Homeຂ່າວຕ່າງປະເທດກົນລວງຂອງມິດສາຊີບ ປອມສຽງເປັນຄົນຮູ້ຈັກເພື່ອໂທຕົວະຢືມເງິນ

ກົນລວງຂອງມິດສາຊີບ ປອມສຽງເປັນຄົນຮູ້ຈັກເພື່ອໂທຕົວະຢືມເງິນ

Published on

ຕຳຫຼວດໄທເຜີຍແຜ່ກົນລວງຂອງມິດສາຊີບ ປອມສຽງເປັນຄົນຮູ້ຈັກ ເພື່ອໂທຕົວະຢືມເງິນ.

ໃນວັນທີ 20 ຕຸລາ 2023 ທາງເຈົ້າໜ້າທີ່ໄທໄດ້ອອກມາຖະແຫຼງການວ່າ ມີປະຊາຊົນຈຳນວນຫຼາຍອອກມາແຈ້ງເສຍຫາຍຈາກການຖືກຫຼອກລວງທາງໂທລະສັລ ຫຼື ເອີ້ນວ່າ ແກ້ງຄໍເຊັນເຕີ້ ເຊິ່ງມີຮູບແບບໃນການຫຼອງລວງທີ່ຫຼາກຫຼາຍແຕກຕ່າງກັນ ໂດຍຮູບແບບໜຶ່ງທີ່ເຫັນໄດ້ຫຼາຍໃນປັດຈຸບັນກໍແມ່ນ ການປອມສຽງເປັນຄົນຮູ້ຈັກໂທລະສັບຫາຜູ້ເສຍຫາຍ ເພື່ອຕົວະຢືມເງິນ ເຊິ່ງການປອມສຽງນີ້ບໍ່ມີການໃຊ້ໂປຣແກຣມດັດສຽງ ຫຼື ຕ້ອງມີຂໍ້ມູນຫຍັງເລີຍ.

ໂດຍວິທີການທີ່ພົບກໍຄື ຄົນຮ້າຍຈະໂທລະສັບຫາເປົ້າໝາຍ ແລ້ວທຳທ່າເວົ້າວ່າ “ຈື່ບໍວ່ານີ້ແມ່ນໃຜ” “ຈື່ໝູ່ໄດ້ບໍ” ຫຼື “ບໍ່ສະບາຍເລີຍສຽງປ່ຽນ ປ່ຽນເບີໂທແລ້ວຈື່ບໍ່ໄດ້ຫວາ” ທັ້ງນີ້ກໍເພື່ອພະຍາຍາມໃຫ້ເປົ້າໝາຍເວົ້າຊື່ມາກ່ອນ ຫຼັງຈາກນັ້ນ ຄົນຮ້າຍຈະແທນຕົວເອງເປັນຄົນນັ້ນທັນທີ.

ຈາກນັ້ນຄົນຮ້າຍກໍຈະຊວນລົມເພື່ອສ້າງຄວາມເຊື່ອໃຈ ແລ້ວທຳທ່າທີວ່າມີຄວາມຈຳເປັນໃນການໃຊ້ເງິນ ໂດຍແອບອ້າງວ່າ ແອັບທະນາຄານຫຼົ້ມ, ມີແຕ່ເງິນສົດໂອນບໍ່ໄດ້, ມີເຫດດ່ວນທີ່ຕ້ອງໃຊ້ເງິນ ແລະ ອື່ນໆ ເພື່ອຫຼອກລວງໃຫ້ເຮົາໂອນເງິນໃຫ້.

ນອກນີ້ ຍັງມີອີກຫຼາຍວິທີ ທີ່ຄົນຮ້າຍໃຊ້ຕົວຍົວະຫຼອກລວງ ເຮົາກໍຕ້ອງມີສະຕິລະວັງຕົວ ທີ່ສຳຄັນຄືເມື່ອມີຄົນມາຢືມເງິນ ເຮົາຕ້ອງໝັ້ນໃຈວ່າຄົນທີ່ເຮົາປະເຊີນຢູ່ເປັນຄົ້ນທີ່ເຮົາຮູ້ຈັກແທ້ບໍ ເພາະອາດຈະເປັນມິດສາຊີບແອບອ້າງມາ.

ແຫຼ່ງຂ່າວ Thairath

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...