spot_img
Homeຂ່າວຕ່າງປະເທດສາວຈີນມີລູກ 9 ຄົນພ້ອມຕັ້ງເປົ້າໝາຍໃຫ້ເຖິງ 12 ຄົນ

ສາວຈີນມີລູກ 9 ຄົນພ້ອມຕັ້ງເປົ້າໝາຍໃຫ້ເຖິງ 12 ຄົນ

Published on

ສາວຈີນລູກດົກມີລູກແລ້ວທັງໝົດ 9 ຄົນໃນເວລາ 13 ປີ ຕັ້ງເປົ້າໝາຍໃຫ້ຄົບ 12 ຄົນ.

ເລື່ອງທີ່ເປັນປະເດັນໄປທົ່ວໂລກ ທີ່ເຫັນວ່າແມ່ ຍັງສາວຄົນໜຶ່ງມີລູກທັງໝົດ 9 ຄົນ ໃນຊ່ວງເວລາ 13 ປີ ເຊິ່ງລາວກໍບໍ່ຢຸດເທົ່ານີ້ ເພາະຕັ້ງເປົ້າໝາຍໃຫ້ມີລູກ 12 ຄົນ ໃຫ້ຄືກັບ 12 ນັກສັດ ເພາະບໍ່ຢາກເສຍຢີນດີໆຂອງສາມີ.

ນາງ ທຽນ ອາຍຸ 31 ປີ ພົບກັບ ທ້າວ ຈ້າວ ຜູ້ເປັນສາມີ ໃນຕອນຮຽນຊັ້ນມັດທະຍົມປາຍ ເຊິ່ງຫຼັງຈາກຮຽນຈົບມະຫາວິທະຍາໄລ ທັງສອງກໍໄດ້ແຕ່ງງານທັນທີ ແລະ ໃນປີ 2010 ກໍໄດ້ກຳເນີດລູກຄົນທຳອິດມາ ເປັນເພດຍິງ ຈາກນັ້ນລາວກໍໄດ້ຕັ້ງເປົ້າໝາຍຈະມີລູກຊາຍຕໍ່ໄປ ແລະ ໃນປີ 2012 ໄດ້ໃຫ້ກຳເນີດຝາແຝດເພດຊາຍອີກຄົນໜຶ່ງ.

ໃນຊ່ວງເວລານັ້ນ ລາວກໍພໍໃຈກັບຊີວິດຄອບຄົວ ແລະ ທຸລະກິດຂອງສາມີທີ່ກຳລັງຂະຫຍາຍຕົວ ເຮັດໃຫ້ຜູ້ເປັນພັນລະຍາເຫງົາ ຢາກໄດ້ເດັກນ້ອຍມາແລ່ນຫຼິ້ນໃນບ້ານຕື່ມ ຈຶ່ງຕັ້ງເປົ້າໝາຍມີລູກເພີ່ມ ເຊິ່ງຜູ້ເປັນສາມີກໍເຫັນດີ ຕໍ່ມາກໍໄດ້ມີລູກຕິດຕໍ່ກັນມາເລື່ອຍໆ.

ຫຼ້າສຸດ ນາງ ທຽນ ເປັນແມ່ທີ່ມີລູກກທັງໝົດ 9 ຄົນ ທີ່ມີຄວາມສຸກຫຼາຍ ແລະ ຈະມີຄວາມສຸກອີກເພາະໃນປີນີ້ລາວກຳລັງຖືພາຢູ່.

ແຫຼ່ງຂ່າວ mothership

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...