Homeຂ່າວພາຍ​ໃນຂ່າວປອມ! ບໍ່ສາມາດຖອນເງິນຕາຕ່າງປະເທດທີ່ມີຢູ່ໃນບັນຊີຕົນເອງ

ຂ່າວປອມ! ບໍ່ສາມາດຖອນເງິນຕາຕ່າງປະເທດທີ່ມີຢູ່ໃນບັນຊີຕົນເອງ

Published on

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການ ໃຫ້ມີສະຕິລະວັງຕົວຕໍ່ການຮັບຟັງຂ່າວສານທີ່ບໍ່ມີມູນຄວາມຈິງຕາມສື່ອອນລາຍຕ່າງໆ.

ໂດຍໃນປັດຈຸບັນ ໄດ້ມີຜູ້ບໍ່ຫວັງດີຈໍານວນ ໜຶ່ງໄດ້ເຄື່ອນໄຫວ ແລະ ປ່ອຍຂ່າວວ່າ: “ຜູ້ໃດຫາກມີບັນຊີເງິນຝາກທີ່ເປັນເງິນຕາຕ່າງປະເທດ ຫຼື ການໂອນເງິນມາຈາກຕ່າງປະເທດ ເພື່ອເຂົ້າບັນຊີຂອງຕົນທີ່ຝາກໄວ້ນໍາທະນາຄານທຸລະກິດ ຢູ່ ສປປ ລາວ ຈະບໍ່ສາມາດຖອນເງິນດັ່ງກ່າວເປັນສະກຸນເງິນຕາຕ່າງປະເທດໄດ້ ເລີ່ມແຕ່ເດືອນ ກັນຍາ 2023 ເປັນຕົ້ນໄປນັ້ນ”

ຂ່າວດັ່ງກ່າວແມ່ນບໍ່ມີມູນຄວາມຈິງ, ອີງໃສ່ນິຕິກໍາການຄຸ້ມຄອງເງິນຕາຕ່າງປະເທດ ແລະ ລະບຽບການທີ່ກ່ຽວຂ້ອງ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີບັນຊີເງິນຝາກເປັນເງິນຕາຕ່າງປະເທດທີ່ຝາກໄວ້ນໍາທະນາຄານທຸລະກິດຢູ່ ສປປ ລາວ ແມ່ນ ສາມາດຮັບດອກເບ້ຍ ແລະ ຖອນເປັນເງິນຕາຕ່າງປະເທດໄດ້ຕາມລະບຽບການ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...