ງານຕະຫລາດນັດແຮງງານ ຢູ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ລະຫວ່າງ ວັນທີ 27-29 ຕຸລາ 2023

0
683

ທ່ານພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຖະແຫຼງການຈັດງານຕະຫລາດນັດແຮງງານ ເພື່ອສົ່ງເສີມການມີວຽກເຮັດຢູ່ພາຍໃນປະເທດ ແລະ ການສ້າງຄວາມເຂົ້າໃຈໃນການໄປເຮັດວຽກຢູ່ຕ່າງປະເທດ ໃຫ້ຖືກຕ້ອງ ແລະ ປອດໄພ (Job Fair) ທີ່ຈະຈັດຂຶ້ນຢູ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ລະຫວ່າງ ວັນທີ 27-29 ຕຸລາ 2023 ນີ້ວ່າ:

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ມີໜ້າທີ່ໃນການສົ່ງເສີມ ຫຼື ສ້າງສິ່ງອຳນວຍຄວາມສະດວກໃຫ້ກຳລັງແຮງງານລາວ ຜູ້ທີ່ຊອກວຽກເຮັດງານທໍາ ແລະ ຜູ້ວ່າງງານໄດ້ເຂົ້າເຖິງ ຕຳແໜ່ງງງານ ທີ່ລະບົບເສດຖະກິດໄດ້ສ້າງຂຶ້ນໃນແຕ່ລະໄລຍະດັ່ງກ່າວ ພ້ອມທັງພັດທະນາສີມືແຮງງານໃຫ້ໄດ້ປະກອບອາຊີບ ຫຼື ມີວຽກແບບອິດສະລະເຮັດ ຊຶ່ງໃນການໃຫ້ບໍລິການຈັດຫາງານໄດ້ສະແດງອອກດັ່ງນີ້:

1. ສ້າງນິຕິກຳທີ່ເປັນເຄື່ອງມືໃຫ້ແກ່ການເຂົ້້າເຖິງການການຈັດຫາງານ, ພັດທະນາສີມືແຮງງານ ແລະ ການປົກປ້ອງແຮງງານ ພວກເຮົາມີກົດໝາຍວ່າດ້ວຍແຮງງານມາແຕ່ປີ 1994, ມີກົດ ໝາຍວ່າດ້ວຍການປະກັນສັງຄົມ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຈັດຫາງານໃນປີນີ້, ກຳລັງຮ່າງກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ແລະ ມີນິຕິກຳລຸ່ມກົດ ໝາຍຈຳນວນໜຶ່ງ;

2. ສຳລັບກົງຈັກ ແລະ ໜ່ວຍງານທີ່ເຮັດໜ້າທີ່ບໍລິການຈັດຫາງານ ນອກຈາກມີກົມການຈັດຫາງານ, ພະແນກ ຮສສ ຂັ້ນແຂວງ ແລະ ຫ້ອງການ ຮສສ ຂັ້ນເມືອງ ທີ່ມີຈຸດບໍລິການຈັດຫາງານຂອງລັດ 51 ຈຸດແລ້ວຍັງປະກອບມີ 48 ວິສາຫະກິດບໍລິການຈັດຫາງານ ໃນນີ້ 43 ວິສາຫະກິດໃຫ້ບໍລິການການຈັດຫາງານ ທັງພາຍໃນ ແລະ ຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດ ແລະ 5 ວິສາຫະກິດ ເຄື່ອນໄຫວ ສະເພາະວຽກຈັດຫາງານພາຍໃນ;

3. ນອກຈາກນີ້ ການບໍລິການຈັດຫາງານໃຫ້ຜູ້ວ່າງງານທີ່ເປັນສະມາຊິກປະກັນສັງຄົມ ໂດຍຜ່ານລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ກໍ່ໄດ້ມີການສ້າງຂຶ້ນ ເພື່ອຊ່ວຍໃຫ້ ຜູ້ວ່າງງານ ທີ່ເປັນສະມາຊິກປະກັນສັງຄົມ ເຂົ້າເຖິງການບໍລິການຈັດຫາງານ, ມີວຽກເຮັດງານທໍາ ແລະ ເຂົ້າເຖິງສິດທີ່ຈະໄດ້ຮັບເງິນອຸດໜູນວ່າງງານຕາມ ກົດໝາຍ.

