Homeຂ່າວພາຍ​ໃນສະກັດກັ້ນຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT)

ສະກັດກັ້ນຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT)

Published on

ສປປ ລາວ ເປັນປະເທດສະມາຊິກຂອງ ອົງການຕ້ານການຟອກເງິນສາກົນ ແລະ ສະຫະປະຊາຊາດ ຊຶ່ງໄດ້ເຂົ້າຮ່ວມໃນຫຼາຍສົນທິສັນຍາສາກົນ ໂດຍສະເພາະໃນຂົງເຂດວຽກງານຕ້ານການຟອກເງິນ ແລະ ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ສະນັ້ນ, ກົມຄຸ້ມຄອງສະຖາບັນການເງິນ ຈຶ່ງແຈ້ງມາຍັງບັນດາສະຖາບັນການເງິນ ທີ່ໄດ້ຮັບການອະນຸຍາດດໍາເນີນທຸລະກິດຈາກ ທະນາຄານແຫ່ງ ສປປ ລາວ ໃຫ້ເພີ່ມທະວີໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຢ່າງເຂັ້ມງວດ ດັ່ງລຸ່ມນີ້:

  1. ເພີ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍ ການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 50/ສພຊ, ລົງວັນທີ 21 ກໍລະກົດ 2014 ໂດຍສະ ເພາະການຊອກຮູ້ລູກຄ້າ ແລະ ແຫຼ່ງທີ່ມາຂອງທຶນໃຫ້ລະອຽດຊັດເຈນ;
  2. ໃຫ້ສະຖາບັນການເງິນ ໃຫ້ຄວາມຮ່ວມມື ໃນເວລາທີ່ສໍານັກງານຕ້ານການຟອກເງິນ ທະນາຄານແຫ່ງ ສປປ ລາວ ລົງໄປເຮັດວຽກຢູ່ສະຖາບັນການເງິນຂອງທ່ານ;
  3. ຫ້າມສະຖາບັນການເງິນ ໃຫ້ບໍລິການ ຫຼື ດໍາເນີນທຸລະກໍາກັບບຸກຄົນ, ນິຕິບຸກຄົນ ທີ່ຢູ່ໃນບັນຊີດໍາຂອງອົງການ ສະຫະປະຊາຊາດ ຊຶ່ງມີຊື່ເປັນພາສາອັງກິດແມ່ນ Specially Designated Nationals and Blocked Persons List ຫຼື SDN List, ຕາມເວບໄຊ ລຸ່ມນີ້:

http://www.un.org/sc/committees/1267/aq_sanctions_list.shtml

http://www.treasury.gov/resource-center/sanctions/SDN-List/Pages/default.aspx

  1. ຊອກຮູ້ລະບຽບ ແລະ ກົດໝາຍຂອງສາກົນ ເພື່ອຮັບປະກັນໃຫ້ການດໍາເນີນທຸລະກໍກັບຕ່າງປະເທດ ແລະ ຈັດຕັ້ງປະຕິບັດໄດ້ຢ່າງສອດຄ່ອງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.


ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...