spot_img
Homeຂ່າວພາຍ​ໃນໝົດປີ 2023 ພາສີປະຈໍາແຂວງສະຫວັນນະເຂດ ຄາດຄະເນລາຍຮັບຈະໃຫ້ລື່ນແຜນການ

ໝົດປີ 2023 ພາສີປະຈໍາແຂວງສະຫວັນນະເຂດ ຄາດຄະເນລາຍຮັບຈະໃຫ້ລື່ນແຜນການ

Published on

ສະເພາະພາສີປະຈຳແຂວງສະຫວັນນະເຂດ ປະກອບມີດ່ານພາສີຊາຍແດນ 07 ແຫ່ງ, ໃນນັ້ນມີ: ດ່ານພາສີ ສາກົນ 02 ແຫ່ງ, ດ່ານພາສີປະຈຳທ້ອງຖິ່ນ 01 ແຫ່ງ ແລະດ່ານພາສີປະເພນີ 04 ແຫ່ງ, ນອກຈາກນັ້ນຍັງມີ ຫ້ອງການພາສີປະຈໍາເຂດເສດຖະກິດພິເສດ ແລະ 02 ຂະແໜງວິຊາການຂຶ້ນກັບ, ມີພະນັກງານ-ລັດຖະກອນ ທັງໝົດຈໍານວນ 98 ຄົນ ຍິງ 29 ຄົນ, ໃນນັ້ນ; ປະຈຳການຢູ່ບັນດາດ່ານພາສີຊາຍແດນ ແລະ ຫ້ອງການພາສີປະຈໍາເຂດ ເສດຖະກິດພິເສດ ຈຳນວນ 78 ຄົນ ຍິງ 26 ຄົນ, ປະຈຳຢູ່ຫ້ອງການພາສີປະຈໍາແຂວງ ແລະ ຂະແໜງວິຊາການ ຈຳນວນ 20 ຄົນ ຍິງ 03 ຄົນ, ນອກຈາກລັດຖະກອນສົມບູນແລ້ວ ຍັງມີພະນັກງານຊ່ວຍວຽກ 20 ຄົນ ຍິງ 09 ຄົນ.

ດ້ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ກໍ່ຄືການຈັດເກັບລາຍຮັບຂອງຂະແໜງພາສີ ຢູ່ແຂວງສະຫວັນນະເຂດ, ທ່ານ ສົມຈິດ ລາດຊະວົງ ຮອງຫົວໜ້າພາສີປະຈໍາແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນປີ 2023 ການຈັດຕັ້ງປະຕິບັດແຜນລາຍຮັບງົບປະມານ 7 ເດືອນຕົ້ນປີ ທົ່ວແຂວງສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ ຈໍານວນ 843,195 ຕື້ກີບ ເທົ່າກັບ 76,65% ຂອງແຜນການປີ, ທຽບໃສ່ໄລຍະດຽວ ກັບສົກປີ 2022 ຜ່ານມາ ເພີ່ມຂຶ້ນ 54,89% ຫລື ຈຳນວນ 298,825 ຕື້ກີບ. ໃນນັ້ນໄດ້ຈາກ ນໍ້າມັນເຊື້ອໄຟ 311,942 ຕື້ກີບ, ກວມເອົາ 37,00% ຂອງລາຍຮັບທັງໝົດ, ຄ່າທໍານຽມຕ່າງໆ 179,655 ຕື້ກີບ, ກວມເອົາ 21,31% ໃນນັ້ນ, ຄັງແຮນ້ຳມັນກວມເອົາ 82,67% ຫລື 148,517 ຕື້ກີບ, ສິນຄ້ານຳເຂົ້າເພື່ອສົ່ງອອກຕໍ່ 103,65 ຕື້ກີບ, ກວມເອົາ 12,29%, ພາຫະນະ (ເປັນຄັນ) 88,673 ຕື້ກີບ, ກວມເອົາ 10,52% ແລະ ລາຍຮັບອື່ນໆ ຈໍານວນ 159,269 ຕື້ກີບ, ກວມເອົາ 18,89% ພໍມາຮອດວັນທີ 28 ສິງຫາ 2023 ທົ່ວແຂວງສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ ຈໍານວນ 926,209 ຕື້ກີບ ເທົ່າກັບ 84,20% ຂອງແຜນການປີ.

ສໍາລັບທິດທາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດໃນ 5 ເດືອນທ້າຍປີ 2023 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງ ສາມາດບັນລຸໄດ້ຕາມແຜນການ ແລະ ລື່ນແຜນການຕົວເລກທີ່ຄາດຄະເນໄວ້ ຈຶ່ງໄດ້ກໍານົດວຽກຈຸດສຸມຈໍານວນໜຶ່ງເພື່ອຈັດຕັ້ງປະຕິບັດເປັນຕົ້ນ: ການເອົາໃຈໃສ່ຄຸ້ມຄອງ ຕິດຕາມ ກວດກາ ການນຳເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ ຢູ່ບັນດາດ່ານ ພາສີຊາຍແດນຢ່າງເຂັ້ມງວດ, ເພີ່ມທະວີວຽກງານຕ້ານ ແລະສະກັດກັ້ນການລັກລອບໜີພາສີທຸກຮູບແບບ ຢ່າງເຂັ້ມງວດ ທັງຢູ່ ໃນຂອບເຂດດ່ານ ແລະ ນອກດ່ານ ລວມທັງຈຸດອື່ນໆທີ່ຫລໍ່ແຫລມ ເອົາໃຈໃສ່ໃນການຄົ້ນຄວ້າກ່ຽວກັບການໃຫ້ນະໂຍບາຍ ດ້ານພາສີ-ອາກອນ ຕໍ່ບັນດາວິ ສາຫະກິດທີ່ໄດ້ຮັບນະໂຍບາຍສົ່ງເສີມການລົງທຶນ ພ້ອມທັງຄຸ້ມຄອງການນຳໃຊ້ວັດຖຸປະກອນທີ່ນຳເຂົ້າຕາມນະໂຍບາຍດັ່ງກ່າວໃຫ້ຖືກຕາມເປົ້າໝາຍ, ກະຕຸກຊຸກຍູ້ບັນດາດ່ານພາສີຊາຍແດນທີ່ມີທີ່ຕັ້ງຕິດກັບປະເທດເພື່ອນບ້ານ ໃຫ້ມີການປະສານສົມທົບຂໍ້ມູນຂ່າວສານ ຊຶ່ງກັນ ແລະກັນ ຢ່າງເປັນປົກະຕິ ເພື່ອຫລີກລຽງບັນຫາ ທີ່ອາດຈະເປັນຊ່ອງຫວ່າງ ໃນການລັກລອບຫລົບຫລີກພາສີ ຂອງຜູ້ປະກອບການຜ່ານດ່ານພາສີຊາຍແດນ, ດຳເນີນມາດຕະການຕໍ່ທຸກກໍລະນີ ທີ່ເປັນການລະເມີດກົດໝາຍວ່າດ້ວຍພາສີ ແລະ ກົດໝາຍລະບຽບການອື່ນທີ່ກ່ຽວຂ້ອງ ຕາມຂັ້ນຕອນຂອງລະບຽບກົດໝາຍຢ່າງເຂັ້ມງວດ, ສືບຕໍ່ແກ້ໄຂຄະດີທາງພາສີທີ່ຍັງຄ້າງສະສາງໃຫ້ສຳເລັດ ນຳໃຊ້ເຄື່ອງມືທັນສະໄໝທີ່ໄດ້ຮັບການພັດທະນາແລ້ວໃຫ້ມີປະສິດທິພາບສູງສຸດ ເພື່ອຄຸ້ມຄອງ ແລະຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ ແລະທັນເວລາ ທັງເປັນການອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ, ປັບປຸງບັນດາກົນໄກຕ່າງໆທີ່ເຫັນວ່າຍັງເປັນອຸປະສັກ ຫລື ບັນຫາທີ່ຍັງເປັນຊ່ອງຫວ່າງເພື່ອສ້າງທ່າ ຫັນປ່ຽນໃໝ່ຢ່າງແຂງແຮງຮອບດ້ານ.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...