Homeຂ່າວພາຍ​ໃນນັກທ່ອງທ່ຽວຕ່າງປະເທດບໍ່ມັກການເປີດເພງສຽງດັງຢູ່ແຫຼ່ງທ່ອງທ່ຽວທໍາມະຊາດ

ນັກທ່ອງທ່ຽວຕ່າງປະເທດບໍ່ມັກການເປີດເພງສຽງດັງຢູ່ແຫຼ່ງທ່ອງທ່ຽວທໍາມະຊາດ

Published on

ສປປ ລາວ ເປັນປະເທດທີ່ຂຶ້ນຊື່ລືຊາໃນເລື່ອງການທ່ອງທ່ຽວ ໂດຍສະເພາະສະຖານທີ່ທ່ອງທ່ຽວທາງດ້ານທະນະທໍາ, ປະຫວັດສາດ ແລະ ທໍາມະຊາດ ຈຶ່ງເຮັດໃຫ້ຜູ້ຄົນຈຳນວນຫຼາຍຈາກທົ່ວໂລກ ລັ່ງໄຫຼເຂົ້າມາຊົມແຫຼ່ງທ່ອງທ່ຽວທາງທຳມະຊາດໃນລາວເຮົາ.

ການທີ່ນັກທ່ອງທ່ຽວເຂົ້າມາທ່ຽວທາງທຳມະຊາດໃນລາວເຮົາກໍເພື່ອຢາກມາພັກຜ່ອນ ຢາກຟັງສຽງຈາກທຳມະຊາດ ຢາກຢູ່ຫ່າງໄກຈາກຄວາມວຸ້ນວາຍພາຍໃນເມືອງ ແຕ່ຍັງມີບາງສະຖານທີ່ທ່ອງທ່ຽວ ທີ່ມີການເປີດສຽງເພງດັງ ເຊິ່ງສ້າງຄວາມລົບກວນໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ.

ທ້າວ Jean Francois ນັກທ່ອງທ່ຽວສັນຊາດຝຣັ່ງໄດ້ກ່າວວ່າ: ຂ້ອຍມັກຮັກປະເທດລາວໂດຍສະເພາະຄົນລາວເປັນຄົນຍິ້ມແຍ້ມແຈ່ມໃສ ຂ້ອຍຈະມາທ່ຽວປະເທດລາວ 2 ປີຕໍ່ 1 ຄັ້ງ,  ທຸກເທື່ອທີ່ຂ້ອຍມາສ່ວນຫຼາຍຈະໄປທ່ຽວວັງວຽງ ແລະ ຫຼວງພະບາງ. ຂ້ອຍໄດ້ລອງກິນອາຫານລາວ ເຊັ່ນ: ເຂົ້າໜຽວ, ຕໍາໝາກຫຸ່ງ, ແກງໜໍ່ໄມ້ ແລະ ອື່ນໆ ແຕ່ສິ່ງໜຶ່ງທີ່ເຮັດໃຫ້ຂ້ອຍບໍ່ມັກແມ່ນການເປີດເພງສຽງດັງຢູ່ແຫຼ່ງທ່ອງທ່ຽວ ທໍາມະຊາດເພາະສ່ວນຕົວຄິດວ່າການໄປທ່ຽວທໍາມະຊາດຢາກໄດ້ຍິນແຕ່ສຽງນົກ ສຽງກາ ສຽງລົມພັດໃບໄມ້ຕົ້ນໄມ້ ແລະ ສຽງນໍ້າໄຫຼເທົ່ານັ້ນ ແຕ່ກໍເຂົ້າໃຈໃນການເປີດເພງແບບດັ່ງກ່າວເພາະຄົນລາວມັກ.

ນາງ Fannie ນັກທ່ອງທ່ຽວສັນຊາດຝຣັ່ງ ກໍໄດ້ກ່າວວ່າ: ຂ້ອຍ ແລະ ໝູ່ເພື່ອນປະມານ 5 ຄົນຈະມາທ່ຽວລາວ 1 ຄັ້ງຕໍ່ປີ, ທຸກເທື່ອທີ່ມາແມ່ນມັກໄປທ່ຽວຢູ່ແຂວງຫຼວງພະບາງ ເພາະມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍໂດຍສະເພາະນໍ້າຕົກຕາດ ແຕ່ສ່ວນຕົວຢາກໃຫ້ບັນດາຮ້ານຂາຍເຄື່ອງຕ່າງໆທີ່ຢູ່ຕາມຕາດຕ່າງໆຫຼຸດຜ່ອນ ການເປີດເພງສຽງດັງລົງເພາະສ່ວນຕົວຢາກຟັງສຽງນໍ້າໄຫຼຫຼາຍກວ່າ.

ນອກຈາກນັກທ່ອງທ່ຽວ 2 ທ່ານທີ່ກ່າວມານັ້ນແລ້ວ ຍັງມີນັກທ່ອງທ່ຽວຕ່າງປະເທດຈໍານວນຫຼາຍກໍກ່າວບໍ່ມັກການເປີດເພງສຽງດັງຢູ່ສະຖານທີ່ດັ່ງກ່າວເຊັ່ນກັນ.

ຢ່າງໃດກໍຕາມ ຜູ້ປະກອບການດ້ານການທ່ອງທ່ຽວຄວນຮູ້ວ່າ ການເປີດເພງສຽງດັງຢູ່ແຫຼ່ງທ່ອງທ່ຽວທໍາມະຊາດແມ່ນສາເຫດໜຶ່ງທີ່ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດຈໍານວນຫຼາຍບໍ່ມັກຊຶ່ງພວກເຂົາໃຫ້ເຫດຜົນວ່າໄປທ່ຽວທໍາມະຊາດຕ້ອງຟັງສຽງ ຫຼື ສໍາຜັດກັບທໍາມະຊາດເທົ່ານັ້ນ.

ແຫຼ່ງຂ່າວ ວຽງຈັນທາຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...