ງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023

0
1802

ການຈັດງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທ່າວັດຈັນ ເມືອງຈັນທະບູລີ ຈະຈັດຂຶ້ນໃນລະຫວ່າງວັນທີ 28-30 ຕຸລາ 2023.

ທ່ານ ດວງຕາ ສຸລິວົງ ເຈົ້າເມືອງ ເມືອງຈັນທະບູລີ, ປະທານຄະນະກຳມະການຈັດງານບຸນອອກພັນສາປະວໍລະນາ ບຸນຊ່ວງເຮືອປະເພນີທີ່ທ່າວັດຈັນ ປະຈຳປີ 2023 ໄດ້ກ່າວວ່າ:

ປີນີ້ ເປັນປີທ່ອງທ່ຽວຂອງ ສປປ ລາວ ສະນັ້ນການຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີທີ່ທ່າວັດຈັນ ປະຈຳປີ 2023 ກໍຈະເປັນການປະກອບສ່ວນດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວນະຄອນຫຼວງວຽງຈັນ ສະນັ້ນການຈັດງານບຸນກໍຈະໄດ້ຮັກສາຮີດຄອງອັນດີງາມຂອງຊາດ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບນຽບຮ້ອຍ ຊຸກຍູ້ສົ່ງເສີມການຜະລິດສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ເພື່ອທົດແທນການນຳເຂົ້າ ແລະ ເພື່ອເປັນການສົ່ງເສີມການຄ້າຂາຍເຮັດໃຫ່ເສດຖະກິດດີຂຶ້ນ ໂດຍຈະໄດ້ຈັດກິດຈະກຳຕ່າງໆຄື:

  1. ກິດຈະກຳທາງດ້ານສາສະໜາ ແລະ ຮີດຄອງປະເພນີ ໃນຕອນເຊົ້າວັນທີ 20 ຕຸລາ 2023 ເວລາ 7 ໂມງເຊົ້າ ຈະໄດ້ມີການຂອບໄຂວ່ສະຖານທີ່ສັກສິດ.
  2. ເລີ່ມເວລາ 3 ໂມງຂອງວັນທີ 29 ຕຸລາ 2023 ເປັນຕົ້ນໄປ ຈະມີພິທີເຂດວັດວາອາລາມ ເວລາ 3-4 ໂມງ ຕອນເຊົ້າຈະພະອາຈານສູດອອກພັນສາປະວໍລະນາ, ເວລາ 7 ໂມງເຊົ້າພິທີຕັກບາດ ຖວາຍສັງຄະທານຕາມປະເພນີລາວ, ເວລາ 19:00-19:40 ໂມງ ຈະມີພິທີວຽນທຽນ ໄຫຼເຮືອໄຟ ເຂດສວນເຈົ້າອານຸວົງ ແລະ ຜາມໄຊ ທີ່ທ່າວັດຈັນ, ເວລາ 20:00 ໂມງເປັນຕົ້ນໄປ ຈະມີການຄົບງັນ ຈູດບັ້ງໄຟພຸ ບັ້ງໄຟດອກ ແລະ ບັ້ງໄຟຕະໄລ ພ້ອມມີການສະແດງສິລິປະວັນນະຄະດີເຂດແຄມຂອງທ່າວັດຈັນ ມີການລອຍກະທົງ ແລະ ບໍ່ອະນຸຍາດໃຫ້ອອກໄປໄຫຼຢູ່ກາງນ້ຳຂອງ.
  3. ກິດຈະກຳ ບຸນຊ່ວງເຮືອໃນວັນທີ 30 ຕຸລາ 2023 ເວລາ 8:30 ໂມງເປັນຕົ້ນໄປ ຈັດກິດຈະກຳຊ່ວງເຮືອຍິງ-ຊາຍ, ເວລາ 16:00 ໂມງ ຈະມີການມອບລາງວັນເຮືອຊ່ວງ.
  4. ກິດຈະກຳວາງສະແດງ ແລະ ຂາຍສິນຄ້າ ກຳນົດແຕ່ວັນທີ 28 ຫາ 30 ຕຸລາ 2023 ມີການວາງສະແດງ ແລະ ຂາຍສິນຄ້າໃນຂອບເຂດສວນເຈົ້າອານຸວົງ ຢູ່ຕາມຂອບເຂດເສັ້ນທາງເຈົ້າຟ້າງຸ່ມ ຕັ້ງແຕ່ວິທະຍາໄລເຕັກນິກປາກປາສັກ ຫາ ສີ່ແຍກໂຮງໝໍມະໂຫສົດ ບ່ອນຈອດລົດໜ້າໂຮງແຮມລ້ານຊ້າງ ກຳນົດໃຫ້ຂາຍເຂົ້າຫຼາມ ປີ້ງໄກ່, ທາງຄົນຍ່າງເສັ້ນທາງແຕ່ທະນາຄານພັດທະນາລາວມາ ລົງມາສີ່ແຍກໄຟແດງສີຫອມ ສີ່ແຍກໄຟແດງວັດອິນແປງ, ເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງວັດສີສະເກດ ເປັນບ່ອນຈອດລົດຈັກ ແລະ ລົດໃຫຍ່ບາງຈຸດ ສະເພາະເສັ້ນທາງເບື້ອງບ້ານວັດຈັນ, ຊຽງຍືນ ແລະ ບ້ານສີຫອມ ແມ່ນກໍານົດໃຫ້ຂາຍແຕ່ເຂົ້າຫຼາມປີ້ງໄກ່ ມີການຕັ້ັງບູດຂາຍເຄື່ອງ. ສຳລັບການຕັ້ງຮ້ານຂາຍເຄື່ອງຕ່າງໆ ທັງເສັ້ນທາງ ເບື້ອງນອກ ແລະ ຂອບເຂດສວນເຈົ້າອານຸວົງ ແມ່ນໃຫ້ຮັກສາໄລຍະຫ່າງກັນ ແມ່ນຈະບໍ່ໄດ້ໃຫ້ຮ້ານຕິດກັນ, ສະຖານທີ່ຝາກລົດ ແມ່ນມອບໃຫ້ອານຸກຳມະການຈັດສັນສະຖານທີ່ ແລະ ອານຸກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຮັບປິດຊອບເປັນຜູ້ຄົ້ນຄວ້າ ພິຈາລະນາ ຕາມຄວາມເໝາະສົມ ຄືຫຼາຍປີຜ່ານມາ.
  5. ກິດຈະກຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພວກເຮົາໄດ້ຖືສໍາຄັນຕໍ່ກັບວຽກງານປ້ອງກັນຄວາມສະຫງົບປອດໄພຮອບດ້ານ ໂດຍໃຫ້ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ ໂດຍນໍາໃຊ້ກໍາລັງຂອງເມືອງຈັນທະບູລີ ເປັນຕົ້ນຢູ່ຕາມບ້ານ, ສຳນັກງານ, ອົງການ ທົ່ວເມືອງໃຫ້ມີຄວາມສະຫງົບປອດໄພ 100% ຊຶ່ງກຳນົດຈຸດປ້ອງກັນ 38 ຈຸດ ໃນນີ້ ຈຸດປ້ອງກັນວົງໃນ 19 ຈຸດ ແລະ ວົງນອກ 19 ຈຸດ ແລະ ປ້ອມແຈ້ງເຫດ (1191) 2 ຈຸດ ມີສູນກ້ອງວົງຈອນ ເພື່ອຕິດຕາມ ຢູ່ຫ້ອງການສວນເຈົ້າອານຸວົງ ແລະ ຜາມກໍາມະການ ມີກໍາລັງປ້ອງກັນທັງໝົດມີ 828 ຄົນ ໃນນີ້ ກໍາລັງຊາວໜຸ່ມ 300 ຄົນ.

