Homeຂ່າວພາຍ​ໃນບໍລິສັດຍອດງື່ມພາວເວີ ຫຼຸດລາຄານໍ້າມັນແອັດຊັງທຳມະດາລົງ 930 ກີບຕໍ່ລິດ

ບໍລິສັດຍອດງື່ມພາວເວີ ຫຼຸດລາຄານໍ້າມັນແອັດຊັງທຳມະດາລົງ 930 ກີບຕໍ່ລິດ

Published on

ບໍລິສັດ ຍອດງື່ມພາວເວີ ມະຫາຊົນ ໄດ້ປັບລາຄານໍ້າມັນແອັດຊັງທຳມະດາທີ່ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີຂອງບໍລິສັດຍອດງື່ມພາວເວີມະຫາຊົນ ​ໃຫ້ຫຼ​ຸດ​ລົງລິດ​ລະ 930 ກີບ ຈາກ​ລາ​ຄາທົ່ວ​ໄປ.

ທ່ານ ສົມຫວັງ ຄຸຣຸລັດ ຜູ້ອຳນວຍການໃຫຍ່ບໍລິສັດຍອດງື່ມພາວເວີມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຂອງແຂວງຊຽງຂວາງ ໃນວັນທີ 12 ກັນຍາ 2023 ນີ້ວ່າ: ເລີມແຕ່ວັນທີ 12 ກັນຍາ 2023 ເປັນຕົ້ນໄປ ບໍລິສັດຍອດງື່ມພາວເວີ ໄດ້ຫຼຸດລາຄານໍ້າມັນແອັດຊັງທຳມະດາທີ່ຜະລິດຈາກໂຮງງານປຸງແຕ່ງນໍ້າມັນຍອດງື່ມພາວເວີ ຂອງບໍລິສັດຍອດງື່ມພາວເວີມະຫາຊົນລົງ 930 ກີບຕໍ່ລິດ ເຊິ່ງການຫຼຸດລາຄາດັ່ງກ່າວ ໄດ້ເລີ່ມປະຕິບັດຢູ່ບັນດາປໍ້າຕົວແທນຂອງນໍ້າມັນເຊື້ອໄຟລາວພາຍໃນແຂວງຊຽງຂວາງ ແລະ ສືບຕໍ່ໄປຍັງແຂວງຫົວພັນ ແລະ ແຂວງໄຊສົມບູນ ຕື່ມອີກ.

ປັດຈຸບັນໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ຂອງບໍລິສັດຍອດງື່ມພາວ ເວີມະຫາຊົນແມ່ນໄດ້ທຳການຜະລິດ ສາມາດປຸງແຕ່ງນໍ້າມັນແອັດ ຊັງທຳມະດາ ໄດ້ 10 ລ້ານລິດຕໍ່ເດືອນ ເຊິ່ງຄາດວ່າຈະເພີ່ມກຳລັງການຜະລິດຕື່ມອີກ ຈາກ 10 ລ້ານລິດ/ເດືອນມາເປັນ 30 ລ້ານລິດ/ເດືອນ ໃນປີ 2024 ຈະສາມາດສົ່ງອອກຈຳໜ່າຍພາຍໃນແຂວງຊຽງຂວາງ ຫົວພັນ ໄຊສົມບູນ ແລະ ບັນດາແຂວງ ໃນທົ່ວປະເທດ.

ເພື່ອເຮັດໃຫ້ການບໍລິການທີ່ມີຄວາມສະດວກສະບາຍແກ່ຜູ້ມາໃຊ້ບໍລິການນັ້ນ ທາງບໍລິສັດຍອດງື່ມພາວເວີ ໄດ້ມີແຜນທີ່ຈະພັດທະນາປໍ້າບໍລິການນໍ້າມັນເຊື້ອໄຟລາວ ທີ່ຕັ້ງຢູ່ບ້ານໂພນງາມໃຕ້ ເມືອງແປກ ແຂວງຊຽງຂວາງ ໃຫ້ເປັນປໍ້າທີ່ມີການບໍລິການຄົບວົງຈອນ ສະດວກສະບາຍທັນສະໄໝ ມີຮ້ານຊັບພະສິນຄ້າ ຮ້ານອາຫານ ແລະ ເປັນປໍ້າທີ່ສວຍງາມ ທີ່ສຸດ ໃນ ສປປ ລາວ ເຊິ່ງຈະເລີ່ມເຂົ້າມາບໍລິຫານ ລົງມືກໍ່ສ້າງ ແລະ ປັບປຸງປໍ້ານໍ້າມັນໂພນງາມໃຕ້ເລີ່ມແຕ່ເດືອນຕຸລາ 2023 ເປັນຕົ້ນໄປ ແລະ ຈະໃຫ້ສຳເລັດໃນຕົ້ນປີ 2024.

ສຳ​ລັບ​ການ​ປັບ​ຫຼຸດ​ລາ​ຄາ​ນ້ຳ​ມັນ​ໃນ​ເທື່ອນີ້ ແມ່ນປະຕິບັດຕາມແຈ້ງການຂອງກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0906/ກຄພນ ລົງວັນທີ 8 ກັນຍາ 2023 ວ່າດ້ວຍການປະຕິບັດໂຄງສ້າງລາຄານໍ້າມັນແອັດຊັງທີ່ປະສົມປຸງແຕ່ງຈາກໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ຂອງບໍລິສັດຍອດງື່ມພາວເວີມະຫາຊົນ ທີ່ຕັ້ງຢູ່ບ້ານຍອດງື່ມ ເມືອງແປກ ແຂວງຊຽງຂວາງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...