Homeຂ່າວຕ່າງປະເທດເຈົ້າອາວາດວັດຢູ່ໄທກັກຂັງຈົວໄວ້ມີເພດສຳພັນ

ເຈົ້າອາວາດວັດຢູ່ໄທກັກຂັງຈົວໄວ້ມີເພດສຳພັນ

Published on

ໄທພົບເຈົ້າອາວາດວັດກັກຂັງອາຈົວໄວ້ມີເພດສຳພັນ ພົບມີອາຈົວ 9 ອົງ ໃນນັ້ນ ເປັນຄູບາທີ່ມາຈາກ ສປປ ລາວ 4 ອົງ.

ໃນວັນທີ 10 ຕຸລາ 2023 ທີ່ຈັງຫວັດຊຽງໃໝ່ ປະເທດໄທ ໄດ້ມີປະຊາຊົນໄດ້ເອົາຄລິບຫຼັກຖານມາແຈ້ງຕໍ່ຕຳຫຼວດ ໂດຍໃນຄລິບສະແດງໃຫ້ເຫັນເຖິງ ເຈົ້າອາວາດວັດແຫ່ງໜຶ່ງ ໃນອຳເພີແມ່ລິມ ຈັງຫວັດຊຽງໃໝ່ ປະເທດໄທ ແລະ ພາບອາຈົວທີ່ບວດຢູ່ວັດແຫ່ງນີ້ ມີອາຍຸພຽງ 8 ປີ ຖືກຕີເປັນບາດເຕັມຫຼັງ.

ນອກຈາກນີ້ ທາງອາຈົວໄດ້ແຈ້ງວ່າ ຖືກລ່ວງລະເມີດທາງເພດ ຄົນລະບໍ່ຕ່ຳກວ່າ 7-8 ຄັ້ງ ຕິດຕໍ່ກັນມາໄດ້ 2 ເດືອນແລ້ວ ແຖມຍັງຖືກກັກຂັງໄວ້ໃນວັດ ແລະ ຕ້ອງການເອົາອາຈົວກັບບ້ານນຳ.

ເມື່ອເຈົ້າໜ້າທີ່ໄດ້ໄປກວດສອບຢູ່ວັດ ທາງເຈົ້າອາວາດກໍບໍ່ຍອມໃຫ້ເຈົ້າໜ້າທີ່ກວດຄົ້ນ ໂດຍບອກວ່າຕ້ອງມີໝາຍສານມາກ່ອນ ແລະ ເຈົ້າໜ້າທີ່ຍັງພົບວ່າທີ່ວັດແຫ່ງນີ້ ມີອາຈົວ 9 ອົງ ອາຍຸລະຫວ່າງ 7-17 ປີ ມີຄູບາ 4 ອົງ ລ້ວນແຕ່ມາຈາກ ສປປ ລາວ.

ໃນຂະນະນັ້ນ ທາງເຈົ້າໜ້າທີ່ກໍບໍ່ຟັງເຈົ້າອາວາດ ແລ້ວໄດ້ບຸກເຂົ້າໄປໃນກຸດຕິ ກໍພົບຢາປຸກເຊັກ, ຖົງຢາງອະນາໄມ, ອະໄວຍະວະເພດຍິງປອມ ແລະ ເບຍກະປ໋ອງໃນຕູ້ເຢັນຫຼາຍກະປ໋ອງ.

ເບື້ອງຕົ້ນ ທາງເຈົ້າໜ້າທີ່ໄດ້ນຳຕົວເຈົ້າອາວາດວັດໄປສືບສວນສອບສວນ ແລະ ສົ່ງມອບອາຈົວທີ່ຖືກລ່ວງລະເມີດທາງເພດໄປກວດສອບຢູ່ໂຮງໝໍ ເພື່ອຈະດຳເນີນຄະດີຕໍ່ໄປ.

ແຫຼ່ງຂ່າວ ຂ່າວສົດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...