Homeສຸຂະພາບ ແລະ ສີ່ງແວດລ້ອມແມ່ຖືພາດື່ມນ້ຳອັດລົມສູດບໍ່ມີນ້ຳຕານສ່ຽງເຮັດໃຫ້ລູກໃນທ້ອງເປັນອໍທິສຕິກ

ແມ່ຖືພາດື່ມນ້ຳອັດລົມສູດບໍ່ມີນ້ຳຕານສ່ຽງເຮັດໃຫ້ລູກໃນທ້ອງເປັນອໍທິສຕິກ

Published on

ຜົນການວິໄຈພົບວ່າ ຍິງຖືພາທີ່ມັກດື່ມນ້ຳອັດລົມສູດບໍ່ມີນ້ຳຕານ ທີ່ໃຊ້ສານແທນຄວາມຫວານ ອາດເຮັດໃຫ້ລູກໃນທ້ອງມີຄວາມສ່ຽງເປັນອໍທິສຕິກແຕ່ກຳເນີດໄດ້.

ສູນວິທະຍາສາດການແພດ ມະຫາວິທະຍາໄລເທັດຊັສ ສະຫະລັດອາເມຣິກາ ເປີດເຜີຍຜົນການວິໄຈຫຼ້າສຸດ ກ່ຽວກັບຄວາມສ່ຽງທີ່ເດັກນ້ອຍໃນທ້ອງແມ່ ຈະເປັນເດັກອໍທິສຕິກ ຖ້າວ່າແມ່ຖືພາແລ້ວດື່ມນ້ຳອັດລົມສູດບໍ່ມີນ້ຳຕານ ທີ່ໃຊ້ສານໃຫ້ຄວາມຫວານແທນ ໂດຍສະເພາະເດັກໃນທ້ອງເປັນເພດຊາຍຍິ່ງມີຄວາມສ່ຽງສູງຫຼາຍຂຶ້ຍ ລວມເຖິງຄວາມສ່ຽງຖ້າມີການດື່ມປະເພດນີ້ໃນຊ່ວງໃຫ້ນົມລູກອີກດ້ວຍ.

ໃນບັນດາເດັກນ້ອຍຊາຍທີ່ເປັນອໍທິສຕິກ ພົບວ່າແມ່ຂອງພວກເຂົາມັກດື່ມນ້ຳອັດລົມສູດບໍ່ມີນ້ຳຕານເປັນປະຈຳທຸກມື້ ຫຼື ກິນຫຼາຍກວ່າຄົນປົກກະຕິເຖິງ 3 ເທົ່າຂອງຄົນທົ່ວໄປ ເຮັດໃຫ້ໄດ້ຮັບສານແອສປາແຕັມ ຫຼື ສານທົດແທນຄວາມຫວານຈຳນວນຫຼາຍ ເຊິ່ງການວິໄຈນີ້ໄດ້ສຶກສາຈາກກຸ່ມແມ່ຈຳນວນ 235 ຄົນທີ່ມີລູກເປັນອໍທິສຕິກ ສະເປັກຕຣັມ ແລະ ອີກ 121 ຄົນ ທີ່ມີລູກມີອາການຄວາມຜິດປົກກະຕິທາງການພັດທະນາລະບົບປະສາດ.

ແລ້ວຍັງຮູ້ຕື່ມອີກວ່າ ພຽງດື່ມນ້ຳອັດລົມສູດບໍ່ມີນ້ຳຕາພຽງ 1 ກະປ໋ອງຕໍ່ມື້ ຫຼື ກິນສານໃຫ້ຄວາມຫວານແທນນ້ຳຕານໃນປະລິມານດຽວກັນໃນຊ່ວງຖືພາ ຫຼື ໃຫ້ນົມລູກ ຈະກໍ່ໃຫ້ເກີດຄວາມສ່ຽງເຮັດໃຫ້ລູກເປັນອໍທິສຕິກໄດ້.

ຢ່າງໃດກໍຕາມ ຍັງຊັດເຈນວ່າ ສານທົດແທນຄວາມຫວານ ຈະສົ່ງຜົນຕໍ່ລະບົບປະສາດແທ້ຫຼືບໍ່ ແລະ ຈະສົ່ງຜົນໃນເລື່ອງຄວາມຈື່ຈຳ ການຮຽນຮູ້ຫຼືບໍ່.

ໃນຂະນະທີ່ງານວິໄຈໜຶ່ງກໍພົບວ່າ ການບໍລິໂພກສານແອສປາແຕມ ຫຼື ສານທົດແທນຄວາມຫວານ ມີຄວາມກ່ຽວຂ້ອງກັບການເກີດພະຍາດມະເຮັງອີກດ້ວຍ.

ແຫຼ່ງຂ່າວ dailymail

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...