Homeຂ່າວພາຍ​ໃນສາຂາທະນາຄານທຸລະກິດຕ່າງປະເທດສິ້ນສຸດການເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ

ສາຂາທະນາຄານທຸລະກິດຕ່າງປະເທດສິ້ນສຸດການເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ

Published on

ທະນາຄານແຫ່ງ ສປປ ລາວ ສໍານັກງານປົກປ້ອງເງິນຝາກ ແຈ້ງການເຖິງ ຜູ້ຝາກເງິນ ທີ່ຝາກເງິນໄວ້ນໍາທະນາຄານທຸລະກິດທີ່ເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ ເຊິ່ງສາຂາທະນາຄານທຸລະກິດຕ່າງປະເທດຈໍານວນໜຶ່ງຈະສິ້ນສຸດການເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ.

ໃນວັນທີ 21 ສິງຫາ 2023 ສໍານັກງານປົກປ້ອງເງິນຝາກ ໄດ້ອອກໜັງສືແຈ້ງ ເພື່ອຢັ້ງຢືນກ່ຽວກັບການ ສິ້ນສຸດການເປັນສະມາຊິກຂອງສໍານັກງານປົກປ້ອງເງິນຝາກ ໃຫ້ສາຂາທະນາຄານທຸລະກິດຕ່າງປະເທດ ຈໍານວນ 4 ແຫ່ງ ທີ່ໄດ້ຍຸບເລີກກິດຈະການດ້ວຍຄວາມສະໝັກໃຈ. ເນື່ອງຈາກ ສໍານັກງານໃຫຍ່ຂອງບັນດາສາຂາທະນາຄານທຸລະກິດດັ່ງກ່າວ ໄດ້ມີການປັບປຸງຍຸດທະສາດໃນການດໍາເນີນທຸລະກິດ ຊຶ່ງມີຄື: ທະນາຄານທະຫານໄທ,  ທະນາຄານກຸງສີອະຍຸດທະຍາ, ທະນາຄານຊີໄອເອັມບີໄທ, ທະນາຄານກຸງເທບ.

ຈຶ່ງຂໍແຈ້ງມາຍັງຜູ້ຝາກເງິນທີ່ມີເງິນຝາກນໍາສາຂາທະນາຄານທຸລະກິດຕ່າງປະເທດທັງ 4 ແຫ່ງຊາບວ່າ: ເງິນຝາກຂອງທ່ານທີ່ໄດ້ໂອນໃຫ້ທະນາຄານອື່ນສືບຕໍ່ຄຸ້ມຄອງ ຍັງໄດ້ຮັບການປົກປ້ອງຈາກ ສໍານັກງານປົກປ້ອງເງິນຝາກຕາມລະບຽບການ ຊຶ່ງທ່ານສາມາດເຂົ້າໄປພົວພັນກັບທະນາຄານທຸລະກິດ ທີ່ຮັບຄຸ້ມຄອງບັນຊີ ເງິນຝາກຂອງທ່ານໄດ້ໃນເວລາເປີດໃຫ້ບໍລິການລູກຄ້າ ເພື່ອຂໍຮັບເງິນຝາກຂອງຕົນຄືນ ຫຼື ສາມາດສືບຕໍ່ໃຊ້ບໍລິການຝາກເງິນກັບທະນາຄານເຫຼົ່ານັ້ນຕາມຄວາມສະໝັກໃຈ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...