spot_img
Homeຂ່າວພາຍ​ໃນປາກົດການຫຍໍ້ທໍ້ໃນໄລຍະບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ

ປາກົດການຫຍໍ້ທໍ້ໃນໄລຍະບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ

Published on

ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ທີ່ຈະຈັດຂຶ້ນໃນວັນທີ 27-30 ຕຸລາ 2023 ນີ້ ເຮັດໃຫ້ມີຜູ້ຄົນຈຳນວນບໍ່ວ່າຈະເປັນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ຫຼັ່ງໄຫຼເຂົ້າມາທ່ຽວຊົມ ກໍຈະພາໃຫ້ໃນງານບຸນມີຄວາມຄຶກຄື້ນ ແຕ່ສິ່ງທີ່ຕາມມານັ້ນກໍຄືປາກົດການຫຍໍ້ທໍ້ ເປັນຕົ້ນແມ່ນ ແຫກກະເປົາ, ລັກຊັບ, ຊິງຊັບ ແລະ ອື່ນໆ.

ໃນແຕ່ລະປີຜ່ານມາ, ບັນຫາທີ່ມັກພົບເຫັນໃນງານບຸນດັ່ງກ່າວຈະມີກຸ່ມຄົນຈໍານວນໜຶ່ງສວຍໂອກາດ ກໍ່ຄວາມບໍ່ສະຫງົບ ເປັນຕົ້ນແມ່ນຊິງຊັບ, ລັກຊັບ, ລ້ວງກະເປົາ, ແຫກກະເປົາ ຜູ້ຄົນທີ່ມາທ່ຽວຊົມ.

ນອກຈາກປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ ສິ່ງທີ່ພົບຢູ່ເລື່ອຍໆກໍແມ່ນເດັກນ້ອຍ ພັດຫຼົງຈາກຜູ້ປົກຄອງ ເຮັດໃຫ້ຫຍຸ້ງຍາກຕໍ່ການປະກາດຫາ.

ດັ່ງນັ້ນ ຈຶ່ງຂໍໃຫ້ທຸກໆຄົນທີ່ຈະເຂົ້າມາທ່ຽວໃນງານບຸນ ຈົ່ງມີສະຕິລະວັງຕົວ ບໍ່ໃສ່ຊັບສິນ ເຄື່ອງປະດັບ ທີ່ມີຄ່າມາໃນງານ, ບໍ່ຄວນເອົາເອົາກະເປົາເງິນ, ໂທລະສັບ, ໃສ່ຖົງໂສ້ງທາງຫຼັງ ແລະ ກະເປົາທີ່ເອົາມານຳກໍຄວນພາຍໄວ້ທາງໜ້າຂອງຕົນ ຫ້າມພາຍໄວ້ທາງຂ້າງ ຫຼື ທາງຫຼັງເດັດຂາດ ເພາະສ່ຽງຕໍ່ການຖືກລ້ວງ ຫຼື ແຫກກະເປົາໄດ້ງ່າຍ ແລະ ທີ່ສຳຄັນຄືເມື່ອຜູ້ປົກຄອງໄດ້ນຳເດັກນ້ອຍມາທ່ຽວກໍຄວນເບິ່ງບໍ່ໃຫ້ຄາດສາຍຕາ ຈູງມືຕະຫຼອດເວລາໃນການຍ່າງເລາະທ່ຽວຊົມບຸນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...