spot_img
Homeຂ່າວພາຍ​ໃນທໍາລາຍສິນຄ້າປະເພດໜັງຄວາຍ ແລະ ສິ້ນສ່ວນໝູທີ່ລັກລອບນໍາເຂົ້າ

ທໍາລາຍສິນຄ້າປະເພດໜັງຄວາຍ ແລະ ສິ້ນສ່ວນໝູທີ່ລັກລອບນໍາເຂົ້າ

Published on

ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ຈັດພິທີທໍາລາຍສິນຄ້າ ປະເພດໜັງຄວາຍ ແລະ ສິ້ນສ່ວນໝູ ທີ່ລັກລອບຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ນໍ້າໜັກ 4.405 ກິໂລ ມູນຄ່າ 75.800.000 ກີບ ໃນວັນທີ 9 ກັນຍາ 2023 ຢູ່ສະໜາມບໍາບັດຂີ້ເຫຍື້ອ; ໂດຍມີ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ, ມີຕາງໜ້າຈາກກົມຕໍາຫຼວດເສດຖະກິດ, ພະແນກກະສິກໍາ ແລະ ປ່າໄມ້, ອໍານາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນັນຕາ ສານຸວົງ ກ່າວວ່າ: ສໍາລັບສິ້ນສ່ວນໝູ ແລະ ໜັງຄວາຍ ທີ່ລັກລອບຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍ ທີ່ບໍ່ຖືກ ຕ້ອງຕາມລະບຽບກົດໝາຍ ປະກອບມີ ສິ້ນສ່ວນໝູ ຈໍານວນ 405 ກິໂລກຼາມ ລວມມູນຄ່າ 15.800.000 ກີບ ແລະ ໜັງຄວາຍ 4.000 ກິໂລກຼາມ ລວມມູນຄ່າ 60.000.000 ກີບ ລວມມູນຄ່າເຄື່ອງທັງໝົດ 75.800.000 ກີບ; ເຊິ່ງເປັນສິນຄ້າທີ່ລັກລອບນໍາເຂົ້າຈາກປະເທດໃກ້ຄຽງ ໂດຍບໍ່ມີເອກະສານຢັ້ງຢືນແຫຼ່ງທີ່ມາ ເຊັ່ນ: ໃບແຈ້ງເສຍພາສີ, ໃບຢັ້ງຢືນສຸຂະນາໄມສັດ ຈາກພາກສ່ວນກະສິກໍາ. ສະນັ້ນເຈົ້າໜ້າທີ່ຈຶ່ງໄດ້ເຮັດບົດບັນທຶກກວດກາ ແລະ ຍຶດສິນຄ້າດັ່ງກ່າວ ນໍາເອົາຕົວຢ່າງໄປກວດຢູ່ຂະແໜງລ້ຽງສັດ ແລະ ການປະມົງ ເຊິ່ງຜົນການກວດວິໄຈອອກມາເຫັນວ່າ ສິນຄ້າດັ່ງກ່າວແມ່ນມີຄວາມສ່ຽງ ເລື່ອງການນໍາເຊື້ອພະຍາດເຂົ້າມາແຜ່ລະບາດຢູ່ນະຄອນຫຼວງວຽງຈັນ ແລະ ມີສານປົນເປື້ອນ ທີ່ອາດສົ່ງຜົນຕໍ່ຜູ້ບໍລິໂພກ, ດັ່ງນັ້ນ ຈິ່ງທໍາລາຍຖິ້ມ.

ທັງນີ້, ກໍເພື່ອແນໃສ່ສະກັດກັ້ນ ການນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຮັກສາໄດ້ຄວາມສະຫງົບປອດໄພ, ເປັນການປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກໃຫ້ໄດ້ບໍລິໂພກແຕ່ສິນຄ້າທີ່ມີຄຸນນະພາບ ແລະ ບໍ່ເປັນອັນຕະລາຍຕໍ່ຊີວິດ ພ້ອມທັງເປັນການສົ່ງເສີມການຜະລິດພາຍໃນ ຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ.

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...