Homeຂ່າວພາຍ​ໃນນຳໃຊ້ໂຄງການເຂື່ອນໄຟຟ້ານໍ້າຮຸ່ງ 1 ທີ່ແຂວງໄຊະ​ບູລີ

ນຳໃຊ້ໂຄງການເຂື່ອນໄຟຟ້ານໍ້າຮຸ່ງ 1 ທີ່ແຂວງໄຊະ​ບູລີ

Published on

ວັນທີ 28 ຕຸລາ 2023 ທີ່ເມືອງ​ໄຊ​ຍະ​ບູລີ ແຂວງໄຊະ​ບູລີ ໄດ້ຈັດພິ​ທີເປີດການນຳໃຊ້ໂຄງການເຂື່ອນໄຟຟ້ານໍ້າຮຸ່ງ 1 ຂື້ນ​ຢ່າງ​ເປັນ​ທາງ​ການ. ໃຫ້ກຽດເຂົ້າຮ່ວມ ພິທີດັ່ງກ່າວ ມີ ທ່ານ ສຈ.ປອ ກິເເກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານປົກຄອງ ແລະ ວັດທະນາທຳ ພ້ອມດ້ວຍຜູ້ຕ່າງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ.

ໂຄງການເຂື່ອນໄຟຟ້ານໍ້າຮຸ່ງ I ແມ່ນໄດ້ຮັບການສໍາປະທານ, ດຳເນີນການກໍ່ສ້າງຕິດຕັ້ງ ໂດຍບໍລິສັດ ສີເມືອງກຣຸບ ແລະ ຄຸ້ມຄອງການຜະລິດ-ບໍາລຸງຮັກສາ ໂດຍ ບໍລິສັດ ນ້ຳຮຸ່ງ 1 ໄຮໂດຼພາວເວີ ຈໍາກັດ ໂດຍໄດ້ຮັບການອອກແບບການກໍ່ສ້າງທັງໝົດຈາກບໍລິສັດ Shino Hydro ຈໍາກັດ. ໂຄງການດັ່ງກ່າວເປັນໂຄງການເຂື່ອນໄຟຟ້າຂະໜາດນ້ອຍ ມີກໍາລັງຕິດຕັ້ງ 15MW, ໃນມູນຄ່າທັງຫມົດ 34.744.800 USD, ສາມາດຜະລິດພະລັງງານໄຟຟ້າໄດ້ 87.280.000 KWh/ປີ. ແຜນສໍາເລັດໂຄງການໃນເບື້ອງຕົ້ນ ແລະ ແຜນຊື້ຂາຍໄຟຟ້າຢ່າງເປັນທາງການ (COD) ແມ່ນ ເດືອນ 8 ປີ 2023 ໂດຍເຊື່ອມຕໍ່ເຂົ້າໃນລະບົບ 22KV ຢູ່ສະຖານີໄຟຟ້າເມືອງໄຊຍະບູລີ ທີ່ມີຄວາມຍາວ 29Km.

ຜ່ານການປະຕິດໜ້າວຽກຂອງໂຄງການດັ່ງກ່າວໄລຍະຜ່ານມາແມ່ນໄດ້ພົບພໍ້ອຸປະສັກຄວາມຫຍຸ້ງຍາກເຊັ່ນ: ຂອບເຂດເຮັດວຽກທີ່ຈໍາກັດໃນການຂະຫຍາຍ, ເຫດການນໍ້ານອງໃນປີ 2018, 2021 (ເຮັດໃຫ້ເກີດມີນໍ້າຖ້ວມສະໜາມກໍ່ສ້າງ) ການແຜ່ລະບາດຂອງພະຍາດໂຄວິດ19 ແລະ ລະບາດແກ່ຍາວຫຼາຍປີ ແຕ່ເຖິງຢ່າງໃດໂຄງການກໍ່ໄດ້ສູ້ຊົນແກ້ໄຂຜ່ານຜ່າຈົນສຳເລັດ ເຮັດໃຫ້ເຂື່ອນໄຟຟ້ານ້ຳຮຸ່ງ 1 ມີກຳລັງຕິດຕັ້ງທັງໝົດຮອດປະຈຸບັນ 15 MW ສາມາດຜະລິດກະແສໄຟຟ້າສົ່ງເຂົ້າລະບົບຂອງໄຟຟ້າລາວໄດ້ ເປັນການຊ່ວຍຫຼຸດຜ່ອນການນໍ້າເຂົ້າໄຟຟ້າຈາກພາຍນອກ.

ແຫຼ່ງຂ່າວ ສູນຂ່າວພະລັງງານ ແລະ ບໍ່ແຮ່

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...