spot_img
Homeຂ່າວພາຍ​ໃນເຜີຍແຜ່ກົດໝາຍ ລະບຽບປ້ອງກັນຄວາມສະຫງົບປອດໄພທາງລົດໄຟ

ເຜີຍແຜ່ກົດໝາຍ ລະບຽບປ້ອງກັນຄວາມສະຫງົບປອດໄພທາງລົດໄຟ

Published on

ທີ່ຜ່ານມາ ພາຍຫຼັງທີ່ເສັ້ນທາງລົດໄຟລາວ-ຈີນໄດ້ສຳເລັດແລ້ວ ກໍໄດ້ມີນັກທ່ອງທ່ຽວເດີນທາງດ້ວຍລົດໄຟຈຳນວນຫຼາຍ ແລະ ຍັງມີກຸ່ມຄົນບໍ່ຫວັງດີ ໄດ້ມາສ້າງຄວາມສະຫງົບ ແລະ ຄວາມເສຍຫາຍຕໍ່ເສັ້ນທາງລົດໄຟຈຳນວນບໍ່ໜ້ອຍ.

ເມື່ອບໍ່ດົນມານີ້, ໂດຍພະແນກຕຳຫຼວດທາງລົດໄຟ ປກສ ແຂວງຫຼວງນໍ້າທາ ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບປ້ອງກັນຄວາມສະຫງົບ ປອດໄພທາງລົດໄຟ ຢູ່ບ້ານຫ້ວຍຫ້ອມ ເມືອງຫຼວງນໍ້າທາ ໂດຍການນໍາພາຂອງ ທ່ານ ພັນຕີ ນາງ ບົວວັນ ວິຈິດຫຼວງຄຳ ຮອງຫົວໜ້າພະແນກຕຳຫຼວດທາງລົດໄຟ ປກສ ແຂວງ.

ໂອກາດນີ້, ທ່ານ ຮ້ອຍໂທ ສິງທັດ ຕ໋ອງຫວັນຄຸດ ຮອງຫົວໜ້າໜ່ວຍງານ ພະແນກຕຳຫຼວດທາງລົດໄຟ ປກສ ແຂວງ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງລົດໄຟ ລາວ-ຈີນ ເຊິ່ງລັດຖະບານແຫ່ງ ສປປ ລາວ ມີເປົ້າໝາຍຍຸດທະສາດໃນການພັດທະນາເສັ້ນທາງລົດໄຟ ໃຫ້ກາຍເປັນແລວທາງເສດຖະກິດທີ່ມີລາຍຮັບຢ່າງຫຼວງຫຼາຍໃຫ້ແກ່ປະເທດຊາດ, ຍົກສູງປະສິດທິພາບ ຂອງວຽກງານຄົມມະນາຄົມຂົນສົ່ງ, ສ້າງໂອກາດໃຫ້ມີວຽກເຮັດງານທຳ, ຍົກສູງຄຸນນະພາບຊີວິດການເປັນຢູ່ ໃຫ້ແກ່ປະຊາຊົນລາວ ແລະ ເປັນການເຊື່ອມຕໍ່ເສັ້ນທາງຄົມມະນາຄົມ ຈາກ ສປປ ລາວ ສູ່ບັນດາອາຊຽນ.

ພ້ອມນີ້, ກໍໄດ້ເຜີຍແຜ່ບັນດາຂໍ້ຫ້າມທົ່ວໄປ ແລະ ອະທິບາຍກ່ຽວກັບລະບຽບສຳລັບຜູ້ໂດຍ ສານ ທີ່ຈະກະກຽມໃນການເດີນທາງ ແລະ ເງື່ອນໄຂຕ່າງໆໃນການຂຶ້ນລົດໄຟ ເພື່ອເຮັດໃຫ້ບຸກຄົນ ຫລື ກຸ່ມຄົນ ທີ່ຈະເດີນທາງດ້ວຍລົດໄຟໄດ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ລະບຽບປ້ອງກັນຄວາມສະຫງົບ, ປອດໄພທາງລົດໄຟ, ຍົກໃຫ້ເຫັນເຖິງການກະທຳຜິດ ທີ່ເເຕະຕ້ອງເຖິງຄວາມບໍ່ສະຫງົບ ແລະ ເປັນການກົດໜ່ວງທ່ວງດຶງ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ສ້າງຄວາມເສຍຫາຍຕໍ່ອັນລວມ. ໃນ 1 ປີຜ່ານມາ ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 117 ເລື່ອງ (ສະເພາະ ແຂວງຫລວງນ້ຳທາ ມີ 13 ເລື່ອງ), ກັກຕົວຜູ້ກະທຳຜິດໄດ້ 59 ຄົນ, ຍິງ 12 ຄົນ ເປັນຕົ້ນ ແມ່ນຄະດີລັກຊັບ ປະເພດວັດຖຸ-ອຸປະກອນທາງລົດໄຟ 75 ເລື່ອງ.

ນອກນີ້ ກໍໄດ້ເນັ້ນໃຫ້ປະຊາຊົນ ໄປເຜີຍແຜ່ໃຫ້ຄອບຄົວ ໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈເພີ່ມເຕີມ ແລະ ພ້ອມກັນປະກອບສ່ວນ ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...