຊິ່ງເກີດຈາກສອງປັດໄຈຫລັກ ຄື: ຍ້ອນໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ 19 ແລະການຜັນແປຂອງເສດຖະກິດໂລກ ສົ່ງຜົນກະທົບຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຫລີກລ່ຽງບໍ່ໄດ້ ເຮັດໃຫ້ ເກີດສະພາບເງິນເຟີ້ ສົ່ງຜົນກະທົບຕໍ່ທຸກຫົວໜ່ວຍການຜະລິດ ເຮັດໃຫ້ຕົ້ນທືນການຜະລິດ, ລາຄາສິນຄ້າໃນທ້ອງຕະຫລາດສູງຂື້ນ ສົ່ງຜົນກະທົບໂດຍກົງ ຕໍ່ສະພາບການດໍາລົງຊີວິດຂອງຊາວຜູ້ອອກແຮງງານລາວ ນອກຈາກນັ້ນປະເທດເພື່ອນບ້ານເຂົາເຈົ້າກໍມີສະພາບຂາດແຄນແຮງງານ ແລະ ພະຍາຍາມ ສ້າງນະໂຍບາຍເພື່ອດືງດູດເອົາແຮງງານລາວ ໄປເຮັດວຽກໃນຕຳແໜ່ງງານດັ່ງກ່າວ; ສ່ວນປັດໄຈພາຍໃນ ຕຳແໜ່ງງານພາຍໃນປະເທດ ທີ່ຕ້ອງການຈຳນວນຫລວງຫລາຍ ແຕ່ຍັງບໍ່ສາມາດຕອບສະໜອງໄດ້ ຕາມຄວາມຕ້ອງການຕົວຈິງດ້ານການລ້ຽງຊີບ ຂອງແຮງງານລາວ ເປັນຕົ້ນ ດ້ານເງີນເດືອນ ແລະ ສະຫວັດດີການຕ່າງໆ ສຳລັບຕຳແໜ່ງງານທີ່ມີເງິນເດືອນສູງ ເງື່ອນໄຂການເຂົ້າເຖິງຕຳແໜ່ງງານກໍສູງຕາມກັນເຮັດໃຫ້ແຮງງານລາວ ເຂົ້າເຖິງຕຳແໜ່ງງານເຫລົ່ານັ້ນໄດ້ໜ້ອຍ. ນອກຈາກນີ້ ແນວຄິດຂອງແຮງງານລາວ ສ່ວນໃຫຍ່ ມີຄ່ານິຍົມໄປເຮັດວຽກ ຢູ່ຕ່າງປະເທດ ໂເຍສັງເກດເຫັນໄດ້ຊ່ວງການ ແຜ່ລະບາດຂອງພະຍາດໂຄວິດ 19 ມີແຮງງານລາວກັບມາ ຈາກຕ່າງປະເທດເປັນຈຳນວນບໍ່ໜ້ອຍ.
ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...