Homeຂ່າວພາຍ​ໃນຈັດຕັ້ງກຳລັງ 423 ສະຫາຍ ລົງລະບາຍການສັນຈອນ ໃນໄລຍະກະກຽມເປີດສົກຮຽນໃໝ່ 2023-2024

ຈັດຕັ້ງກຳລັງ 423 ສະຫາຍ ລົງລະບາຍການສັນຈອນ ໃນໄລຍະກະກຽມເປີດສົກຮຽນໃໝ່ 2023-2024

Published on

ຕຳຫຼວດຈະລາຈອນກຽມພ້ອມຈັດວາງກຳລັງຕາມຈຸດສຳຄັນທົ່ວຕົວເມືອງນະຄອນຫຼວງວຽງຈັນ ເພື່ອລະບາຍການສັນຈອນໃນໄລຍະເປີດສົກຮຽນໃໝ່ 2023-2024.

ວັນທີ 29 ສິງຫາ 2023, ທ່ານ ພັທ ສັງຄົມ ພົມມະລາດ, ຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນລາຍງານໃຫ້ຮູ້ວ່າ: ໃນໄລຍະເປີດສົກຮຽນໃໝ່ 2023-2024 ນີ້ ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ໄດ້ຈັດວາງກຳລັງຕາມຈຸດສຳຄັນຕ່າງໆ ເປັນຕົ້ນແມ່ນ 3 ແຍກ, 4 ແຍກ, ທາງຮ່ອມ, ໜ້າໂຮງຮຽນ, ສະຖາບັນສຶກສາ ແລະ ຈຸດທີ່ເຫັນວ່າ ການສັນຈອນສັບສົນ, ທົ່ວນະຄອນຫຼວງວຽງຈັນ ມີທັງໝົດ 153 ຈຸດ, ໂຮງຮຽນ 39 ຈຸດ, ຕາມສາຍທາງ, ແຍກ, ວົງວຽນ ແລະບ່ອນອື່ນໆ 114 ຈຸດ ແລະ ໄດ້ນຳໃຊ້ກຳລັງ 423 ຄົນ, ເຂົ້າໃນການປະຕິບັດໜ້າທີ່, ສ່ວນເມືອງຢູ່ສັງທອງ ແມ່ນບໍ່ມີຈຸດລະບາຍ, ນອກນັ້ນ, ກໍຍັງປະຈຳຢູ່ຕາມບັນດາປ້ອມຍາມຖາວອນ ແລະ ປ້ອມ 24 ຊົ່ວໂມງ ເພື່ອເຮັດໃຫ້ນ້ອງຮັກຮຽນ-ນັກສຶກສາ, ຄູອາຈານ, ພໍ່ແມ່ປະຊາຊົນ, ຜູ້ໃຊ້ລົດໃຊ້ຖະໜົນ ທີ່ສັນຈອນໄປມາໃນໄລຍະທີ່ເປີດສົກຮຽນໃໝ່ ມີຄວາມເປັນລະບຽບ ແລະ ປອດໄພ.

ໃນທຸກໆປີທີ່ເປີດສົກຮຽນໃໝ່, ສະພາບການສັນຈອນຕາມຖະໜົນ ເພີ່ມຂື້ນ ໂດຍສະເພາະ ໃນໂມງໄປການ-ເລິກການ ບັນຫາດັ່ງກ່າວ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ທັງມີຄວາມສ່ຽງພາໃຫ້ເກີດອຸບັດຕິເຫດ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ຂັບຂີ່ ຈົ່ງພ້ອມກັນປະຕິບັດກົດລະບຽບການສັນຈອນທີ່ວາງອອກຢ່າງເຂັ້ມງວດ ໂດຍສະເພາະການຈອດລົດຂອງຜູ້ປົກຄອງທີ່ມາສົ່ງລູກຫລານເຖິງໂຮງຮຽນ ໃຫ້ຈອດບ່ອນທີ່ກຳນົດໄວ້, ບໍ່ໃຫ້ຈອດຊ້ອນກັນ ແລະ ຈອດເປັນເວລາດົນ ກີດຂວາງການສັນຈອນ ເພາະຈະສົ່ງຜົນໃຫ້ລົດຄັນອື່ນໆຕິດຂັດອັ່ງອໍ.

ແຫຼ່ງຂ່າວ ກົມຕຳຫຼວດຈະລາຈອນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...