Homeຂ່າວພາຍ​ໃນລັດຖະບານຄົ້ນຄວ້ານະໂຍບາຍແກ້ໄຂຄ່າຄອງຊີບທີ່ສູງຂຶ້ນເນື່ອງຈາກເງິນເຟີ້ ແລະ ອັດຕາແລກປ່ຽນສູງຂຶ້ນ

ລັດຖະບານຄົ້ນຄວ້ານະໂຍບາຍແກ້ໄຂຄ່າຄອງຊີບທີ່ສູງຂຶ້ນເນື່ອງຈາກເງິນເຟີ້ ແລະ ອັດຕາແລກປ່ຽນສູງຂຶ້ນ

Published on

ໃນວາລະກຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ສະໄໝທີ IX ໃນວັນທີ 2 ພະຈິກ 2023 ນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຄຳຊັກຖາມຂອງສະພາແຫ່ງຊາດ ແລະ ຄຳຖາມເຈາະຈີ້ມຂອງສະມາຊິກສະພາແຫ່ງຊາດ ເປັນຕົ້ນແມ່ນການແກ້ໄຂບັນຫາເຄັ່ງຮ້ອນ ຄື: ການຄົ້ນຄວ້າເພີ່ມ ເງິນນະໂຍບາຍ, ເງິນອຸດໜູນ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ພະນັກງານບຳນານ ເພື່ອແກ້ໄຂຄ່າຄອງຊີບທີ່ສູງຂື້ນ ເນື່ອງຈາກເງິນເຟີ້ເພີ່ມຂຶ້ນສູງ. ຕໍ່ກັບບັນຫາດັ່ງກ່າວ, ໃນປີ 2023, ລັດຖະບານ ກໍໄດ້ຄົ້ນຄວ້ານະໂຍບາຍ ເພື່ອແກ້ໄຂຄ່າຄອງຊີບທີ່ສູງຂຶ້ນ ເນື່ອງຈາກເງິນເຟີ້ ແລະ ອັດຕາແລກປ່ຽນສູງຂຶ້ນ ໂດຍໄດ້ເພີ່ມເງິນອຸດໜູນຄ່າຄອງຊີບ 150.000 ກີບ ຕໍ່ຄົນຕໍ່ເດືອນ. ຕໍ່ມາ ໂດຍອີງໃສ່ນະໂຍບາຍຄ່າແຮງຂັ້ນຕ່ຳຈາກ 1.300.000 ກີບ ມາເປັນ 1.600.000 ກີບ, ລັດຖະບານ ກໍໄດ້ມີການຄົ້ນຄວ້າ ເພີ່ມເງິນອຸດໜູນຜູ້ມີເງິນເດືອນຕ່ຳກວ່າ 1.700.000 ກີບ ໃຫ້ພະນັກງານລັດຖະກອນ, ພະນັກງານບຳນານ, ເສຍອົງຄະ ພ້ອມທັງເພີ່ມເງິນອຸດໜູນຄົວລວມ ໃຫ້ສອງກຳລັງ ເລີ່ມປະຕິບັດ ງວດ 4 ປີ 2023 ເປັນຕົ້ນໄປ ໂດຍບໍ່ໄດ້ຄິດໄລ່ຫັກພັນທະອາກອນເງິນເດືອນ ໃນສ່ວນທີ່ອຸດໜູນເພີ່ມ. ສຳລັບປີ 2024 ຈະໄດ້ມີການປະເມີນຜົນການຈັດຕັ້ງປະຕິບັດ ເງິນອຸດໜູນທີ່ໄດ້ຈັດຕັ້ງປະຕິບັດ ເພື່ອຄົ້ນຄວາເພີ່ມເງິນອຸດໜູນ ຫລື ເພີ່ມດັດສະນີເງິນເດືອນ ຕື່ມອີກ ຕາມຄວາມອາດສາມາດຕົວຈິງຂອງງົບປະມານ.

ພ້ອມນີ້, ທ່ານ ສັນຕິພາບ ພົມວິຫານ ຍັງໄດ້ໃຫ້ຄຳຊີ້ແຈງ ກ່ຽວກັບການເກັບລາຍຮັບ ຈາກການແກ້ໄຂຜົນກວດສອບ-ກວດກາ ຕາມທີ່ໄດ້ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດ ເພື່ອເອົາເຂົ້າແຜນງົບປະມານ ແລະ ດັດແກ້ແຜນງົບປະມານ ເຊິ່ງບັນຫາດັ່ງກ່າວ, ລັດຖະບານໄດ້ສຳເລັດຜົນການກວດສອບ ຕາມມະຕິ ສະບັບເລກທີ 76/ສພຊ ຢູ່ 9 ແຂວງ ສາມາດແກ້ໄຂ, ເລັ່ງທວງ ແລະ ສະສາງ ໄດ້ 694,31 ຕື້ກີບ ແລະ 1,29 ລ້ານໂດລາສະຫະລັດ ເທົ່າກັບ 24% (ມະຕິສະພາ 3.052,68 ຕື້ກີບ), ເງິນຈຳນວນດັ່ງກ່າວ ໄດ້ມອບເຂົ້າງົບປະມານແລ້ວ ໂດຍບໍ່ຈຳເປັນສະເໜີດັດແກ້ແຜນງົບປະມານ ເນື່ອງຈາກໄດ້ຈົດເຂົ້າເປັນລາຍຮັບງົບປະມານປະຈຳປີ.

ທ່ານ ສັນຕິພາບ ພົມວິຫານ ຍັງໃຫ້ຮູ້ອີກວ່າ: ກະຊວງການເງິນ ໄດ້ປະສານສົມທົບກັບ ກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດຕັ້ງປະຕິບັດ ຕາມຂັ້ນຕອນ ແລະ ກຳນົດເວລາ ການສ້າງແຜນງົບປະມານແຫ່ງລັດ ທີ່ໄດ້ກຳນົດໄວ້ໃນມາດຕາ 55 ແລະ 56 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ໂດຍກະຊວງການເງິນ ໄດ້ແຈ້ງເພດານງົບປະມານລົງທຶນຂອງລັດ ໃຫ້ກະຊວງແຜນການ ແລະ ການລົງທຶນ ໃນເດືອນເມສາ ຂອງທຸກປີ ເພື່ອເປັນພື້ນຖານໃນການຄົ້ນຄວ້າ ແລະ ຈັດສັນ ບັນຊີໂຄງການລົງທຶນຂອງລັດ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...