spot_img
Homeຂ່າວພາຍ​ໃນບໍ່ອະນຸຍາດໃຫ້ດໍາເນີນທຸລະກໍາເປັນເງິນຕາຕ່າງປະເທດ

ບໍ່ອະນຸຍາດໃຫ້ດໍາເນີນທຸລະກໍາເປັນເງິນຕາຕ່າງປະເທດ

Published on

ເມື່ອບໍ່ດົນທີ່ຜ່ານມາ ທະນາຄານແຫ່ງ ສປປ ລາວ ແຈ້ງການເຖິງຜູ້ອໍານວຍການ ບໍລິສັດເຊົ່າສິນເຊື່ອ ໃນຂອບເຂດທົ່ວປະເທດ ເລື່ອງການບໍ່ອະນຸຍາດໃຫ້ດໍາເນີນທຸລະກໍາເປັນເງິນຕາຕ່າງປະເທດ.

ໂດຍການຄຸ້ມຄອງກວດກາໃນໄລຍະຜ່ານມາ ເຫັນວ່າ ການເຄື່ອນໄຫວທຸລະກໍາຂອງບໍລິສັດເຊົ່າສິນເຊື່ອບາງແຫ່ງ ໄດ້ດໍາເນີນເປັນເງິນຕາຕ່າງປະເທດ ຊຶ່ງບໍ່ສອດຄ່ອງກັບກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຂໍ້ຕົກລົງວ່າດ້ວຍສັນຍາເຊົ່າສິນເຊື່ອ. ສະນັ້ນ, ກຄສບ ຈຶ່ງແຈ້ງມາຍັງທ່ານ ໃຫ້ເຂັ້ມງວດໃນ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາກ່ຽວຂ້ອງ ໂດຍທຸກການເຄື່ອນໄຫວ ແລະ ທຸລະກໍາຂອງບໍລິສັດເຊົ່າສິນເຊື້ອ ເປັນຕົ້ນ ການກໍານົດມູນຄ່າຊັບສິນເຊົ່າ, ຄ່າງວດ, ຄ່າປັບໃໝ ແລະ ຄ່າອື່ນໆ ແມ່ນບໍ່ອະນຸຍາດໃຫ້ດໍາເນີນເປັນ ເງິນຕາຕ່າງປະເທດ.

ກໍລະນີ ບໍລິສັດເຊົ່າສິນເຊື່ອ ລະເມີດແຈ້ງການສະບັບນີ້ ຈະຖືກດໍາເນີນມາດຕະການຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການກ່ຽວຂ້ອງ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...