spot_img
Homeຂ່າວພາຍ​ໃນການປ່ຽນທິດທາງການສັນຈອນ ໃນຕົວເມືອງນະຄອນຫຼວງວຽງຈັນ

ການປ່ຽນທິດທາງການສັນຈອນ ໃນຕົວເມືອງນະຄອນຫຼວງວຽງຈັນ

Published on

ເມື່ອບໍ່ດົນທີ່ຜ່ານມາ ທາງນະຄອນຫຼວງໄດ້ອອກແຈ້ງການ ກ່ຽວກັບການປ່ຽນທິດທາງການສັນຈອນ ໃນຕົວເມືອງນະຄອນຫຼວງວຽງຈັນ.

ທັ້ງນີ້ ການປ່ຽນທິດທາງການສັນຈອນ ຄາດວ່າຈະມີການປ່ຽນຈາກທາງສອງເລນ ມາເປັນທາງເລນດຽວ ໂດຍການຄຸ້ມຄອງ ຈັດສັນ ປ່ຽນທິດທາງການສັນຈອນໃນຕົວເມືອງ ເພື່ອແນໃສ່ຫຼຸດຜ່ອນຄວາມແອອັດຂອງການສັນຈອນ (ລົດຕິດ) ເເລະ ການເກີດອຸປະຕິເຫດ, ເຮັດໃຫ້ການສັນຈອນຕາມທ້ອງຖະໜົນໃນຕົວເມືອງນະຄອນຫຼວງວຽງຈັນ ມີຄວາມເປັນລະບຽບຮຽບຮ້ອຍ.

ໃນການປ່ຽນທິດທາງການສັນຈອນ ຈະປະກອບມີ 18 ຖະໜົນ ແລະ ໄດ້ຮັບການອະນຸມັດແລ້ວຈາກທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອງຫຼວງ.

ຢ່າງໃດກໍຕາມ ຍັງບໍ່ຮູ້ວັນເວລາທີ່ຊັດເຈນວ່າ ຈະມີການເລີ່ມປະຕິບັດມື້ໃດ ແຕ່ໂດຍເລີ່ມ ຈະຕ້ອງມີການຕິດຕັ້ງປ້າຍສັນຍານຈະລະຈອນຕື່ມ ຈຶ່ງຈະມີແຈ້ງການມາເພີ່ມອີກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...