Homeຂ່າວພາຍ​ໃນພິທີທຳລາຍຢາສູບ ແລະ ເຄື່ອງສຳອາງປະເພດໂລຊັນຈໍານວນທັງໝົດ 107 ແກັດ

ພິທີທຳລາຍຢາສູບ ແລະ ເຄື່ອງສຳອາງປະເພດໂລຊັນຈໍານວນທັງໝົດ 107 ແກັດ

Published on

ໃນຕອນບ່າຍຂອງວັນທີ 18 ຕຸລາ 2023 ນີ້, ທີ່ສະໜາມຂີ້ເຫຍື່ອຫຼັກ 32 ບ້ານຜາສຸກ ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ພາສີພະແນກສືບສວນສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ກົມພາສີ ກະຊວງການເງິນ, ໄດ້ຈັດພິທີທຳລາຍຢາສູບ ແລະ ເຄື່ອງສຳອາງປະເພດໂລຊັນຈໍານວນທັງໝົດ 107 ແກັດທີ່ລັກລອບນຳເຂົ້າບໍ່ຖືກຕ້ອງມາທຳລາຍຕາມລະບຽບການກົດໝາຍ, ໂດຍການເຂົ້າຮ່ວມຂອງທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ, ມີຕາງໜ້າຈາກຫ້ອງການກະຊວງ, ກົມກວດກາ ກະຊວງການເງິນ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ກົມການຄ້າພາຍໃນ, ກົມກວດກາ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມຕຳຫຼວດເສດຖະກິດ, ກົມຕຳຫຼວດສິ່ງແວດລ້ອມ, ຕາງໜ້າບໍລິສັດຢາສູບລາວ, ບັນດາຫົວໜ້າພະແນກອ້ອມຂ້າງກົມພາສີ, ພາສີ ປະຈຳນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ ພາສີ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບສິນຄ້າທີ່ທຳລາຍຄັ້ງນີ້ປະກອບ: ມີຢາສູບຍີ່ຫໍ້: PING CHANGE ຈຳນວນ 87 ແກັດ, ເຄື່ອງສໍາອາງປະເພດໂລຊັນຍີ່ຫໍ້: BRIGTY BODY ຈຳນວນ 20 ແກັດ, ໂດຍໄດ້ຜ່ານການດຳເນີນຄະດີ (ອີງຕາມບົດບັນທຶກການຢຶດສິນຄ້າ, ເຄື່ອງຂອງປະເພດຢາສູບ ສະບັບເລກທີ 036, ລົງວັນທີ 05 ກັນຍາ 2021 ແລະ ບົດບັນທຶກການຢຶດສິນຄ້າ, ເຄື່ອງຂອງປະເພດເຄື່ອງສຳອາງ ສະບັບເລກທີ 018, ລົງວັນທີ 10 ມິຖຸນາ 2022 ໂດຍຜ່ານຂັ້ນຕອນຕາມກົດໝາຍວ່າດ້ວຍພາສີ ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2288/ກງ, ລົງວັນທີ 28 ກໍລະກົດ 2023 ວ່າດ້ວຍການອະນຸມັດສິນຄ້າ, ເຄື່ອງຂອງປະເພດຢາສູບ ແລະ ເຄື່ອງສຳອາງທີ່ນໍາເຂົ້າບໍ່ຖືກຕ້ອງ, ເຈົ້າຂອງສະຫຼະສິດ ແລະ ບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງເຊິ່ງຮີບມາເປັນຂອງລັດ ແລະ ທຳລາຍຕາມລະບຽບກົດໝາຍ.

ໃນພິທີທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງເຈົ້າໜ້າທີ່ພາສີ ໂດຍສະເພາະພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ທີ່ໄດ້ມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຕ້ານສະກັດກັ້ນ ແລະ ປາບປາມການລັກລອບໜີພາສີທຸກຮູບແບບເຮັດໃຫ້ສາມາດຢຶດ ແລະ ດຳເນີນຄະດີຕໍ່ສິນຄ້າ,ເຄື່ອງຂອງປະກອບມີຢາສູບ ແລະ ເຄື່ອງສໍາອາງປະເພດໂລຊັນມາດຳເນີນຄະດີຕາມກົດໝາຍ ແລະ ລະບຽບການ.

ນອກຈາກນີ້, ກົມພາສີ ກະຊວງການເງິນ ໄດ້ຍັງໄດ້ເໜັ້ນໜັກ, ລົງເລິກໃນການນຳພາ-ຊີ້ນຳຕໍ່ວຽກງານສືບ ສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີໃນຂອບເຂດທົ່ວປະເທດ,ຢ່າງໃກ້ຊິດຕິດແທດເຮັດໃຫ້ ສາມາດເຄື່ອນໄຫວວຽກງານວິຊາສະເພາະໄດ້ຕາມໜ້າທີ່, ຂອບເຂດສິດ, ທີ່ໄດ້ຮັບມອບໝາຍຢ່າງມີປະສິດທິຜົນສູງເວົ້າລວມເວົ້າສະເພາະການຫັນເອົາວຽກງານດັ່ງກ່າວມາລວມສູນຕາມສາຍຕັ້ງດ້ານວຽກວິຊາສະເພາະເຮັດໃຫ້ສາມາດສ້າງຂະຫຍາຍຕາງໜ່າງຂ່າວ, ກວດກາ, ຈັບກຸມ ແລະ ດຳເນີນຄະດີບັງຄັບໃຊ້ກົດໝາຍໄດ້ຢ່າງເຂັ້ມງວດໃນຂອບເຂດທົ່ວປະເທດສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ເງື່ອນໄຂຕົວຈິງໃນປັດຈຸບັນທີ່ລັດ ຖະບານເຄັ່ງຮ້ອນໃຫ້ມີການອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...