Homeຂ່າວພາຍ​ໃນນ້ຳປະປາ ນະຄອນຫຼວງວຽງຈັນ ຈະປິດນ້ຳໄວ້ໃນວັນທີ 22 ສິງຫາ 2023

ນ້ຳປະປາ ນະຄອນຫຼວງວຽງຈັນ ຈະປິດນ້ຳໄວ້ໃນວັນທີ 22 ສິງຫາ 2023

Published on

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການຕິດຕັ້ງລະບົບປໍ້າດູດນໍ້າດິບ ເບີ 1 ຂະຫນາດ 115 KW ແລະ ຕັດທໍ່ຂະໜາດ 200 HDPE ເພື່ອຕິດຕັ້ງໝໍ້ເເທກນໍ້າ (Master meter) ຂະໜາດ 150 mm ໃນວັນທີ 22 ສິງຫາ 2023 ເລີ່ມແຕ່ 9:00ໂມງ ຫາ 16:00ໂມງ ຢູ່ເມືອງໄຊທານີ, ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ ໃນເຂດບ້ານດັ່ງກ່າວ.

ໃນໄລຍະການສ້ອມແປງນີ້, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການເຖິງບັນດາຜູ້ຊົມໃຊ້ນ້ຳປະປາ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຊຶ່ງປະກອບມີ 24 ບ້ານ ຄື: 17 ບ້ານເຂດເມືອງໄຊທານີ ມີບ້ານ ໂພນຄໍາ, ນາລ້ອມ, ໜອງບົວ, ນາສາລາ, ນາມົນ, ດົງບັງ, ໂຄກສີວິໄລ, ໂນນທອງ, ໄຊສົມບູນ, ໂຄກສະອາດ, ສະພັງຄະນົງ, ໄຜ່ລ້ອມ, ສ້າງຄອມ, ຫົວຊຽງ, ສົມສະຫວັນ, ໂຄກສະຫວ່າງ ແລະ ນາຜາສຸກ.

ນອກນັ້ນ 7 ບ້ານເຂດເມືອງໄຊເສດຖາ ມີບ້ານ ໂຊກໃຫຍ່, ໂຊກນ້ອຍ, ນາບຽນ, ຊໍາເຄ້, ໂນນສະຫວັນ, ອາມອນ ແລະ ໂພນທອງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...