Homeຂ່າວຕ່າງປະເທດຮູບເງົາໄທ "ສັບປະເລີ່" ຍອດທະລຸ 300 ລ້ານ ແຖມຍັງໄດ້ກະແສດີຈາກທາງ ສປປ ລາວ

ຮູບເງົາໄທ “ສັບປະເລີ່” ຍອດທະລຸ 300 ລ້ານ ແຖມຍັງໄດ້ກະແສດີຈາກທາງ ສປປ ລາວ

Published on

ສັບປະເລີ່ ເຂົ້າສາຍໄດ້ພຽງ 2 ອາທິດ ຍອດທະລຸ 300 ລ້ານບາດເປັນທີ່ຮຽບຮ້ອຍ ແຖມຍັງໄດ້ຮັບຄວາມນິຍົມຈາກ ສປປ ລາວເຮົາອີກດ້ວຍ.

ຍັງມີຜູ້ເຂົ້າຊົມຢ່າງຕໍ່ເນື່ອງ ກັບຮູບເງົາເລື່ອງ “ສັບປະເລີ່” ຮູບເງົາສັນຊາດໄທ ທາງພາກອີສານ ໂດຍເລົ່າເລື່ອງລາວຂອງ ເຈີດ ໄວລຸ້ນຊາຍອາຍຸ 25 ປີ ທີ່ຮຽນຈົບກົດໝາຍ 7-8 ປີ ມີພໍ່ເຮັດອາຊີບເປັນສັບປະເລີ່ ເຈີດຫວັງຈະໄປເສັງເປັນທະນາຍ ຫຼື ປະລັດອຳເພີ ແຕ່ຕ້ອງມາຊ່ວຍພໍ່ເປັນສັບປະເລີ່ ເພາະພໍ່ບໍ່ສະບາຍຈົນຕ້ອງມາຊ່ວຍພໍ່ເຮັດວຽກ ແຕ່ກໍຢ້ານເພາະຕົນເອງກໍຢ້ານຜີ ແລະ ຍັງຕ້ອງມາເຮັດວຽກນຳສົບຄົນຕາຍ.

ສັບປະເລີ່ ເປັນໜຶ່ງໃນຮູບເງົາຈັກກະວານໄທບ້ານ ທີ່ເປັນອຸດສາຫະກຳຫຼັງທີ່ສະທ້ອນຄວາມເປັນອີສານ ປັດຈຸບັນ ປະກອບມີ 6 ເລື່ອງ ໂດຍການເລີ່ມຕົ້ນຂອງຮູບເງົາເລື່ອງທຳອິດແມ່ນເລີ່ມໃນປີ 2019.

ສັບປະເລີ່ ເປັນຮູບເງົາທີ່ເປັນການກຳກັບຂອງ ຕ້ອງເຕ ຖິຕິສີນວນ ຈາກການເຂົ້າສາຍຮູບເງົາໃນໄທມາໄດ້ 2 ອາທິດ ຫຼ້າສຸດໃນເຊົ້າວັນທີ 18 ຕຸລາ 2023 ສາມາດສ້າງລາຍໄດ້ຫຼາຍເຖິງ 300 ລ້ານບາດ.

ນອກນີ້ ຮູບເງົາເລື່ອງ “ສັບປະເລີ່” ກໍຍັງເປັນທີ່ນິຍົມໃນ ສປປ ລາວ ເຮົາເຊັ່ນກັນ ໂດຍຟັງຈາກສຽງຂອງຜູ້ທີ່ເຄີຍເຂົ້າໄປເບິ່ງແລ້ວ ຫຼາຍຄົນກໍຕ່າງເວົ້າວ່າ ຮູບເງົາເຮັດມາດີຫຼາຍ ແລະ ເປັນຮູບເງົາທີ່ເຮົາຄວນເຂົ້າເບິ່ງທີ່ສຸດ.

ທີມງານຜູ້ສ້າງ ແລະ ສະແດງໃນຮູບເງົາເລື່ອງ “ສັບປະເລີ່” ກໍຍັງເດີນທາງມາ ສປປ ລາວ ໂດຍເດີນທາງໄປຍັງໂຮງຮູບເງົາທີ່ ນະຄອນປາກເຊ ແຂວງຈຳປາສັກ ຖືໄດ້ວ່າເປັນການເຊີໄພ້ບັນດາແຟນຄັບເລີຍກໍ່ວ່າໄດ້ ນອກຈາກຈະສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ຄົນທີ່ໄປເບິ່ງແລ້ວ ກໍຍັງສ້າງຄວາມປະທັບໃຈຕື່ມອີກໃຫ້ແກ່ແຟນຄັບຊາວລາວເຮົາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...