spot_img
Homeຂ່າວພາຍ​ໃນທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນໍາວຽກງານ ຢູ່ເມືອງສີງ

ທ່ານນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນໍາວຽກງານ ຢູ່ເມືອງສີງ

Published on

ໃນຕອນເຊົ້າວັນທີ 22 ກັນຍາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ 19/ກມສພ ພ້ອມດ້ວຍຄະນະໄດ້ສືບຕໍ່ເຄື່ອນໄຫວຊີ້ນໍາວຽກງານ ໂດຍໃຫ້ການຕ້ອນຮັບ ແລະ ຮ່ວມການເຄື່ອນໄຫວຂອງທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫຼວງນໍ້າທາ, ມີທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆສີງ ພ້ອມດ້ວຍຄະນະນໍາຂອງແຂວງ, ຄະນະນໍາຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງຕິດຕາມສະພາບ ການຄຸ້ມຄອງດ່ານປະເພນີປາງໄຮ ແລະ ຮັບຟັງການລາຍງານສະພາບພັດທະນາເສດຖະກິດ-ສັງຄົມ ກໍຄື ຈຸດພິເສດພາຍໃນເມືອງຈາກທ່ານ ເຈົ້າເມືອງໆສີງ ເຊິ່ງເຫັນວ່າ ທົ່ວເມືອງມີເນື້ອທີ່ທັງໝົດ 1.789 ກມ2 ມີຊາຍແດນຕິດກັບເມືອງຫຼ້າ ສປ ຈີນ 75 ກມ, ຕິດກັບປະເທດມຽນມາ 49 ກມ, ຕິດກັບເມືອງລອງ 66 ກມ ແລະ ຕິດກັບເມືອງຫຼວງນໍ້າທາ 33 ກມ; ມີດ່ານທ້ອງຖິ່ນ 1 ແຫ່ງ ແລະ ດ່ານປະເພນີ 1 ແຫ່ງ ຕິດກັບ ສປ ຈີນ; ດ້ານພູມສັນຖານ 85% ແມ່ນເຂດພູດອຍ, 15% ແມ່ນເຂດທົ່ງພຽງ ແລະ ພູພຽງ; ມີພົນລະເມືອງທັງໝົດປະມານ 44 ພັນກວ່າຄົນ, ປະກອບມີ 93 ບ້ານ, 14 ຊົນເຜົ່າ, ໃນນັ້ນ ຫຼາຍກວ່າໝູ່ ແມ່ນເຜົ່າອາຄາ ກວມເອົາ 50% ຂອງພົນລະເມືອງ ແລະ ເຜົ່າໄຕລື້ ກວມປະມານ 18%.

ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ທົ່ວເມືອງຍັງສືບຕໍ່ຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ເຊິ່ງໄດ້ກາຍ ເປັນປັດໄຈ ແລະ ເງື່ອນໄຂສໍາຄັນຕົ້ນຕໍ ເຮັດໃຫ້ເສດຖະກິດມີຈັງຫວະຂະຫຍາຍຕົວໃນລະດັບ 7,24% ຕໍ່ປີ. ສະເພາະ 6 ເດືອນຕົ້ນປີ 2023 ລວມຍອດ GDP ປະຕິບັດໄດ້ 1.145 ຕື້ກີບ, ລາຍຮັບສະເລ່ຍ 2.072 ໂດລາ/ຄົນ, ເກັບລາຍຮັບເຂົ້າງົບປະມານໄດ້ 5,8 ຕື້ກີບເທົ່າກັບ 43,84% ຂອງແຜນການປີ. ການຜະລິດເປັນສິນຄ້າ ອັນພົ້ນເດັ່ນກ່ວາໝູ່ ແມ່ນຂະບວນການປູກອ້ອຍເປັນສິນຄ້າໃນລະດູການ 2022-2023 ມີເນື້ອທີ່ 5.909 ຮຕ ເກັບກູ້ຜົນຜະລິດໄດ້ 380.000 ໂຕນ, ສ້າງລາຍຮັບໃຫ້ແກ່ປະຊາຊົນໄດ້ປະມານ 410,4 ຕື້ກີບ (ລາຍຮັບຈາກອ້ອຍກວມເອົາ 1/3 ຂອງ GDP), ໃນລະດູການ ປີ 2023-2024 ມີເນື້ອທີ່ປະມານ 6.778 ຮຕ, ມີປະຊາຊົນເຂົ້າຮ່ວມຈໍານວນ 46 ບ້ານ 2.636 ຄອບຄົວ, ປະມານ 21 ພັນຄົນ ຄາດວ່າຈະເກັບກູ້ຜົນລະປູກໄດ້ປະມານ 500.000 ໂຕນ ແລະ ຈະສ້າງລາຍຮັບໃຫ້ປະຊາຊົນໄດ້ປະມານ 535,5 ຕື້ກີບ; ໃນປີ 2022 ການປາດຢາງພາລາ ມີເນື້ອທີ່ທັງໝົດ 11.432 ຮຕ, ເກັບນໍ້າຢາງໄດ້ 24.019 ໂຕນ, ສ້າງລາຍຮັບໃຫ້ປະຊາຊົນໄດ້ 240 ຕື້ກີບ, ສະເພາະປີນີ້ເກັບນໍ້າຢາງໄດ້ປະມານ 20.402 ໂຕນ ສ້າງລາຍຮັບປະຊາຊົນໄດ້ແລ້ວ ປະມານ 200 ກວ່າຕື້ກີບ; ການປູກໝາກກ້ຽງຫວານຢູ່ບ້ານແສນແອ່ນ ທີ່ຂຶ້ນກັບກຸ່ມບ້ານມອມ ມີເນື້ອທີ່ປູກປະມານ 80 ຮຕ ສາມາດເກັບກູ້ຜົນຜະລິດໃນແຕ່ລະປີໄດ້ປະມານ 4.000 ໂຕນ ສ້າງລາຍຮັບໄດ້ປະມານ 35 ຕື້ກີບ; ໄດ້ເຮັດທົດລອງປູກກ້ວຍສະອາດເປັນສິນຄ້າຕົວແບບຕາມທິດ 3 ສ້າງ ຢູ່ເຂດບ້ານປ່າຕ່ອຍ 1 ໂຄງການ. ສຳລັບການຜະລິດເປັນສິນຄ້າ ອັນພົ້ນເດັ່ນແມ່ນ ປະຊາຊົນລ້ຽງໄກ່ພັນໄຂ່ເພື່ອຜະລິດໄຂ່ໄກ່ ສາມາດກຸ້ມຕົນເອງ ແລະ ຂາຍອອກໄປບາງເມືອງ, ແຂວງຈໍານວນໜຶ່ງ. ຂົງເຂດວຽກງານສຶກສາ, ສາທາລະນາສຸກ ແລະ ຂົງເຂດອື່ນໆ ກໍ່ໄດ້ຮັບການພັດທະນາໃນຈັງຫວະດີຂຶ້ນກວ່າເກົ່າ. ພ້ອມດຽວກັນນັ້ນ ຄະນະຂອງທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮັບຟັງການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດໂຄງການງົວພັນຊີ້ນສົ່ງອອກໄປຂາຍ ສປ ຈີນ ຈາກທ່ານ ຫວາງເຊີງລີ ປະທານສະມາຄົມງົວພັນຊີ້ນສົ່ງອອກໄປຂາຍ ສປ ຈີນ.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນສໍາເລັດທີ່ອໍານາດການປົກຄອງພາຍໃນເມືອງ, ຜູ້ປະກອບການໂຄງການງົວພັນຊີ້ນສົ່ງອອກໄປຂາຍ ສປ ຈີນ ແລະ ທຸກພາກສ່ວນໃນສັງຄົມພາຍໃນເມືອງ ທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງໄດ້ກາຍເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງແຂວງກໍຄື ເມືອງ; ຖືໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງບັນຫາຕື່ມອີກ ເປັນຕົ້ນ: ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ; ຄົ້ນຄວ້າ, ປະສານສົມທົບກັນ ເພື່ອພັດທະນາ, ປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ ເຊື່ອມຕໍ່ກັບຊາຍແດນຈີນ, ໂຄງລ່າງພື້ນ ຖານບ່ອນເຮັດວຽກຂອງເຈົ້າໜ້າທີ່ປະຈໍາດ່ານ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ ກໍ່ຄືການຂົນສົ່ງສິນຄ້າເຂົ້າ-ອອກດ່ານ ໃຫ້ວ່ອງໄວຂຶ້ນກວ່າເກົ່າ; ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບໃຫ້ຄົບຖ້ວນ; ສົ່ງເສີມການຜະລິດສິນຄ້າສົ່ງອອກ ເພື່ອທົດແທນການນຳເຂົ້າ; ເອົາໃຈໃສ່ຈັດສັນພື້ນທີ່ທໍາການຜະລິດ, ການປູກ-ການລ້ຽງ ໃຫ້ເໝາະສົມກັບສະພາບຕົວຈິງ ໂດຍສະເພາະ ພື້ນທີ່ປູກຕົ້ນໄມ້ອຸດສາຫະກໍາ, ປູກອ້ອຍ, ກໍ່ຄືໝາກໄມ້ຊະນິດຕ່າງໆ ໂດຍການມີສ່ວນຮ່ວມຂອງປະຊາຊົນ; ໃນປີ 2024 ຈະເປີດປີທ່ອງທ່ຽວລາວ ໃຫ້ເມືອງເອົາໃຈໃສ່ຖອດຖອນບົດຮຽນ ນໍາປະເທດອ້ອມຂ້າງ ເພື່ອໂຄສະນາປະຊາສໍາພັນ ບັນດາກິດຈະກໍາການທ່ອງທ່ຽວ ຕິດພັນກັບການທ່ອງທ່ຽວແບບອະນຸລັກຊົນເຜົ່າຕ່າງໆ ພາຍໃນເມືອງໃຫ້ກວ້າງຂວາງ, ເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານ ສິ່ງອໍານວຍຄວາມສະດວກ, ສ້າງກິດຈະກໍາເຊື່ອມໂຍງການທ່ອງທ່ຽວ ໃຫ້ມີບັນຍາກາດໃໝ່ ຄຽງຄູ່ກັບການສ້າງວຽກເຮັດງານທໍາຂອງປະຊາຊົນ; ຄົ້ນຄ້ວາ, ປະສານສົມທົບກັບຝ່າຍຈີນ ກ່ຽວກັບຄວາມເປັນໄປໄດ້ ໃນການຍົກລະດັບການຮ່ວມມືຂັ້ນທ້ອງຖິ່ນ ດ້ວຍການສະເໜີເປັນເມືອງແຮກສ່ຽວ ລະຫວ່າງ ເມືອງສີງ, ແຂວງຫຼວງນໍ້າທາ ແລະ ເມືອງຫຼ້າ, ກິ່ງແຂວງສິບສອງພັນນາ; ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດ ຮຽນຈາກປະເທດອ້ອມຂ້າງ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ນໍາເຂົ້າເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າທຶນຕົວຈິງຂອງການລົງທຶນ ໃຫ້ຜ່ານລະບົບທະນາຄານ ແລະ ສະເໜີໃຫ້ບັນດາບໍລິສັດ ກໍ່ຄື ຜູ້ປະກອບການ ເປີດບັນຊີເພື່ອທຸລະກໍາທາງດ້ານການເງິນຜ່ານລະບົບທະນາຄານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວ ຂ້ອງຂອງ ສປປ ລາວ ຄຽງຄູ່ກັບການສົ່ງເສີມການນໍາໃຊ້ເງິນກີບໃຫ້ຫຼາຍຂຶ້ນ; ຕໍ່ກັບບໍລິສັດ ແມ່ນໃຫ້ເອົາໃຈໃສ່ ຮ່ວມມືກັບອົງການປົກຄອງທ້ອງຖິ່ນ ໃນການດໍາເນີນທຸລະກິດ ກໍ່ຄື ການສົ່ງເສີມໃຫ້ປະຊາຊົນປູກ ແລະ ລ້ຽງໃຫ້ຫຼາຍຂຶ້ນ ພ້ອມດຽວກັນນັ້ນ ບໍລິສັດກໍ່ຄວນສະໜອງແນວພັນສັດ, ແນວພັນປູກ, ດ້ານເຕັກນິກຕ່າງໆ ໃນການປູກ, ການລ້ຽງ ເພື່ອໃຫ້ຜົນຜະລິດຂອງປະຊາຊົນສາມາດຕອບສະໜອງຕາມຄວາມຕ້ອງການ ໃຫ້ແກ່ບໍລິສັດໄດ້ໃນລະດັບທີ່ແນ່ນອນ; ລັດຖະບານ ຍາມໃດກໍ່ສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ ບົນພື້ນຖານບໍລິສັດ ແລະ ຜູ້ປະກອບການ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງ.

ໃນວັນດຽວກັນທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປເຄື່ອນໄຫວເຮັດວຽກ ລົງຕິດຕາມກວດກາຈຸດຫຼັກໝາຍ 35 ຊາຍແດນລາວ-ຈີນ; ຕິດຕາມໂຄງການງົວພັນຊີ້ນສົ່ງອອກໄປຂາຍ ສປ ຈີນ ຢູ່ເມືອງສີງ ແລະ ຕິດຕາມສະພາບການພັດທະນາແຫຼ່ງທ່ອງທ່ຽວນໍ້າດີ, ເມືອງຫຼວງນໍ້າທາ ຕື່ມອີກ.

ຂ່າວ;ພາບ: ກົມປະຊາສຳພັນ ສຫນຍ

 

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...