spot_img
Homeຂ່າວທົ່ວໄປສວນປະຕູໄຊ ປັບປຸງສຳເລັດແລ້ວ 80/100

ສວນປະຕູໄຊ ປັບປຸງສຳເລັດແລ້ວ 80/100

Published on

ປັດຈຸບັນການປັບປຸງສວນປະຕູໄຊ ແມ່ນມີຄວາມຈຳເປັນອັນຮີບດ່ວນເນື່ອງຈາກວ່າເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມສຳຄັນຂອງນະຄອນຫຼວງວຽງຈັນ ເປັນການສົ່ງເສີມ ແລະ ຂະຫຍາຍພຶ້ນທີ່ສີຂຽວໃຫ້ຕົວເມືອງ ແລະ ປົກປັກຮັກສາມໍລະດົກຂອງຊາດ ເປັນບ່ອນພັກຜ່ອນຂອງຊາວນະຄອນຫຼວງວຽງຈັນ ທັງເປັນບ່ອນຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ຮູບພາບ: TOUN xayvongsa

ທ່ານອຳພາວັນ ມະນີວັນ ຫົວໜ້າຂະແໜງຄຸ້ມຄອງສວນ ໄຟແສງສະຫວ່າງສາທາລະນະ ແລະ ປະດັບປະດາຕົວເມືອງກ່າວວ່າ: ໂຄງການປັບປຸງສວນຫຍ້າ ສວນດອກໄມ້ ແລະ ສິ່ງອຳນວຍຄວາມສະດວກສວນປະຕູໄຊ ມາຮອດປັດຈຸບັນໂຄງການມີຄວາມຄືບໜ້າ 80% ເຊິ່ງເລີ່ມມາຕັ້ງແຕ່ວັນທີ 1 ເດືອນມິຖຸນາຜ່ານມາ ເຊິ່ງຕາມແຜນຈະເຮັດໃຫ້ສຳເລັດໃນວັນທີ 31 ເດືອນ ສິງຫານີ້ ທີ່ສຳເລັດນີ້ແມ່ນໄດ້ສຸ່ມໃສ່ເຂດຊົມຊື້ ມີການປູພຶ້ນ ຈັດແຕ່ງຕົ້ນໄມ້ ແລະ ປະດັບປະດາ ເຊິ່ງຕົ້ນມັດທີ່ເກີດຊະຊາຍຈະໄດ້ຍົກຍ້າຍອອກ.

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເປັນເຈົ້າຂອງໂຄງການມູນຄ່າ 3,2 ຕື້ກີບມອບໃຫ້ບໍລິສັດ ພາວເວີພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວເປັນຜູ້ຮັບຜິດຊອບໂດຍໄດ້ກຳນົດອອກເປັນ 3 ເຂດເຊັ່ນ: ເຂດ A ສວນຫຍ້າເບື້ອງປະຕູໄຊຮອດສຸດຂອບລານກິດຈະກຳ, ເຂດ B ແມ່ນລານກິດຈະກຳສວນປະຕູໄຊ ແລະ ເຂດ C ແມ່ນສວນຫຍ້າເບື້ອງຫ້ອງການສັນຕິພາບ, ເຊິ່ງປັດຈຸບັນຍັງມີໜ້າວຽກທີ່ຫຼ້າຊ້າຍ້ອນສະພາບຝົນຕົກ ແລະ ບັນຫາອື່ນໆ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ໃຫ້ເອົາໃຈໃສ່ຊ່ວຍກັນເພາະສ່ວນໃຫຍ່ປັບປຸ່ງເປັນເດີ່ນຫຍ້າ ເປັນຕົ້ນເບື້ອງໜ້າປະຕູໄຊຈະບໍ່ມີຕົ້ນໄມ້ ຕາມການອອກແບບຂອງສະມະຄົມສະຖາປະນິກ (ສສວ) ເບື້ອງໜ້າຈະປູກແຕ່ຫຍ້າລຽບໆ ສວນຍ່ອມ ແລະ ປ່ຽນດອກໄມ້ຕາມລະດູການ ເພື່ອໃຫ້ຄົນເຮົາແນມເຫັນລວດລາຍຂອງປະຕູໄຊໄດ້ເຊັດເຈນ ແລະ ເດັ່ນຂຶ້ນ ສ່ວນດ້ານຮົ່ມເຢັນ ແມ່ນຈະມີຮົ່ມກົກສາມສາ ເຊິ່ງຈະມີບໍລິການກາເຟ ແລະ ຂາຍເຄື່ອງທີລະນຶກ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...