4. ກະຊວງແຮງງນ ແລະ ສະຫວັດດີການສັງຄົມ ໄດ້ສ້າງໃຫ້ມີລະບົບ ແລະ ກົນໄກ ທີ່ເປັນລັກສະນະການໃຫ້ບໍລິການໃຫ້ແກ່ຜູ້ຊອກວຽກເຮັດ ແລະ ຜູ້ຕ້ອງການນຳໃຊ້ແຮງງານ ເຊັ່ນການຂຶ້ນທະບຽນແຮງງານ, ຂຶ້ນທະບຽນຕຳແໜ່ງງານວ່າງ, ອອກໃບນໍາສົ່ງຜູ້ວ່າງງານທີ່ມາຂຶ້ນທະບຽນ ເຂົ້າໄປສໍາພາດໃນຫົວໜ່ວຍແຮງງານ, ແລກປ່ຽນຂໍ້ມູນນຳກັນ ຜ່ານລະບົບຂໍ້ມູນຂ່າວ ສານຕະຫຼາດແຮງງານ ແລະ ອື່ນໆ.

ສຳລັບການຈັດງານຕະຫຼາດນັດແຮງງານ ແມ່ນອົງປະກອບຫນຶ່ງທີ່ສຳຄັນຂອງການໃຫ້ບໍລິການຈັດຫາງານ ເປັນກິດຈະກໍາໜຶ່ງທີ່ສໍາຄັນ ແລະ ຈໍາເປັນໃນປັດຈຸບັນ ງານຕະຫຼາດນັດແຮງງານທີ່ຈະຈັດຂື້ນໃນຄັ້ງນີ້ ກໍຄືທີ່ເຄີຍໄດ້ຈັດຂື້ນໃນຫຼາຍຄັ້ງຜ່ານມາ ຈຸດປະສົງຕົ້ນຕໍ ແມ່ນເພື່ອສ້າງໂອກາດໃຫ້ຜູ້ວ່າງງານ ລວມມີຜູ້ທີ່ຍັງບໍ່ເຄີຍມີວຽກເຮັດມາກ່ອນ ຫຼື ຜູ້ທີ່ກຳລັງກຽມເຂົ້າສູ່ຕະຫຼາດແຮງງານ, ຜູ້ທີ່ເຄີຍເຮັດວຽກມາກ່ອນ ລວມທັງຜູ້ວ່າງງານທີ່ເປັນສະມາຊິກປະກັນສັງຄົມ ໄດ້ເຂົ້າເຖິງຕຳແໜ່ງງານທີ່ມີຢູ່ໃນລະບົບເສດຖະກິດພາຍໃນປະເທດ ເປັນຕຳແໜ່ງງານໃນລະບົບ.

ການບໍລິການໃນງານຈະລວມມີການຂຶ້ນທະບຽນຜູ້ຊອກວຽກ, ການແນະນໍາຕໍາແໜ່ງງານວ່າງທີ່ຫົວໜ່ວຍແຮງງານນຳມາສະເໜີ, ເປີດໂອກາດໃຫ້ໄດ້ເຂົ້າສຳພາດ ຫຼື ສະໝັກເຂົ້າເຮັດວຽກນຳຜູ້ໃຊ້ແຮງງານຕົວຈິງ ເພື່ອໃຫ້ຜູ້ໃຊ້ແຮງງານຄັດເລືອກເອົາແຮງງານຕາມຕໍາແໜ່ງງານທີ່ຕົນຕ້ອງການ, ມີການບໍລິການໃຫ້ຄຳປຶກສາດ້ານກົດໝາຍ ແລະ ລະບຽບການດ້ານແຮງງານ, ດ້ານປະກັນສັງຄົມ ເປັນຕົ້ນແມ່ນເງື່ອນໄຂການໄດ້ຮັບອຸດໜູນວ່າງງານ ຂອງຜູ້ວ່າງງານທີ່ເປັນສະມາຊິກປະກັນສັງຄົມ ພ້ອມດຽວກັນນັ້ນກໍຈະມີກິດຈະກຳການໂຄສະນາ, ເຜີຍແຜ່ ວິທີການ, ລະບຽບການ ກ່ຽວກັບການໄປເຮັດວຽກຢູ່ຕ່າງປະເທດ ທີ່ເປັນແບບຖືກຕ້ອງ ແລະ ປອດໄພ ໃຫ້ແກ່ຜູ້ທີີ່ສົນໃຈ.

