Homeຂ່າວການພັດທະນາພິທີເຊັນສັນຍາເຊົ່າ-ສຳປະທານ ພັດທະນາແຫຼ່ງທ່ອງທ່ຽວ ນ້ຳຕົກຕາດເລາະ-ຕາດຮັງ

ພິທີເຊັນສັນຍາເຊົ່າ-ສຳປະທານ ພັດທະນາແຫຼ່ງທ່ອງທ່ຽວ ນ້ຳຕົກຕາດເລາະ-ຕາດຮັງ

Published on

ວັນທີ 25 ກັນຍາ 2023 ຜ່ານມາ, ທີ່ພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ ໄດ້ມີພິທີເຊັນສັນຍາເຊົ່າ-ສຳປະທານ ພັດທະນາແຫລ່ງທ່ອງທ່ຽວ ນ້ຳຕົກຕາດເລາະ-ຕາດຮັງ ຢູ່ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ ເພື່ອພັດທະນາແຫລ່ງທ່ອງທ່ຽວນ້ຳຕົກຕາດເລາະ-ຕາດຮັງ ເປັນແຫລ່ງທ່ອງທ່ຽວ ທີ່ໄດ້ມາດຕະຖານ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອຳນວຍການ ບໍລິສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈຳກັດ, ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ສົມສັກ ທົງຄໍາຫານ ເຈົ້າເມືອງເລົ່າງາມ, ທ່ານ ຫົງແກ້ວ ມາລີຈັນສີ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ສຸພະໄຊ ບຸນຍົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງ, ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ນາງ ສອນທິດາ ອຸນາພົມ ກ່າວຕື່ມວ່າ: ແຫລ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ຖືວ່າເປັນແຫລ່ງທ່ອງທ່ຽວທີ່ສໍາຄັນຂອງແຂວງສາລະວັນ ກໍຄື ພາກໃຕ້ຂອງລາວ ທັງນອນໃນວົງຈອນການທ່ອງທ່ຽວເຂດພູພຽງບໍລະເວນ ທີ່ສວຍສົດງົດງາມ ເຊິ່ງການລົງທຶນ ຄັ້ງນີ້ຈະພັດທະນາໃຫ້ກາຍເປັນແຫລ່ງທ່ອງທ່ຽວ ທີ່ໄດ້ມາດຕະຖານສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ, ອະນຸພາກພື້ນ ແລະ ສາກົນ ຕິດພັນກັບການອະນຸລັກທຳມະຊາດ ແລະ ເອກະລັກວັດທະນະທຳທ້ອງຖິ່ນ, ຊຸກຍູ້ສົ່ງເສີມອາຊີບ ແລະ ການມີສ່ວນຮ່ວມຂອງ ປະຊາຊົນທ້ອງຖິ່ນເປົ້າໝາຍ, ຍົກລະດັບແຫລ່ງທ່ອງທ່ຽວ ພາຍໃນນໍ້າຕົກຕາດເລາະ-ຕາດຮັງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ສາມາດບໍລິການ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເພື່ອຊຸກຍູ້ ແລະ ຟື້ນຟູ ເສດຖະກິດດ້ວຍການ ສ້າງວຽກເຮັດງານທຳ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ແລະ ປະກອບສ່ວນປົກປັກຮັກສາມໍລະດົກທາງ ວັດທະນາທຳ, ທຳມະຊາດ ແລະ ປະຫວັດສາດໃຫ້ຍືນຍົງ.

ທ່ານ ນາງ ສອນທິດາ ອຸນາພົມ ຜູ້ອຳນວຍການບໍລິ ສັດພັດທະນາແຫລ່ງທ່ອງທ່ຽວຕາດເຍືອງຫລັກ 40 ເມືອງປາກຊ່ອງ ຈຳກັດ ກ່າວວ່າ: ສຳລັບການຈັດຕັ້ງປະຕິບັດໂຄງການປະກອບມີ 3 ໄລຍະຄື: ໄລຍະທີ 1 ຟື້ນຟູປັບປຸງ ສະຖານທີ່ 2023-2026, ໂຄສະນາດຶງດູດການທ່ອງທ່ຽວແບບລາວທ່ຽວລາວ, ປັບປຸງພື້ນຖານໂຄງລ່າງ ໄຟຟ້າ-ນ້ຳປະປາ, ສວນພຶກສາ, ສິ່ງອຳນວຍຄວາມສະດວກ, ກິດຈະກຳທ່ອງທ່ຽວ, ຫ້ອງນ້ຳ ແລະ ອື່ນໆ. ໄລຍະທີ 2 ການຂະຫຍາຍພື້ນທີ່ກິດຈະກຳ ທ່ອງທ່ຽວ 2026-2030, ສະຖານທີ່ພັກແຮມ, ຫ້ອງປະຊຸມ, ຮ້ານອາຫານ ແລະ ຮ້ານຂາຍ ເຄື່ອງທີ່ລະນຶກຕ່າງໆ, ກິດຈະກຳການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ທີ່ ຫລາກຫລາຍ ແລະ ໄລຍະ ທີ 3 ການບໍລິການ ການທ່ອງທ່ຽວຄົບວົງຈອນ ມາດຕະຖານສາກົນ.
ຂ່າວ: ປະຊາຊົນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...