spot_img
Homeຂ່າວພາຍ​ໃນອຸດສາຫະກຳຕັດຫຍິບປະສົບບັນຫາຂາດແຄນແຮງງານຢ່າງໜັກ

ອຸດສາຫະກຳຕັດຫຍິບປະສົບບັນຫາຂາດແຄນແຮງງານຢ່າງໜັກ

Published on

ວັນທີ 23 ສິງຫາ ທ່ານ ນາງ ໃບຄຳ ຂັດທິຍະ ພ້ອມດ້ວຍຄະນະ, ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ບໍລິສັດມັດສຄອດ ອິນເຕີເນເຊັນນໍ (ລາວ) ໂຊນ ຈຳກັດ ໄດ້ປຶກສາຫາລື ແລະ ເກັບກຳຂໍ້ມູນກ່ຽວກັບການຂາດແຄນແຮງງານ ເພື່ອຊອກຫາສາເຫດ ແລະ ແຜນຄວາມຕ້ອງການແຮງງານ ເພື່ອສະໜອງເຂົ້າໃນຕຳແໜ່ງງານວ່າງ ໂດຍສະເພາະສາຍການຜະລິດ ຂອງ ບໍລິສັດ.

ໃຫ້ກຽດຕ້ອນຮັບໂດຍທ່ານ Mr Bjarke Andersen ຜູ້ອຳນວຍການ ບໍລິສັດ ມັດສຄອດ ອິນເຕີເນເຊີນນໍ (ລາວ) ໂຊນ ຈຳກັດ ປະຈຳ ສປປ ລາວ ແລະ ສສ ຫວຽດນາມ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ບໍລິສັດ ມັດສຄອດ ອິນເຕີເນເຊີນນໍ (ລາວ) ໂຊນ ຈຳກັດ ເປັນ ບໍລິສັດທີ່ມີຊື່ສຽງ ຈາກປະເທດແດນມາກ, ມັດສຄອດ ເປັນໂຮງງານຜະລິດເຄື່ອງນຸ່ງຫົ່ມ ແລະ ເກີບເຊັບຕີ ທີ່ມີຄຸນນະພາບສູງ, ບໍລິສັດ ໄດ້ເປີດໂຮງງານຢ່າງເປັນທາງການຢູ່ ສປປ ລາວ ໃນທ້າຍປີ 2013 ພາຍໃນເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ (VITA Park), ຈາກນັ້ນບໍລິສັດໄດ້ຂະຫຍາຍກຳລັງການຜະລິດຢ່າງຕໍ່ເນື່ອງ ແລະ ມາຮອດປັດຈຸບັນໄດ້ມີການລົງທຶນທັງ ໝົດຢູ່ໃນ ສປປ ລາວ ລວມທັງໝົດ 350 ຕື້ກີບ ໃນໂຮງງານສາມາດບັນຈຸພະນັກງານໄດ້ເຖີງ 4.000 ຄົນ, ປັດຈຸບັນມີພະນັງງານ 2.000 ກວ່າຄົນ ຍັງຂາດອີກ 2.000 ຄົນ ແລະ ບໍລິສັດ ກຳລັງຊອກຫາທີ່ດິນເພື່ອຂະຫຍາຍໂຮງງານແຫ່ງໃໝ່ຕື່ມ.

ບໍລິສັດມີຄວາມຕ້ອງການແຮງງານລວມທັງຄົນທີ່ມີທັກສະ ແລະ ບໍ່ມີປະສົບການ ໃນຂະນະທີ່ກໍມີບັນຫາເລື່ອງຄ່າຄອງຊີບສູງຂຶ້ນ ແຕ່ຄ່າແຮງງານຍັງຕ່ຳ. ການຂາດແຄນແຮງງານໃນອຸດສາຫະກຳຕັດຫຍິບ ມີຜົນກະທົບຢ່າງຮຸນແຮງຕໍ່ການລົງທຶນໃນພາກນີ້ ສິ່ງນີ້ເຮັດໃຫ້ການສົ່ງອອກເຄື່ອງນຸ່ງຫົ່ມຫຼຸດລົງ ເຖິງວ່າຄວາມຕ້ອງການຈະເພີ່ມຂຶ້ນກໍຕາມ.

ການຂາດແຄນແຮງງານໃນອຸສາຫະກຳຕັດຫຍິບ ຍັງມີສາເຫດມາຈາກແຮງງານພາຍໃນລາວມີທາງເລືອກຫຼາຍຂຶ້ນ ໂດຍການໄປເປັນແຮງງານຢູ່ຕ່າງປະເທດເຊັ່ນ ໄທ ເກົາຫຼີໃຕ້  ເປັນຕົ້ນ.

ເຖິງວ່າຄ່າແຮງຂັ້ນຕ່ຳພາຍໃນປະເທດຈະເພີ່ມຂຶ້ນພຽງເລັກໜ້ອຍໃນເດືອນນີ້ ແຕ່ແຮງງານໃນລາວຍັງດິ້ນຮົນຫາລ້ຽງຊີບ ແລະ ສະແຫວງຫາໂອກາດທີ່ຈະໄປເຮັດວຽກຢູ່ຕ່າງປະເທດ ທີ່ມີຄ່າແຮງງານສູງກວ່າ.

ແຫຼ່ງຂ່າວ Vientiane Times

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...