Homeສຸຂະພາບ ແລະ ສີ່ງແວດລ້ອມການ​ເລືອກ​ເສື້ອຊ້ອນຜິດຂະໜາດ ສົ່ງ​ຜົນ​ເສຍ​ຫຍັງ​ໃຫ້​ກັບ​ທ່ານ

ການ​ເລືອກ​ເສື້ອຊ້ອນຜິດຂະໜາດ ສົ່ງ​ຜົນ​ເສຍ​ຫຍັງ​ໃຫ້​ກັບ​ທ່ານ

Published on

d9b8a9293e53f6acf2dde5e8cd4194ff

ການ​ເລືອກ​ເສື້ອຊ້ອນ​ໃຫ້​ພໍ​ດີ​ກັບ​ຂະໜາດ​ຂອງ​ຕົວ​ເຈົ້າ​ເອງ​ກໍ​ເປັນ​ສິ່ງ​ສຳຄັນ​ ຖ້າຫາກ​ເລືອກເສື້ອຊ້ອນຜິດ​ຂະໜາດຈະ​ສົ່ງ​ຜົນ​ເສຍ​ຕໍ່​ຮ່າງກາຍ​ຂອງ​ຜູ້ຍິງ​ຫລາຍ​ເກີນ​ກວ່າ​ທີ່​ເຈົ້າ​ຄິດ  ຊຶ່ງ​ໃນ​ໄລ​ຍະ​ສັ້ນ​ອາດ​ເກີດ​ອາການ​ເຈັບ​ປວດ ໜ້ອຍໆ ທີ່​ຍັງ​ພໍ​ຮັບ​ມື​ໄດ້ ແຕ່​ໃນ​ໄລ​ຍະ​ຍາວ​ອາດ​ເປັນ​ຫົນ​ທາງ​ສູ່​ພະຍາດ​ທີ່​ອາດ​ສາຍ​ເກີນ​ແກ້​ຢ່າງ​ພະຍາດ​ມະ​ເຮັງ​ເຕົ້າ​ນົມ ທີ່​ເຊື່ອ​ວ່າ​ບໍ່​ມີ​ຜູ້ຍິງ​ຄົນ​ໃດ​ຢາກເປນ
1, ກໍ່​ໃຫ້​ເກີດ​ມະ​ເຮັງ​ເຕົ້າ​ນົມ​ໃນ​ໄລຍະຍາວ
ສາວໆ ຄົນ​ໃດ​ທີ່​ມັກ​ຈົ່ມ​ວ່າ​ປວດ​ຫົວ ຫລື ​ປວດ​ຫລັງ​ເລື້ອຍໆ ກໍ​ລອງ​ຄິດ​ທົບ​ທວນ​ເບິ່ງ​ໃຫ້​ດີ​​ວ່າ ເສື້ອຊ້ອນຜິດ​ທີ່​ເຈົ້າ​ເລືອກ​ໃສ່​ນັ້ນ ເປັນ​ໄຊສ໌ຂະໜາດ​​ທີ່​ເໝາະ​ກັບ​ໜ້າ​ເອິກ​ຂອງ​ເຈົ້າ​ຫລື​ບໍ່ ຫາກ​ເລືອກ​ເສື້ອຊ້ອນ​ທີ່​ມີ​ໄຊສ໌​ບໍ່​ພໍ​ເໝາະ​ພໍ​ດີ ເຊັ່ນເສື້ອຊ້ອນ​ທີ່​ຄັບ​ເກີນ​ໄປ ສ່ວນ​ຜ້າ ແລະ ​ໂຄງ​ເຫລັກ​ອາດ​ບີບ​ລັດ​ໜ້າ​ເອິກ​ຈົນ​ເຮັດໃຫ້​ຮູ້ສຶກ​ປວດ​ໄດ້ ແລະ​ ຍິ່ງ​ໃສ່​ເປັນ​ເວລາ​ດົນ​ໝົດມື້ ແນ່ນອນ​ວ່າ​ເຈົ້າ​ຕ້ອງ​ເກີດ​ອາການ​ເຈັບ​ປວດ​ຕາມ​ຮ່າງກາຍ​ໄດ້​ງ່າຍ​ ຊ້ຳ​ຮ້າຍ​ໄປ​ກວ່າ​ນັ້ນ ອາການ​ເຈັບ​ປວດ​ຈະ​ສະ​ສົມ​ໄປ​ເລື່ອຍ​ໆ ຈົນ​ເຮັດໃຫ້​ເກີດ​ພະຍາດ​ມະ​ເຮັງ​ເຕົ້າ​ນົມ​ທີ່​ຜູ້ຍິງ​ທຸກ​ຄົນ​​ຢ້ານ​ເປັນ​ທີ່ສຸດ
2. ລະບົບ​ຫາຍ​ໃຈ​ມີ​ປັນ​ຫາ

