spot_img
Homeຂ່າວພາຍ​ໃນສປປ ລາວ ສົ່ງເສີມການນຳໃຊ້ລົດໄຟຟ້າພາຍໃນປະເທດ

ສປປ ລາວ ສົ່ງເສີມການນຳໃຊ້ລົດໄຟຟ້າພາຍໃນປະເທດ

Published on

ກອງປະຊຸມຄະນະຊີ້ນຳ ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ຢູ່ໃນ ສປປ ລາວໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 17 ສິງຫາ 2023 ນີ້ຢູ່ໂຮງແຮມຄຣາວພາຊ່າ, ພາຍໃຕ້ການເປັນປະທານຂອງທ່ານ ປອ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມ.

ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ຮັບຟັງການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ແລະ ການສົ່ງເສີມການນຳໃຊ້ລົດໄຟຟ້າ ຢູ່ ໃນ ສປປລາວ ແລະ ໃນໂລກ. ປັດຈຸບັນ, ກະແສນິຍົມ ການເຂົ້າມາຂອງລົດໄຟຟ້າໃນທົ່ວໂລກມີແນວໂນ້ມເຕີບໂຕຢ່າງໄວວາ ເປັນຕົ້ນ: ປະເທດຈີນ, ກຸ່ມປະເທດຢູໂຣບ ແລະ ປະເທດສະຫະລັດອາເມລິກາ ພ້ອມທັງມີການກຳນົດເປົ້າໝາຍຢ່າງຊັດເຈນໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ. ບາງປະເທດໄດ້ອອກມາດຕະການສະໜັບສະໜຸນຢ່າງແຜ່ຫລາຍເຊັ່ນ: ປະເທດນໍເວ, ໄອສແລນ, ສິງກະໂປ ແລະ ຣາຊາອານາຈັກອັງກິດເປັນຕົ້ນ ເຊິ່ງໃນປີ 2030 ໄດ້ຕັ້ງເປົ້າໝາຍລົດທີ່ຈະອອກຂາຍໃໝ່ສູ່ຕະຫລາດຈະຕ້ອງເປັນລົດໄຟຟ້າ PHEV, BEV ເທົ່ານັ້ນ. ສຳລັບ ປະເທດຍິປຸ່ນ ແລະ ສປ. ຈີນ ແມ່ນໄດ້ຕັ້ງເປົ້າໝາຍໃນປີ 2035.

ສຳລັບ ສປປ ລາວ, ໂດຍອີງໃສ່ ຍຸດທະສາດສົ່ງເສີມການນຳໃຊ້ພະລັງງານສະອາດ ສຳລັບຂະແໜງຄົມມະນາຄົມ-ຂົນສົ່ງ ໄດ້ວາງເປົ້າໝາຍສູ້ຊົນຮອດປີ 2025 ການນຳໃຊ້ລົດໄຟຟ້າໃຫ້ໄດ້ປະມານ 20.000 ຄັນ ຫຼື 1% ແລະ ສະຖານີສາກລົດໄຟຟ້າໃຫ້ໄດ້ປະມານ 50 ສະຖານີ ທີ່ມີຫົວສາກ 5 ຕູ້ຂື້ນໄປ. ຮອດປີ 2030 ການນຳໃຊ້ລົດໄຟຟ້າໃຫ້ໄດ້ປະມານ 550.000 ຄັນ ຫຼື 30% ແລະ ສະຖານີສາກລົດໄຟຟ້າໃຫ້ໄດ້ປະມານ 100 ສະຖານີ ທີ່ມີຕູ້ສາກ 5 ຕູ້ຂື້ນໄປ. ນອກຈາກນັ້ນ, ອີງໃສ່ແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC), ໂດຍສະເລ່ຍ ໃຫ້ຫລຸດຜ່ອນການປ່ອຍ CO2 ໃຫ້ໄດ້ 30.000 tCO2e ຕໍ່ ປີ ຈາກປີ 2020 ຫາ 2030.

ໂດຍອີງໃສ່ ສະພາບການຜັນປ່ຽນລາຄານໍ້າມັນເຊື້ອໄຟພາຍໃນປະເທດມີລັກສະນະເພີ່ມຂື້ນຕໍ່ເນື່ອງ ລັດຖະບານ ຈຶ່ງໄດ້ອອກມະຕິ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ການນຳໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ສະບັບເລກທີ 08/ລບ, ລົງວັນທີ 04 ຕຸລາ 2021. ໃນນີ້, ກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນໃຈກາງຂອດປະສານງານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນຈັດຕັ້ງປະຕິບັດຕົວຈິງ ໃນການຫັນໄປສູ່ການນຳໃຊ້ລົດໄຟຟ້າ ເພື່ອໃຫ້ແຕ່ລະຂະແໜງການກ່ຽວຂ້ອງຜັນຂະຫຍາຍມະຕິດັ່ງກ່າວ ອອກເປັນລະບຽບການ ຫຼື ແຈ້ງການສະເພາະ ເພື່ອເປັນບ່ອນອີງອຳນວຍຄວາມສະດວກ ໃນການຈັດຕັ້ງປະຕິບັດ ສຳລັບພາກລັດ ແລະ ພາກເອກຊົນຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

ການສົ່ງເສີມການນຳໃຊ້ລົດໄຟຟ້າ ໃນເບື້ອງພາກລັດ ກໍໄດ້ມີການຫັນປ່ຽນນຳໃຊ້ລົດໄຟຟ້າ ໂດຍເລີ່ມຈາກການນຳຂັ້ນສູງໃນໄລຍະເລີ່ມຕົ້ນ ແລະ ຍັງຈະມີແຜນສືບຕໍ່ ຕາມສຳນັກງານຂະແໜງການຕ່າງໆ ຂັ້ນສູນກາງ, ທ້ອງຖິ່ນ ໃນການຫັນປ່ຽນມານຳໃຊ້ລົດໄຟຟ້າໃນຕໍ່ໜ້າ. ໃນເບື້ອງຂອງສັງຄົມ ເຫັນໄດ້ວ່າມີຄວາມສົນໃຈ ແລະ ມີການຫັນມານຳໃຊ້ລົດໄຟຟ້າມີລັກສະນະເພີ່ມຫຼາຍຂື້ນໂດຍສະເພາະຢູ່ຕາມຕົວເມືອງ.

ປັດຈຸບັນ, ການນຳເຂົ້າລົດໄຟຟ້າ ເພື່ອມາຈຳໜ່າຍໃນ ສປປ ລາວ ຮອດເດືອນ ເມສາ 2023 ມີຫຼາຍລຸ້ນຫຼາຍຍີ່ຫໍ້ ລວມທັງໝົດມີຈຳນວນ 3.895 ຄັນ ໃນນັ້ນມີລົດຈັກໄຟຟ້າຈຳນວນ 1.773 ຄັນ ສາມາດທົດແທນການນໍາເຂົ້ານໍ້າມັນເຊື້ອໄຟໄດ້ປະມານ 300.000 ກວ່າລິດ.

ແຫຼ່ງຂ່າວ ສູນຂ່າວພະລັງງານ ແລະ ບໍ່ແຮ່

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...