Homeຂ່າວພາຍ​ໃນໂຄງການກໍ່ສ້າງຂົວມິດຕະພາບ ລາວ - ໄທ ແຫ່ງທີ 5 ຄືບໜ້າ 80,85%

ໂຄງການກໍ່ສ້າງຂົວມິດຕະພາບ ລາວ – ໄທ ແຫ່ງທີ 5 ຄືບໜ້າ 80,85%

Published on

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ມາຮອດທ້າຍເດືອນສິງຫາ 2023 ຄືບໜ້າ 80,85%.

ທ່ານ ໄລທອງ ພົມມະວົງ ຫົວຫນ້າໂຄງການກໍ່ສ້າງຂົວຂ້າມນ້ໍາຂອງ ມິດຕະພາບ ລາວ–ໄທ ແຫ່ງທີ 5 (ບໍລິຄໍາໄຊ–ບຶງການ) ໃຫ້ຮູ້ວ່າ: ການປະຕິບັດແຜນງານຂອງໂຄງການກໍ່ສ້າງຂົວຂ້າມນ້ໍາຂອງ ມິດຕະພາບ ມິດຕະພາບ ລາວ–ໄທ ແຫ່ງທີ 5 (ບໍລິຄໍາໄຊ–ບຶງການ) ມາຮອດທ້າຍເດືອນສິງຫາ 2023 ສໍາລັບຫນ້າວຽກໃນສັນຍາ 1 ວຽກກໍ່ສ້າງຂົວກາງນ້ຳ ລວມທັງທາງເຂົ້າຂົວ ປະກອບມີ: ວຽກສ້ອມແປງທາງຮ່ອມເຂດບ້ານຫາງຊິງ, ຕິດຕັ້ງປະຕູຮົ້ວແຄັມ ແລະ ຫນ້າວຽກອື່ນໆ ຄວາມຄືບຫນ້າຂອງສັນຍາ 1 ທັງຫມົດ ມາຮອດທ້າຍເດືອນສິງຫາ ປະຕິບັດຕົວຈິງໄດ້ 67,86% ຫຼຸດຄາດຫມາຍ 1,55%.

ສ່ວນສັນຍາ 2 ແມ່ນຫນ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງທໍ່ລະບາຍນ້ໍາລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບຂອງອາຄານ ແລະ ວຽກອື່ນໆ ປະຕິບັດຕົວຈິງໄດ້ 93,83% ຫຼຸດຄາດຫມາຍ 6,17%. ສະເລ່ຍແລ້ວຄວາມຄືບຫນ້າລວມແຜນທັງຫມົດ 2 ສັນຍາ ມາຮອດທ້າຍເດືອນສິງຫາ 2023 ປະຕິບັດໄດ້ 80,85% ຫຼຸດຄາດຫມາຍ 3,86%.

ສໍາລັບແຜນການຂອງວຽກການສ້າງໃນເດືອນກັນຍາ 2023 ນີ້ແມ່ນ ສັນຍາ 1 ຊ່ວງ 2B ແຜນການປະຕິບັດວຽກໃນເດືອນໃຫ້ໄດ້ 1,72%

ແຜນລວມໃຫ້ໄດ້ 69,21%, ສັນຍາ 2 ຊ່ວງ 3 ແຜນການປະຕິບັດວຽກໃນເດືອນໃຫ້ໄດ້ 1,50% ແຜນລວມໃຫ້ໄດ້ 100%. ແຜນລວມທັງ 2 ສັນຍາ ໃນເດືອນກັນຍາ ໃຫ້ໄດ້ 1,61% ແຜນການລວມ 84,60%.

ແຫຼ່ງຂ່າວ ເສດຖະກິດ ການຄ້າ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...