Homeຂ່າວພາຍ​ໃນແຈ້ງການ ຮ້ານ - ເທັກ-ບາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ໃຫ້ປະຕິບັດຕາມລະບຽບ

ແຈ້ງການ ຮ້ານ – ເທັກ-ບາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ຮ້ານບັນເທີງ ໃຫ້ປະຕິບັດຕາມລະບຽບ

Published on

ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ແຈ້ງການ ເຖິງຜູ້ປະກອບການຮ້ານ – ເທັກ-ບາ,ຮ້ານຄາຣາໂອເກະ,ຮ້ານກິນດື່ມ ແລະ ຮ້ານບັນເທີງ ໃຫ້ປະຕິບັດຕາມລະບຽບ ດັ່ງນີ້:
1. ສໍາລັບຫົວຫນ່ວຍທຸລະກິດ ຮ້ານເທັກ-ບາ, ຮ້ານຄາຣາໂອເກະ ແລະ ຮ້ານບັນເທີງ ແມ່ນໃຫ້ ເປິດ ເວລາ 14:00 ໂມງ ແລະ ປິດບໍລິການແສງ, ສີ, ສຽງ ໃນເວລາ 23:30 ໂມງ, ຮອດເວລາ 24:00 ໂມງ ຕ້ອງປິດ ສະຖານທີ່ບໍລິການ.
2. ສໍາລັບຫົວຫນ່ວຍທຸລະກິດຮ້ານກິນດື່ມ ແມ່ນ ປິດບໍລິການດ້ານສຽງ ໃນເວລາ 22:00 ໂມງ.
3. ຫ້າມຜູ້ມາໃຊ້ບໍລິການ ທີ່ມີອາຍຸຕໍ່າກວ່າ 18 ປີ ເຂົ້າໃຊ້ບໍລິການໃນຮ້ານບັນເທີງ.

4. ການດໍາເນີນທຸລະກິດຮ້ານເທັກ-ບາ,ຮ້ານຄາຣາໂອເກະ,ຮ້ານກິນດື່ມ ແລະ ຮ້ານບັນເທີງ ຕ້ອງໃຫ້ຖືກຕ້ອງ ສອດຄອງ ຕາມມາດຖານ ເງື່ອນໄຂ ແລະ ລະບຽບການທີ່ກໍານົດໄວ້.
5. ໃນກໍລະນີຝ່າຝືນແມ່ນຈະໄດ້ປະຕິບັດຕາມມາດຕະການຕໍ່ຜູ້ລະເມີດ ດັ່ງນີ້:
– ລະເມີດຄັ້ງທີຫນຶ່ງ : ສຶກສາອົບຮົມກ່າວເຕືອນ ປັບໃຫມເປັນເງິນ ຈໍານວນ 1.000.000 ກີບ.
– ລະເມີດຄັ້ງທີສອງ : ຈະຖືກໂຈະການດໍາເນີນທຸລະກິດເປັນເວລາ 5 ເດືອນ ພ້ອມທັງປັບໃຫມເປັນເງິນ ຈໍາ ນວນ 5.000.000 ກີບ ພ້ອມທັງສຶກສາອົບຮົມ, ກ່າວເຕືອນ ແລະ ລົງບັນທຶກໄວ້ເປັນຫຼັກຖານ.
– ລະເມີດຄັ້ງທີສາມ : ຈະຖືກຍຸບເລິກການບໍລິການດໍາເນີນທຸລະກິດ ພ້ອມທັງຖອນໃບອະນຸຍາດດໍາເນີນທຸລະ ກິດຖາວອນ ແລະ ປັບໃຫມເປັນເງິນ ຈໍານວນ 10.000.000 ກີບ.
6. ມອບຄວາມຮັບຜິດຊອບໃຫ້ ຫ້ອງການ ຖວທ ເມືອງ / ນະຄອນ ສົມທົບກັບພາກສ່ວນເຈົ້າຫນ້າທີ່ກ່ຽວຂ້ອງ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້.
ດັ່ງນັ້ນ, ຈິ່ງອອກແຈ້ງການສະບັບນີ້ມາເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາໃຊ້ນັບແຕ່ມື້ລົງລາຍ ເຊັນເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...