ຖ້າຫາກ​ເຈົ້າ​ເລືອກ​ເສື້ອຊ້ອນ​ທີ່​ຄັບ​ແໜ້ນ​ເກີນ​ໄປ ແລະ ​ຍັງ​ເປັນ​ເສີມ​ໂຄງ​ເຫລັກ​ນຳ​ນັ້ນ ຈະ​ເຮັດໃຫ້​ເກີດ​ການ​ກົດ​ທັບ​ກັບ​ກະດູກ ແລະ​ ກ້າມ​ເນື້ອ ຊຶ່ງ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ບັນຫາ​ກັບ​ລະບົບ​ຫາຍ​ໃຈ​ໃນໄລ​ຍະ​ຍາວ​ແນ່ນອນ ສະ​ນັ້ນ​ຢ່າ​ປະ​ມາດ​ ເພາະ​ຕອນ​ນີ້​ອາດຈະ​ຍັງ​ບໍ່​ເກີດ​ບັນຫາ​ໃດໆຂຶ້ນ ແຕ່​ໃນ​ລະ​ຍະ​ຍາວ​ເຈົ້າ​ອາດຈະ​ພົບ​ເຈີ​ກັບ​ບັນຫາ​ນີ້​ຢ່າງ​ຫລີກລ້ຽງ​ບໍ່​ໄດ້​
3, ເກີດ​ບາດ​ຈາກ​ການ​ສຽດສີ ເສື້ອຊ້ອນ​ທີ່​ຄັບ​ເກີນ​ໄປ​ຈະ​ເຮັດໃຫ້​ຮຸກຖູ​ກັບ​ບໍລິເວນ​ໜ້າ​ເອິກ ຈົນ​ເກີດ​ເປັນບາດໃນ​ບໍລິເວນ​ນັ້ນ ຍິ່ງ​ບ້ານ​ເຮົາ​ເປັນ​ເມືອງ​ຮ້ອນ ຖ້າຫາກ​ເວລາ​ທ່ານເຄື່ອນ​ໂຕ​ໝົດມື້ ກໍ​ອາດ​ເຮັດໃຫ້​ໂຄງ​ເສື້ອຊ້ອນ​ຮຸກຖູ​ກົດ​ທັບ​ກັບ​ຮ່າງກາຍ​ຫລາຍ​ຂຶ້ນ ແລະ ​ເມື່ອ​ປະສົມ​ລວມ​ກັບ​ເຫື່ອ ບາດກໍ​ຈະ​ຍິ່ງ​ລຸ​ກລາມ​ໜັກ​ກວ່າ​ເກົ່າ ຈົນ​ຕ້ອງ​ເສຍ​ເງີນ​ປິ່ນປົວ​ກັນ​ອີກ​ດົນ ດີ​ບໍ່​ດີ​ອາດ​ປະຮອຍ​ໄວ້​ໃຫ້​ຊ້ຳ​ໃຈ​ພາຍຫລັງ​
 4. ເສຍ​ບຸກຄະລິກ​ ບໍ່​ວ່າ​ຈະ​ສວມ​ໃສ່​ເສື້ອ​ຜ້າ​ດ້ານ​ນອກ​ທີ່​ງາມ​ຫລູ​ຂະໜາດ​ໃດ ແຕ່​ຫາກ​ເຈົ້າ​ຍັງ​ໃສ່​ເສື້ອຊ້ອນ​ຜິດ​ໄຊສ໌​​ ຈະ​ເຮັດໃຫ້​ໜ້າເ​ອິກ​ຂອງ​ເຈົ້າ​ນູນ​ອອກ​ມາ​ແປກ​ໆຜິດ​ທຳມະຊາດ ບາງ​ທີ​ອາດຈະ​ນູນ​ອອກ​ມາ​ດ້ວຍ​ຂະໜາດ​ທີ່​ບໍ່​ສົມ​ດຸນ​ກັນ ຊຶ່ງ​ເຮັດໃຫ້​ບຸ​ກຂະລິກ​ຂອງ​ເຈົ້າ​ເບິ່ງ​ບໍ່ດີ ເພາະ​ຕ້ອງ​ຄ່ອຍຍັບເສື້ອຊ້ອນ​ທີ່​ອຶດ​ອັດ​ສະເໝີ ແຖມ​ເສື້ອ​ຜ້າ​ພາຍນອກ​ທີ່​ສວຍງາມ​ກໍ​ກັບ​ເບິ່ງ​ບໍ່​ງາມ​ຕາມ​ໄປ​

  1. ເກີດ​ອາການ​ເຈັບ​ປວດ​ຮ່າງ​ກາຍ ແນ່ນອນ​ວ່າ​ຜູ້ຍິງ​ທຸກ​ຄົນ​ຕ້ອງ​ໃສ່ເສື້ອຊ້ອນຕະຫລອດ​ເວລາ​ທີ່​ອອກ​ມາ​ໃຊ້​ຊີວິດ​ນອກ​ບ້ານຫລາຍ​ຊົ່ວ​ໂມງ ຖ້າ​ຫາກ​ເລືອກ​ໃສ່ເສື້ອຊ້ອນ​ຜິດ​ໄຊສ໌​ທີ່​ອາດຈະ​ຄັບ​ແໜ້ນ​ໜ້າເ​ອິກ​ເກີນ​ໄປ ຈະ​ເຮັດໃຫ້​ຮູ້ສຶກ​ປວດ​ກະດູກ ແລະ​ ກ້າມ​ເນື້ອ​ໃນ​ບໍລິເວນ​ນັ້ນ​ໝົດ​ມື້ ອີກ​ທັງ​ຍັງ​ຈະ​ເຮັດໃຫ້​ສຸກຂະພາບ​ຈິດ​ຂອງ​ເຈົ້າ​ຮ້າຍກວ່າເກົ່າ​ ສະ​ນັ້ນ​ຄວນ​ຫັນ​ມາ​ໃສ່​ໃຈ​ໃນ​ການ​ເລືອກ​ໄຊສ໌​​ໃຫ້​ເໝາະ​ກັບ​ເຈົ້າ ເພື່ອ​ລ້ຽງ​ອາການ​ເຈັບ​ປວດ​ຕາມ​ຮ່າງກາຍ​ດີກວ່າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...