ແນວໃດກໍຕາມ ໄດ້ຮ່າງລະບຽບການຄຸ້ມຄອງ ງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2023 ຢູ່ທ່າວັດຈັນ ເມືອງຈັນທະບູລີ ຊຶ່ງມີບັນດາຂໍ້ຫ້າມ ດັ່ງນີ້: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ, ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງພ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ເຈົ້າໜ້າທີ່ ທີ່ໄດ້ຮັບອະນຸຍາດ, ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກ ເຂົ້າມາຈູດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ, ຫ້າມນຳເອົາພະລິດຕະພັນທີ່ລອກແບບສິນລາວ ຫຼື ເຄື່ອງນຸ່ງລາວນຳເອົາມາຂາຍ-ຈຳໜ່າຍ ພາຍໃນງານຢ່າງເດັດຂາດ ຫ້າມວາງຂາຍເຄື່ອງ ແລະ ນຳເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ຄະນະກໍາມະການຈັດງານໄດ້ກຳນົດໃຫ້, ຫ້າມຂາຍ ແລະ ນຳເອົາຜະລິດຕະພັນ ວັດທະນະທໍາລາມົກ ເຊັ່ນ: ແຜ່ນຊີດີ (CD DVD) ລາມົກ ແລະ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ, ຫ້າມຫຼິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດ ຈາກຄະນະກໍາມະການຈັດງານ ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດ ຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນໍາຕົວໄປພັກຜ່ອນໄວ້ກ່ອນ, ຫ້າມບຸກຄົນ ນິຕິບຸກຄົນ ສໍານັກງານ ອົງການປົກຄອງບ້ານກີດຂວາງ ການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກຳມະການຈັດງານຕະຫຼາດນັດ, ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ, ຫ້າມຜູ້ສຳປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ແກ່ຜູ້ສຳປະທານອື່ນຈັບຈອງຕໍ່ເດັດຂາດ ແລະ ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ.

ສັງລວມແລ້ວ ມາເຖິງປັດຈຸບັນສາມາດເວົ້າໄດ້ວ່າ ພວກເຮົາມີຄວາມພ້ອມໃນທຸກໆດ້ານ ເພື່ອກະກຽມເຂົ້າສູ່ງານດັ່ງກ່າວ ສະນັ້ນ ທັງໝົດວຽກງານທີ່ໄດ້ແຈ້ງມານັ້ນ ຂ້າພະເຈົ້າຈຶ່ງຮຽກຮ້ອງມາຍັງບັນດາທ່ານ ທຸກພາກສ່ວນ ຕະຫຼອດຮອດພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ທົ່ວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈໍາປີ 2023 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ຮັກສາອະນາໄມຄວາມສະອາດ, ມີສະຕິລະວັງຕົວ, ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.