ນອກຈາກນີ້ ຍັງເປັນການເພີ່ມທະວີກົນໄກການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຫົວໜ່ວຍແຮງງານ ທີ່ເຂົ້າຮ່ວມຈັດງານຕະຫຼາດນັດແຮງງານ ເຊິ່ງຄາດວ່າຈະມີ ການຕັ້ງບູດໃຫ້ບໍລິການຂຶ້ນທະບຽນຊອກວຽກ, ໃຫ້ຄໍາປຶກສາ, ສໍາພາດເອົາແຮງງານ ທັງໝົດ 120 ບູດ ໃນນີ້: ມີ 70 ຫົວໜ່ວຍແຮງງານ, 48 ວິສາຫະກິດບໍລິການຈັດຫາງານ, 10 ບູດ ຂອງຄູ່ຮ່ວມງານຈາກພາກລັດ ແລະ ອົງການຈັດຕັ້ງຕ່າງໆ.

ສຳລັບປະເທດພວກເຮົາ ງານຕະຫຼາດນັດແຮງງານ ຍັງຖືວ່າເປັນປະກົດການ ຫຼື ວິທີການໃຫມ່ ທີ່ຍັງບໍ່ປະສົບຜົນສຳເລັດເທົ່າທີ່ຄວນ ຈາກການຈັດໃນຜ່ານມາ. ແຕ່ເຖິງຢ່າງໃດກໍຕາມ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ ຖ້າຫາກ​ທຸກ​ພາກສ່ວນ​ ມີ​ສ່ວນ​ຮ່ວມຢ່າງຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຮ່ວມ​ກັນຢ່າງແທ້ຈິງ ກໍຈະ​ເຮັດ​ໃຫ້​ການຈັດງານໃນ​ຄັ້ງນີ້​ໄດ້​ຮັບ​ຜົນສຳ​ເລັດ​ຕາມ​ຈຸດປະສົງ​ທີ່​ວາງ​ໄວ້ ຕາມທີ່ຄາດຫວັງໄວ້​ວ່າ ຈະຊ່ວຍການປະຊາສຳພັນ ຫຼື ລະດົມໃຫ້ມີຜູ້ເຂົ້າມາຮ່ວມໃນງານພວກເຮົາ  ບໍ່ໃຫ້ຕໍ່າກ່ວາ 1000 ຄົນ ໂດຍສະເພາະແມ່ນຊາວໜຸ່ມນັກຮຽນ, ນັກສຶກສາທີ່ເປັນ ແລະ ກຳລັງຈະເປັນກໍາລັງແຮງງານຂອງຊາດ ທີ່ກຳລັງຊອກວຽກເຮັດງານທໍາຢູ່ພາຍໃນປະເທດ, ຜູ້ທີ່ມີຄວາມສົນໃຈທີ່ຈະໄປເກັບກ່ຽວປະສົບການ ຫຼື ເຮັດວຽກຢູ່ຕ່າງປະເທດ.

ເພາະສະນັ້ນ, ຈຶ່ງຢາກຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວນະຄອນຫຼວງວຽງຈັນ ຫຼື ແຂວງໃກ້ຄຽງ, ສະຖາບັນການສຶກສາ, ສະຖານພັດທະນາສີມືແຮງງານ, ສູນຝຶກວິຊາຊີບທັງພາກລັດ ແລະ ເອກະຊົນ, ນັກຮຽນ, ນັກສຶກສາ, ຜູ້ອອກແຮງງານທຸກທົ່ວໜ້າ ລວມທັງບັນດາຫົວໜ່ວຍທຸລະກິດຂອງທຸກຂະແໜງ ການ ຈົ່ງເຫັນໄດ້ຄວາມສຳຄັນຂອງການຈັດງານໃນຄັ້ງນີ້ ແລະ ຫາເວລາມາເຂົ້າຮ່ວມນຳກັນໃຫ້ໄດ້ ແລະ ຝາກຄຳຮຽກຮ້ອງນີ້ຜ່ານນຳບັນດານັກຂ່າວ, ສື່ມວນຊົນ ແລະ ຜູ້ທີ່ຮັບຮູ້ກ່ຽວກັບງານນີ້ ຈົ່ງນຳໄປເຜີຍແຜ່, ໂຄສະນາ ຫຼື ປ່າວຂ່າວ ຊ່ວຍກັນຢ່າງເປັນຂະບວນ ແລະ ທົ່ວເຖິງດ້ວຍ.