spot_img
Homeຂ່າວຕ່າງປະເທດໝາທີ່ມີອາຍຸທີ່ຫຼາຍທີ່ສຸດໃນໂລກ ເສຍຊີວິດແລ້ວ

ໝາທີ່ມີອາຍຸທີ່ຫຼາຍທີ່ສຸດໃນໂລກ ເສຍຊີວິດແລ້ວ

Published on

GUINNESS WORLD RECORDS ປະກາດຂ່າວຮ້າຍວ່າ: ໂບບີ້ ໝາທີ່ມີອາຍຸຫຼາຍທີ່ສຸດໃນໂລກ 31 ປີ ກັບ 165 ມື້ໄດ້ເສຍຊີວິດແລ້ວໃນວັນທີ 23 ຕຸລາ 2023 ຜ່ານມາ, ໂດຍໝາ ໂບບີ້ ຫາກໍສະຫຼອງວັນເກີດຄົບຮອບ 31 ປີ ໃນເດືອນພຶດສະພາ.

ໂບບີ້ເປັນໝາເພດຜູ້ ສາຍພັນ ຮາເຟໂຮ ໂດ ອະເລນທີໂຈ ເຊິ່ງໂບບີ້ຖືກຈົດເປັນສະຖິຕິເປັນໝາທີ່ມີອາຫຼາຍທີ່ສຸດໂດຍບໍລິສັດ GUINNESS WORLD RECORDS ເມື່ອວັນທີ 3 ກຸພາ 2023 ດ້ວຍອາຍຸ 30 ປີກັບ 268 ມື້ໂດຍມີ ທ້າວ ລີໂອເນວ ຄອສຕາ ເປັນເຈົ້າຂອງໂບບີ້.

ສຳລັບໝາໂບບີ້ເກີດໃນວັນທີ 11 ພຶດສະພາ 1992 ໂດຍອາໃສຢູ່ກັບຄອບຄົບ ຄອສຕາ ໃນໝູ່ບ້ານຊົນນະບົດ ໂຄເຄຮອສ ແຄວ້ນເລເລີຍ ປະເທດປໍຕຸເກດ ໂດຍແມ່ຂອງໂບບີ້ຊື່ວ່າ ກິຮາ ໄດ້ເກີດລູກ 4 ໂຕຢູ່ໃນໂຮງເກັບຝືນຂອງຄອບຄົວ ຄອສຕາ ເຊິ່ງໂບບີ້ ກໍເປັນ 1 ໃນ 4 ໂຕນັ້ນ.

ເຈົ້າຂອງໆມັນໄດ້ເລົ່າວ່າ: ວ່າອາຫານທີ່ໂບບີ້ກິນ ມັນເປັນອາຫານຂອງມະນຸດ. ສິ່ງທີ່ພວກເຮົາກິນ ໂບບີ້ສາມາດກິນໄດ້ແລະ ດໍາລົງຊີວິດຢູ່ໃນສະພາບແວດລ້ອມທີ່ສະຫງົບສຸກ ຢ່າງຫຼິ້ນໄດ້ເສລີໂດຍບໍ່ເຄີຍຖືກຜູກມັດກັບສາຍເຊືອກ ຈຶ່ງເຮັດໃຫ້ໂບບີ້ ເປັນໝາທີ່ມີອາຍຸຫຼາຍ.

ນັກວິທະຍາສາດການແພດສະໄໝໃໝ່ ໄດ້ລະບຸວ່າ: 1 ປີຂອງໝາຈະມີອາຍຸເທົ່າກັບ 10 ປີ 5 ເດືອນ, ໃນຊ່ວງ 2 ປີທຳອິດ ແຕ່ຫຼັງຈາກນັ້ນທຸກໆ 1 ປີຂອງໝາຖ້າທຽບໃສ່ອາຍຸຄົນຈະເທົ່າ 4 ປີ, ທັງນີ້ອາຍຸໂບບີ້ 31 ປີ ຫາກທຽບເປັນອາຍຸຄົນຈະເມົ່າກັບ 137 ປີ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...