Homeຂ່າວພາຍ​ໃນປກສ ແຂວງບໍລິຄໍາໄຊປ່ອຍຕົວນັກໂທດກ່ອນກຳນົດຕໍ່ຜູ້ທີ່ມີມາດຖານ

ປກສ ແຂວງບໍລິຄໍາໄຊປ່ອຍຕົວນັກໂທດກ່ອນກຳນົດຕໍ່ຜູ້ທີ່ມີມາດຖານ

Published on

ວັນທີ 14 ສິງຫາ 2023 ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດປ່ອຍຕົວນັກໂທດກ່ອນກຳນົດຕໍ່ຜູ້ທີ່ມີມາດຖານ, ເງື່ອນໄຂຄົບຖ້ວນຕາມ ກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ, ໂດຍມີ ພັອ ເຄນວອນ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີພະແນກຍຸຕິທຳ, ໄອຍະການປະຊາຊົນ, ພ້ອມດ້ວຍຍາດພີ່ນ້ອງ ແລະ ນັກໂທດທີ່ໄດ້ຮັບການປ່ອຍຕົວກ່ອນກຳນົດເຂົ້າຮ່ວມ.

ໃນພິທີ, ພັທ ບຸນນຳ ນາມໂພໄຊ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ໄດ້ຜ່ານຂໍ້ຕົກລົງເລກທີ 267 ລົງວັນທີ 11 ສິງຫາ 2023 ຂອງຄະນະສານອາຍາຂັ້ນຕົ້ນຂອງສານປະຊາຊົນແຂວງບໍລິຄໍາໄຊ ວ່າດ້ວຍການປ່ອຍຕົວກ່ອນກຳນົດໃຫ້ນັກໂທດທີ່ມີມາດ ຖານ, ເງື່ອນໄຂຄົບຖ້ວນຕາມກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ, ເຊິ່ງຜູ້ທີ່ຈະໄດ້ຮັບການປ່ອຍຕົວກ່ອນກຳນົດນັ້ນແມ່ນຈະຕ້ອງເປັນບຸກຄົນທີ່ມີຄວາມກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນ, ມີຄວາມບຸກບືນ, ຫ້າວຫັນໃນການປັບປຸງປ່ຽນແປງຕົນເອງທາງດ້ານແນວຄິດຈິດໃຈ ແລະ ການກະທຳ, ມີຜົນງານທີ່ດີເດັ່ນໃນຂະບວນການອອກແຮງງານ ແລະ ຕັ້ງໜ້າປະຕິບັດໂທດ, ກົດລະບຽບວິໄນຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ນັກໂທດດ້ວຍກັນ ຈຶ່ງຈະໄດ້ຮັບການອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວຕາມແນວທາງນະໂຍບາຍຂອງພັກ-ລັດຂັ້ນເທິງ, ຜ່ານການຄົ້ນຄວ້າການອະໄພຍະໂທດ, ປ່ອຍຕົວກ່ອນກໍານົດ ແລະ ມາດຖານ, ເງື່ອນໄຂຄົບຖ້ວນ ມີນັກໂທດທີ່ໄດ້ຮັບການປ່ອຍຕົວກ່ອນກໍານົດ ຈຳນວນ 10 ຄົນ ຍິງ 1 ຄົນ.

ໂອກາດັ່ງກ່າວ, ພັອ ເຄນວອນ ລໍວັນໄຊ ໄດ້ມອບໃບຢັ້ງຢືນປ່ອຍຕົວກ່ອນກຳນົດຂອງຄະນະພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ໃຫ້ນັກໂທດ ພ້ອມທັງໂອ້ລົມຕໍ່ນັກໂທດທີ່ໄດ້ຮັບການປ່ອຍຕົວກ່ອນກໍານົດໃນຄັ້ງນີ້ ເມື່ອອອກໄປຢູ່ນໍາຄອບຄົວ ແລະ ສັງຄົມແລ້ວ ຈົ່ງພ້ອມກັນເອົາໃຈໃສ່ເຄື່ອນໄຫວປະກອບອາຊີບໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເພື່ອພັດທະນາຕົນເອງ ແລະ ຄອບຄົວໃຫ້ຮັ່ງມີເຂັ້ມແຂງ, ບໍ່ໄປກະທໍາຜິດຊໍ້າອີກ ແລະ ໄດ້ຮຽກຮ້ອງມາຍັງນັກໂທດທຸກຄົນທີ່ຍັງບໍ່ທັນໄດ້ຮັບການປ່ອຍຕົວ ຈົ່ງພ້ອມກັນສືບຕໍ່ປະຕິບັດລະ ບຽບວິໄນຄ້າຍຄຸມຂັງ-ດັດສ້າງເອົາໃຈໃສ່ສ້າງຜົນງານໃຫ້ດີເດັ່ນ, ຄຽງຄູ່ກັບການປັບປຸງປ່ຽນແປງທາງດ້ານແນວຄິດ ແລະ ພຶດຕິກຳໃຫ້ດີຂຶ້ນເທື່ອລະກ້າວ ເພື່ອຈະໄດ້ຮັບການອະໄພຍະໂທດໃນຄັ້ງຕໍ່ໄປ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...